ຄະນະປະທານກອງປະຊຸມ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII
ຄະນະປະທານກອງປະຊຸມ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII

ໃນອາທິດຜ່ານມາ, ສະມາຊິກສະພາແຫ່ງຊາດ ຮ່ວມກັບສະພາປະຊາຊົນແຂວງຫຼວງນໍ້າທາ ໂດຍການນໍາພາຂອງ ທ່ານ ກົງເພັດ ແກ້ວບົວພາ ສະມາຊິກສະພາແຫ່ງຊາດ ຮອງປະທານສະ ພາປະຊາຊົນແຂວງ; ມີທ່ານ ບຸນພວມ ສໍສຸພາບ ຮອງເຈົ້າເມືອງໆສິງ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ຈັດຕັ້ງ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I; ໂດຍມີບັນດາ ຫົວໜ້າ, ຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບ ສອງກອງບັນຊາການ ປກຊ-ປກສ ເມືອງສິງ ເຂົ້າຮ່ວມ.

ທ່ານ ບຸນພວມ ສໍສຸພາບ ຮອງເຈົ້າເມືອງໆສິງ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ໄດ້ເຜີຍແຜ່ ວ່າ:

ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນລະຫວ່າງວັນທີ 5-25 ມິຖຸນາ 2019 ທີ່ຫໍປະຊຸມສະພາແຫ່ງຊາດ; ໂດຍມີສະມາຊິກສະພາແຫ່ງຊາດເຂົ້າຮ່ວມທັງໝົດ 147 ທ່ານ ຍິງ 41 ທ່ານ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາ 7 ບັນຫາສໍາຄັນພື້ນຖານຂອງປະເທດຊາດ, ພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນ ງົບປະມານແຫ່ງລັດ 4 ເດືອນ, ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນ ການ 6 ເດືອນທ້າຍປີ 2019; ໄດ້ຮັບຮອງເອົາແຜນການດັດແກ້ແຜນງົບປະມານແຫ່ງລັດ ປະຈໍາປີ 2019 ຂອງລັດຖະບານ, ຮັບຮອງເອົາບົດລາຍງານຂອງລັດຖະບານ, ຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ; ຮັບຮອງເອົາທິດທາງລວມໃນຕໍ່ໜ້າ ໃນການພັດທະນາຊັບພະຍາກອນມະ ນຸດ, ຮັບຮອງເອົາກົດໝາຍ ຈໍານວນ 10 ສະບັບ, ໃນນັ້ນ ສ້າງໃໝ່ 5 ສະບັບ ແລະ ປັບປຸງ 5 ສະບັບ.

ພະນັກງານ-ນັກຮົບທັງສອງກຳລັງປະກອບອາວຸດ ຮັບຟັງການເຜີຍແຜ່ດ້ວຍຄວາມຕັ້ງໃຈສູງ

ພ້ອມນັ້ນ, ທ່ານຍັງໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ I ກອງປະຊຸມໄດ້ໄຂຂຶ້ນໃນລະຫວ່າງວັນທີ 7-8 ສິງຫາ 2019 ທີ່ສະໂມສອນແຂວງຫຼວງນໍ້າທາ, ໂດຍມີຜູ້ເຂົ້າຮ່ວມທັງໝົດ 162 ທ່ານ ຍິງ 35 ທ່ານ; ໃນນັ້ນ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາ 6 ບັນຫາສໍາຄັນພື້ນຖານຂອງແຂວງ ໂດຍຮັບຮອງເອົາການສະເໜີແຕ່ງຕັ້ງບຸກຄະລາກອນຂອງແຂວງ, ຮັບຮອງເອົາບົດລາຍງານຂອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບ ປະມານຂອງລັດ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019; ຮັບຮອງເອົາບົດລາຍງານຂອງໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທໍາແຂວງ, ຮັບຮອງເອົາ 5 ທິດທາງວຽກງານຈຸດສຸມປີ 2020 ແລະ 4 ມາດຖານການຈັດຕັ້ງປະຕິບັດ, ຮັບຮອງເອົາແມ່ບົດກ່ຽວກັບແຜນຜັງເຂດ ພັດທະນາເສດຖະກິດພິເສດບໍ່ເຕ່ນແດນງາມ ຮອດປີ 2030 ແລະ ຮັບຮອງເອົາບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວດ້ານນິຕິກໍາສໍາຄັນຂອງທ້ອງຖິ່ນ.

ຈຸດປະສົງຂອງການເຜີຍແຜ່ໃນຄັ້ງນີ້ ເພື່ອເຮັດໃຫ້ພະນັກງານ-ນັກຮົບຂອງສອງກອງບັນຊາການ ປກຊ-ປກສ ທົ່ວເມືອງສິງ ໄດ້ຮັບຮູ້ ແລະ ກໍາແໜ້ນເອົາເນື້ອໃນຈິດໃຈເອກະສານສຳຄັນຂອງ ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ໃຫ້ເລິກເຊິ່ງ ແລ້ວນຳໄປຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງຂອງຕົນໃຫ້ເກີດດອກອອກຜົນ.