ສານອຸດົມໄຊ ຕັດສິນຈຳຄຸກ 5 ປີ ຈຳເລີຍຄະດີຢາບ້າ

0
1303

ທ້າວ ຮັງເກົາ ອາຍຸ 34 ປີ ຢູ່ບ້ານຫ້ວຍໄລ ເມືອງງາ ແຂວງອຸດົມໄຊ ຖືກສານອາຍາ ສານປະຊາຊົນຂັ້ນຕົ້ນ ແຂວງອຸດົມໄຊ ຕັດສິນຈໍາຄຸກ 5 ປີ ແລະ ປັບໃໝ 10.000.000 ກີບ ຖານຄ້າຂາຍຢາເສບຕິດ ແລະ ມີຢາເສບຕິດໄວ້ໃນຄອບຄອງ ປະເພດຢາບ້າ ໃນວັນທີ 28 ສິງຫາ ທີ່ຜ່ານມາ.

ຕາມຄໍາຖະແຫຼງຂອງ ໄອຍະການປະຊາຊົນ ແຂວງອຸດົມໄຊ ໃນຫ້ອງປະຊຸມສານ ວ່າ:

ໃນວັນທີ 26 ທັນວາ 2018, ທ້າວ ຮັງເກົາ ( ຈຳເລີຍ ) ໄດ້ຍ່າງອອກໄປຫຼິ້ນນຳ ນາງ ເຍຍລີ ( ແຟນສາວ ) ເຂດບ້ານຫ້ວຍໄລ ເມືອງງາ ເມື່ອຍ່າງໄປໄດ້ໄລຍະໜຶ່ງ ກໍມີຜູ້ຊາຍຄົນຮູ້ຈັກກັນ ຢູ່ບ້ານຫຼັກ 55 ເມືອງນໍ້າບາກ ແຂວງຫຼວງພະບາງ ຂັບຂີ່ລົດຈັກຍີ່ຫໍ້ HONDA WAVE ສີແດງດໍາ ບໍ່ມີໝາຍເລກທະບຽນ ເອົາຢາບ້າຈໍານວນ 160 ເມັດ ມາຂາຍໃຫ້ຈຶ່ງຊື້ເອົາໄວ້, ຫຼັງຈາກຊື້ຢາບ້າແລ້ວ ກໍເອົາມາໃສ່ໃນຖົງໂສ້ງເບື້ອງຂວາຍ່າງໄປຫາແຟນສາວ ແລ້ວເອົາຢາບ້າມາເສບຈໍານວນ 18 ເມັດ ຍັງເຫຼືອ 142 ເມັດ.

ມາຮອດເວລາປະມານ 17:00 ໂມງ ຂອງວັນທີ 28 ທັນວາ 2018, ຈຳເລີຍ ໄດ້ຍ່າງໄປຊື້ຢາສູບຢູ່ຮ້ານຂາຍເຄື່ອງຍ່ອຍພາຍໃນບ້ານ ໄດ້ພົບກັບຊາຍຄົນໜຶ່ງບໍ່ຮູ້ຊື່ ແລະ ທີ່ຢູ່ ໄດ້ຖາມຊື້ຢາບ້ານໍາຈຳເລີຍຈໍານວນ 50 ເມັດ ຈຳເລີຍຈຶ່ງໄດ້ນັດບ່ອນຊື້ຂາຍ ຊຶ່ງຫ່າງຈາກບ້ານຫ້ວຍໄລ ປະມານ 50 ແມັດ, ເມື່ອຈຳເລີຍໄປຮອດຈຸດນັດໝາຍ ກໍເອົາຢາບ້າຈຳນວນທີ່ຕົກລົງກັນໄວ້ ຂາຍໃຫ້ຊາຍຄົນນັ້ນ; ຈາກນັ້ນ, ກໍຖືກເຈົ້າໜ້າທີ່ເຂົ້າກັກຕົວ ພ້ອມຂອງກາງຈໍານວນ 142 ເມັດ ໄປດໍາເນີນຄະດີ.

ຈາກບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ, ພາວະວິໄສແລ້ວ ຄະນະສານ ເຫັນວ່າ:

ການກະທໍາຂອງ ທ້າວ ຮັງເກົາ ( ຈໍາເລີຍ ) ເປັນການກະທໍາຜິດຕາມຂໍ້ກ່າວຫາແທ້, ເຊິ່ງມັນສະແດງອອກຕາມບົດບັນທຶກການກັກຕົວ ສະບັບລົງວັນທີ 28 ທັນວາ 2018, ຄໍາໃຫ້ການ ສະບັບລົງວັນທີ 28 ທັນວາ 2018 ແລະ ບົດສະຫຼຸບຄະດີຂອງ ເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງອຸດົມໄຊ ທີ່ໄດ້ຈົດບັນທຶກການກະທຳຜິດຂອງຈຳເລີຍ ຢ່າງລະອຽດແລ້ວ ແລະ ເປັນການກະທໍາທີ່ແຕະຕ້ອງຕໍ່ປະມວນກົດ ໝາຍອາຍາ ໃນໝວດທີ 8.

ນອກນີ້, ຍັງຢັ້ງຢືນວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນບັນຈຸສານເສບຕິດ ໃນໝວດ Methamphetamine ( ຢາບ້າ+ ) ເຊິ່ງຜິດຕໍ່ມາດຕາ 315 ວັກ 1 ການຄ້າຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ, ເຊິ່ງມາດຕາດັ່ງກ່າວໄດ້ກໍານົດໄວ້ວ່າ:

ບຸກຄົນໃດຫາກຜະລິດ, ປຸງແຕ່ງ, ຄ້າຂາຍ,ຈໍາໜ່າຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຫຼື ນໍາເຂົ້າ, ສົ່ງອອກ ຫຼື ນໍາຢາອີ, ຢາບ້າ, ຢາໄອສ໌ ( Ice ) ຫຼື ມີວັດຖຸອອກລິດຕໍ່ຈິດປະສາດ ຜ່ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຕໍ່າກວ່າ 100 ກຼາມ ຈະຖືກລົງໂທດຕັດອິດສະລະພາບ ແຕ່  5-10 ປີ ແລະ ຈະຖືກປັບໃໝ ແຕ່ 10.000.000 – 100.000.000 ກີບ ແລະ ຈະຖືກຮິບຊັບຕາມກົດໝາຍ.

ດ້ວຍເຫດນີ້, ຄະນະສານ ຈຶ່ງຕັດສິນຈຳຄຸກ ທ້າວ ຮັງເກົາ ເປັນເວລາ 5 ປີ ປັບໃໝ 10.000.000 ກີບ ຍ້ອນວ່າ ຈໍາເລີຍເປັນບຸກຄົນທີ່ມີສະຕິສໍາປະຊັນຍະສົມບູນດີ ແລະ ເຖິງກະສຽນອາຍຸທາງອາຍາ, ສາມາດຮູ້ໄດ້ເຖິງຜົນສະທ້ອນຂອງການກະທໍາຂອງຈໍາເລີຍ ວ່າ ຢາເສບຕິດເປັນສິ່ງທີ່ກົດໝາຍເກືອດຫ້າມ ແຕ່ຈໍາເລີຍກໍຍັງມີເຈດຕະນາຊື້ຂາຍຢາບ້າ ແລະ ມີຢາບ້າໄວ້ໃນຄອບຄອງ ເພື່ອຫວັງຜົນປະໂຫຍດ ໂດຍບໍ່ຖືກຕ້ອງຕາມກົດໝາຍ.

ຕໍ່ກັບ ຜູ້ຖືກຊັດທອດ ຄືຊາຍທີ່ຢູ່ບ້ານຫຼັກ 55 ເມືອງນໍ້າບາກ ແຂວງຫຼວງພະບາງ ທີ່ຈຳເລີຍໃຫ້ການວ່າ ເປັນຜູ້ເອົາຢາບ້າຈໍານວນດັ່ງກ່າວມາຂາຍໃຫ້ ຈໍາເລີຍ ແລະ ໄດ້ຊັດທອດເຖິງຊາຍທີ່ບໍ່ຮູ້ຊື່ ແລະ ທີ່ຢູ່ວ່າ ເປັນຜູ້ຕິດຕໍ່ຊື້ຢາບ້ານຳຈຳເລີຍ ແຕ່ເວລາເຈົ້າໜ້າທີ່ເຂົ້າຈັບພວກກ່ຽວ ໃນເວລານັດຊື້ຢາບ້ານັ້ນ ຊາຍທີ່ບໍ່ຮູ້ຊື່ ແມ່ນໄດ້ເອົາຕົວຫຼົບໜີ; ປັດຈຸບັນ ແມ່ນບໍ່ສາມາດນຳຕົວຜູ້ຖືກຊັດທອດ ມາດຳເນີນຄະດີໄດ້ ເນື່ອງຈາກວ່າບໍ່ຮູ້ຊື່, ປະຫວັດ ແລະ ຂໍ້ມູນອັນແນ່ນອນ.