ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້

0
1323

ໃນວັນທີ 7 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວ ຢ້ຽມຢາມ ເພື່ອພົບປະໂອ້ລົມ, ໃຫ້ກຳລັງໃຈພໍ່ແມ່ປະຊາຊົນ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມ ຢູ່ແຂວງສະຫວັນນະເຂດ, ສາລະວັນ ແລະ ຈຳປາສັກ.

ການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ໄດ້ເລີ່ມຕົ້ນດ້ວຍການໄປຢ້ຽມຢາມ ແລະ ພົບປະໂອ້ລົມກັບພໍ່ ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢູ່ເມືອງຈຳພອນ, ແຂວງສະຫວັນນະເຂດ. ໃນນັ້ນ, ໄດ້ຮັບຟັງການລາຍງານສະພາບຜົນກະທົບ ແລະ ການແກ້ໄຂໄພພິບັດນໍ້າຖ້ວມ ທີ່ເກີດຂຶ້ນຢູ່ພາຍໃນແຂວງສະຫວັນນະເຂດ ຈາກ ທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງໆສະຫວັນນະເຂດ, ຊຶ່ງເຫັນວ່າ: ທົ່ວແຂວງ ປະສົບໄພນໍ້າຖ້ວມ ມີ 9 ເມືອງ, 86 ບ້ານ, 29.000 ກວ່າຄອບຄົວ, ນໍ້າຖ້ວມພື້ນທີ່ການຜະລິດ ປະມານ 37.000 ເຮັກຕາ, ໜອງປາ 446 ໜອງ, ສັດລ້ຽງ (ງົວ-ຄວາຍ) ຕາຍ 19 ໂຕ, ລະບົບຊົນລະປະທານ 26 ແຫ່ງ, ເສັ້ນທາງ 48 ເສັ້ນ ແລະ ອື່ນໆ.

ໃນເວລາຕໍ່ມາ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ, ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈ ແກ່ຜູ້ໄດ້ຮັບຜົນກະທົບຢູ່ເມືອງຄົງເຊໂດນ, ແຂວງສາລະວັນ, ຊຶ່ງເປັນອີກເມືອງໜຶ່ງທີ່ໄດ້ຮັບຜົນກະທົບ ຈາກໄພນໍ້າຖ້ວມ ໜັກໜ່ວງຫຼາຍສົມຄວນ, ເຮັດໃຫ້ເສັ້ນທາງເຊື່ອມຕໍ່ຫາແຂວງຈຳປາສັກ ແລະ ເທດສະບານແຂວງສາລະວັນ ຖືກຕັດຂາດບໍ່ສາມາດສັນຈອນໄປມາໄດ້ ເປັນໄລຍະເວລາ 2-3 ວັນ, ມີ 71 ບ້ານ, 10.147 ຄອບຄົວ ຖືກຜົນກະທົບຈາກໄພນໍ້າຖ້ວມ; ເນື້ອທີ່ທຳການຜະລິດ ຖືກນໍ້າຖ້ວມທັງໝົດ 16.900 ເຮັກຕາ, ໃນນີ້ ເນື້ອທີ່ກະສິກຳເສຍຫາຍ 15.300 ເຮັກຕາ, ເນື້ອທີ່ໜອງປາ 52 ເຮັກຕາ; ເສັ້ນທາງຄົມມະນາຄົມຖືກນໍ້າຖ້ວມ 32 ກິໂລ ແມັດ, ທາງເຂົ້າຫາແຕ່ລະບ້ານຖືກຕັດຂາດ ແລະອື່ນໆ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວ ຕິດຕາມເບິ່ງສະພາບນໍ້າຖ້ວມ ແລະ ການແກ້ໄຂຜົນກະທົບທີ່ເກີດຂຶ້ນ ຢູ່ແຂວງຈຳປາສັກ, ຊຶ່ງເຫັນວ່າ: ໃນທົ່ວແຂວງ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຈຳນວນ 396 ບ້ານ, 37.662 ຄອບຄົວ, 176.685 ຄົນ; ບ້ານທີ່ຖືກນໍ້າຖ້ວມ 104 ບ້ານ, ປະຊາຊົນຖືກຍົກຍ້າຍຊົ່ວຄາວ 6.466 ຄອບຄົວ, ລວມ 40.033 ຄົນ, ເສັ້ນທາງ 281 ກິໂລແມັດ, ເນື້ອທີ່ນາ 34.327 ເຮັກຕາ, ເນື້ອທີ່ສວນ 3.017 ເຮັກຕາ, ລະບົບຊົນລະປະທານ 46 ແຫ່ງ ແລະ ອື່ນໆ.

ການຢ້ຽມຢາມ ແລະ ພົບປະກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ສະຖານທີ່ຕ່າງໆ ໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄວາມເປັນຫ່ວງເປັນໄຍ, ຖາມເຖິງສະພາບຊີວິດການເປັນຢູ່ຂອງປະຊາຊົນ, ສະພາບນໍ້າຖ້ວມ ແລະ ຜົນເສຍຫາຍ, ການຊ່ວຍເຫຼືອ ແລະ ແກ້ໄຂບັນຫາຕ່າງໆ, ຄວາມຕ້ອງການອັນຈຳເປັນ ແລະ ອື່ນໆ. ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃຈໃສ່, ຄວາມສາມັກຄີຮັກແພງ ຂອງອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ໄດ້ດີ ແລະ ທັນການ ໂດຍສະເພາະ ອ້າຍເອື້ອຍນ້ອງທະຫານ, ເຈົ້າໜ້າທີ່ຕຳຫຼວດ, ອາສາສະໝັກກູ້ໄພ, ປະຊາຊົນດ້ວຍກັນ ແລະ ອື່ນໆ ທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ວັດຖຸສິ່ງຂອງ ເຂົ້າໃນການ ຊ່ວຍເຫຼືອ, ຍົກຍ້າຍປະຊາຊົນ, ລຳລຽງວັດຖຸສິ່ງຂອງທີ່ຈຳເປັນ, ສັດລ້ຽງ… ໄປສູ່ເຂດທີ່ປອດໄພ.

ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໃຫ້ເນັ້ນໜັກໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມ ເປັນຕົ້ນ ໃຫ້ເອົາໃຈໃສ່ກອບກູ້, ຍົກຍ້າຍປະຊາຊົນ ແລະ ວັດຖຸສິ່ງຂອງທີ່ຈຳເປັນ ໄປຢູ່ທີ່ປອດໄພໃຫ້ໄດ້ທັງໝົດ.

ໃຫ້ເອົາໃຈໃສ່ເບິ່ງແຍງດູແລສຸຂະພາບ, ສຸຂະອະນາໄມ ຂອງປະຊາຊົນໃຫ້ດີ, ມີຫ້ອງນໍ້າ ລວມທັງອຸປະກອນການແພດ ແລະ ຢາປົວພະຍາດ ທີ່ພຽງພໍ, ໃຫ້ມີແພດໝໍບໍລິການດ້ານສາທາລະນາສຸກ ຢ່າງເປັນປົກກະຕິ ແລະ ທົ່ວເຖິງ ໃນແຕ່ລະຈຸດເຕົ້າໂຮມ ເພື່ອໃຫ້ສະໜອງເຄື່ອງອຸປະໂພກ-ບໍລິໂພກທີ່ຈຳເປັນ ເຊັ່ນ: ອາຫານການກິນ, ນໍ້າດື່ມ-ນໍ້າໃຊ້ທີ່ສະອາດ, ເຄື່ອງໃຊ້ຂອງສອຍ ແລະອື່ນໆ ໃຫ້ແກ່ຜູ້ປະສົບໄພ ຢ່າງພຽງພໍ ແລະ ທັນການ.

ການແກ້ໄຂໄພພິບັດ ຕ້ອງມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບລະອຽດຈະແຈ້ງ, ລົງເລິກຊີ້ນຳໃຫ້ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ, ວ່ອງໄວ, ມີແຜນການແກ້ໄຂທີ່ດີ, ມີການຕິດຕາມ-ກວດກາ ຢ່າງເປັນປົກກະຕິ, ເມື່ອພົບບັນຫາຍຸ້ງຍາກ ໃຫ້ມີການປຶກສາຫາລືກັນ ຫຼື ຂໍທິດຊີ້ນຳຈາກຂັ້ນເທິງຢ່າງທັນການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ;

ໃຫ້ເອົາໃຈໃສ່ຕໍ່ວຽກງານການປ້ອງກັນຄວາມສະຫງົບ, ປົກປັກຮັກສາວັດຖຸສິ່ງຂອງ ຂອງປະຊາຊົນ ໃຫ້ດີ, ບໍ່ໃຫ້ມີການສວຍໂອກາດເກີດຂຶ້ນ ໂດຍສະເພາະ ບັນຫາຂີ້ລັກ ແລະ ການຂຶ້ນລາຄາສິນຄ້າ ທີ່ອາດເກີດຂຶ້ນ;

ເອົາໃຈໃສ່ຕ້ານຫາງສຽງບໍ່ດີ ໂດຍສະເພາະ ການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ກໍ່ຄືການສ້າງຄວາມປັ່ນປ່ວນຕ່າງໆ;

ເອົາໃຈໃສ່ປຸກລະດົມກຳລັງແຮງພາຍໃນ ກໍ່ຄືທ້ອງຖິ່ນ ເຂົ້າໃນການຊ່ວຍເຫຼືອ ແລະ ແກ້ໄຂ ບັນຫາໄພພິບັດຄັ້ງນີ້ ຢ່າງມີປະສິດທິຜົນ;

ຮີບຮ້ອນຈັດສັນຫາວັດຖຸສິ່ງຂອງ ທີ່ຈຳເປັນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເປັນຕົ້ນ ອາຫານ, ນໍ້າດື່ມ, ເຮືອ, ພະຫະນະຮັບໃຊ້, ເຄື່ອງໃຊ້ສອຍຕ່າງໆ, ຢາປົວພະຍາດ… ທີ່ເຫັນວ່າບໍ່ທັນພຽງພໍ ເພື່ອແກ້ໄຂບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນ ໂດຍໄວ.

ໃນໂອກາດລົງຢ້ຽມຢາມ ແລະ ພົບປະອົງການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ ຄັ້ງນີ້, ທ່ານນາຍຍົກລັດຖະມົນຕີ ໄດ້ມອບເງິນຊ່ວຍເຫຼືອບັນເທົາທຸກໃນເບື້ອງຕົ້ນ ຈຳນວນໜຶ່ງ ໃຫ້ 3 ແຂວງດັ່ງກ່າວ.

ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້
ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້
ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້
ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້
ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້
ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້
ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້
ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້
ທ່ານນາຍົກ ຢ້ຽມຢາມ ແລະ ຊຸກຍູ້ການແກ້ໄຂໄພນໍ້າຖ້ວມຢູ່ 3 ແຂວງພາກໃຕ້