ເວັບໄຊ NBC News ຂອງ ສະຫະລັດອາເມລິກາ ລາຍງານ ໃນວັນທີ 6 ກັນຍາ ວ່າ: ນັບຈົນເຖິງຕອນສວຍ ວັນທີ 5 ກັນຍາ ຕາມເວລາທ້ອງຖິ່ນ, ເຈົ້າໜ້າທີ່ສາທາລະນະສຸກທົ່ວປະເທດ ແຈ້ງຈຳນວນຜູ້ປ່ວຍ ຫຼື ອາດປ່ວຍ ເພາະສູບຢາສູບໄຟຟ້າແລ້ວທັງໝົດ 361 ຄົນ ໃນຈຳນວນນີ້ 2 ຄົນ ເສຍຊີວິດ.

ສຳນັກງານສາທາລະນະສຸກ ນິວຢອກ ແຈ້ງວ່າ:

ຜົນການກວດຕົວຢ່າງນໍ້າຢາ ຢາສູບໄຟຟ້າ ປະສົມກັນຊາ ພົບວ່າ ມີວິຕາມິນອີອະຊິເຕດ ໃນປະລິມານສູງເກືອບທຸກຕົວຢ່າງ ແຕ່ບໍ່ພົບໃນຜະລິດຕະພັນຢາສູບເລີຍ; ສະນັ້ນ, ຈຶ່ງຂໍແຈ້ງເຕືອນປະຊາຊົນໃຫ້ລະມັດລະວັງ ການສູບຢາສູບໄຟຟ້າ, ຫາກມີອາການຜິດປົກກະຕິ ໃຫ້ຮີບໄປພົບແພດທັນທີ ເພາະການສູດເອົາໄອນໍ້າ ຈາກສານທີ່ບໍ່ຮູ້ຊະນິດ ຢ່າງເຊັ່ນໃນຢາສູບໄຟຟ້າ ຖືເປັນເລື່ອງທີ່ອັນຕະລາຍ ເຊິ່ງທາງການຈະເດີນໜ້າຫາທາງແກ້ໄຂ ບັນຫາສຸຂະພາບນີ້ຕໍ່ໄປ.

ດ້ານສຳນັກງານອາຫານ ແລະ ຢາ ສະຫະລັດອາເມລິກາ (FDA) ທີ່ກຳລັງກວດສອບຕົວຢ່າງຢາສູບໄຟຟ້າ ຫຼາຍກວ່າຮ້ອຍຕົວຢ່າງ ຊີ້ແຈງວ່າ:

ສາເຫດທີ່ເຮັດໃຫ້ ຜູ້ສູບຢາສູບໄຟຟ້າ ລົ້ມປ່ວຍ ອາດເກີດຈາກສານປົນເປື້ອນອື່ນໆ ເຊັ່ນ: ນິໂຄຕິນ, ເຕຕຣາໄຮໂດຣແຄນນາບິນໍ (THC) ທີ່ເປັນສານສະກັດຈາກກັນຊາ ແລະ ສານໃນກຸ່ມດຽວກັນ, ຢາຂ້າແມງໄມ້ ແລະ ສານທີ່ເປັນພິດອື່ນໆ ເພາະຜົນການກວດຕົວຢ່າງບໍ່ໄດ້ພົບສານຊະນິດດຽວ ໃນທຸກຕົວຢ່າງ; ດັ່ງນັ້ນ, ການລະບຸວ່າ: ພົບສານຕົວໃດໃນຕົວຢ່າງ ຈຶ່ງເປັນຂັ້ນຕອນໜຶ່ງທີ່ຍັງບໍ່ສາມາດໄຂບັນຫາໄດ້ທັງໝົດ.

ຜູ້ປ່ວຍພະຍາດປອດຫຼາຍຄົນ ເປັນພະຍາດປອດອັກເສບ ເພາະສະມັກນໍ້າມັນ, ເຊິ່ງຜູ້ຊ່ຽວຊານ ລະບຸວ່າ: ພະຍາດນີ້ເກີດໄດ້ຈາກ 2 ສາເຫດ ໜຶ່ງຄືປອດອັກເສບ ເຮັດໃຫ້ໄຂມັນໃນຮ່າງກາຍເຂົ້າໄປໃນປອດ ເຮັດໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍຕໍ່ຕ້ານ ເພາະຖືວ່າເປັນສານແປກປອມ ແລະ ສອງຄືການສູດເອົານໍ້າມັນເຂົ້າໄປໃນຮ່າງກາຍ ເຊັ່ນ ນໍ້າມັນກັນຊາ, ປິໂຕຣລຽມເຈວລີ ແລະ ນໍ້າມັນວິຕາມິນອີ.

ທັ້ງນີ້, ສະຫະລັດອາເມລິກາ ເລີ່ມມີຢາສູບໄຟຟ້າ ໃນປີ 2006 ເຊິ່ງຜົນການສຶກສາໃນອີກ 10 ປີຕໍ່ມາ ກໍພົບວ່າ: ມີຜູ້ໃຫຍ່ສູບຢາສູບໄຟຟ້າເກືອບ 11 ລ້ານຄົນ, ຂະນະທີ່ ກຸ່ມນັກຮຽນມັດຖະຍົມ ສູບຢາສູບແບບນີ້ເພີ່ມຂຶ້ນເກືອບ 9 ເທົ່າ ລະຫວ່າງປີ 2011 ເຖິງ 2015 ແລະ ເພີ່ມຂຶ້ນເຖິງ 78% ລະຫວ່າງປີ 2017 ເຖິງ 2018, ໂດຍຂໍ້ມູນໃນປີ 2018 ພົບວ່າ ເດັກອາຍຸຕໍ່າກວ່າ 17 ປີ ສູບຢາສູບໄຟຟ້າຫຼາຍເຖິງ 3,6 ລ້ານຄົນ.