ຝຸ່ນພິດ ຫຼັງເຫດການວິນາດສະກຳ 11 ກັນຍາ ເຮັດໃຫ້ຄົນເປັນມະເຮັງ

0
1377

ຂ່າວຕ່າງປະເທດ ລາຍງານ ໃນວັນທີ 9 ກັນຍາ ວ່າ: ນະຄອນນິວຢອກ ຂອງ ສະຫະລັດອາເມລິກາ ພົບຜູ້ປ່ວຍເປັນມະເຮັງ ຫຼື ພະຍາດຮ້າຍແຮງທີ່ກ່ຽວຂ້ອງກັບຝຸ່ນພິດ ປົກຄຸມທົ່ວເຂດແມນຮັນຕັນ ດົນຫຼາຍອາທິດ ຈາກເຫດການຄົນຮ້າຍຂັບເຮືອບິນຕຳອາຄານແຝດ ເວີເທຣດເຊັນເຕີ ໃນເຫດວິນາດສະກຳ 11 ກັນຍາ 2001.

ອາຄານແຝດທີ່ພັງຖະຫຼົ່ມ ເຮັດໃຫ້ສານເຄມີເປັນພິດກະຈັດກະຈາຍໄປທົ່ວ ເຊິ່ງມີທັງ ໄດອັອກຊິນ, ແຮ່ໃຍຫີນ ແລະ ສານມະເຮັງອື່ນໆ; ເຈົ້າໜ້າທີ່ມອດໄຟ ແລະ ອາສາສະໝັກ ທີ່ເຂົ້າໄປກູ້ໄພໃນໄລຍະເດືອນທຳອິດ ເປັນກຸ່ມຄົນທີ່ໄດ້ຮັບຜົນກະທົບກ່ອນ ເຊິ່ງຜົນການສຶກສາພົບວ່າ: ກຸ່ມນີ້ສ່ຽງເປັນມະເຮັງ, ພະຍາດຫຼອດເລືອດ ແລະ ຫົວໃຈ ເພີ່ມຂຶ້ນ.

ເຈົ້າໜ້າທີ່ມອດໄຟ ແລະ ອາສາສະໝັກ ທີ່ເຂົ້າໄປກູ້ໄພໃນໄລຍະເດືອນທຳອິດ ເປັນກຸ່ມຄົນທີ່ໄດ້ຮັບຜົນກະທົບກ່ອນ

ໂຄງການສຸຂະພາບ ເວີເທຣດເຊັນເຕີຂອງລັດຖະບານກາງ ທີ່ຕັ້ງຂຶ້ນເພື່ອປິ່ນປົວຜູ້ລອດຊີວິດ ພົບຜູ້ປ່ວຍເປັນມະເຮັງຈຳນວນຫຼາຍ ໂດຍພົບວ່າ: ນັບຈົນເຖິງທ້າຍເດືອນມິຖຸນາ ປີນີ້ ມີຜູ້ເຂົ້າໂຄງການທີ່ບໍ່ແມ່ນ ຜູ້ເຂົ້າໄປກູ້ໄພກຸ່ມທຳອິດ ຫຼາຍເຖິງ 21.000 ຄົນ, ຖືວ່າເພີ່ມຂຶ້ນ 2 ເທົ່າ ຈາກ 3 ປີກ່ອນ ເຊິ່ງໃນຈຳນວນນີ້ເກືອບ 4.000 ຄົນ ເປັນມະເຮັງ ສ່ວນຫຼາຍເປັນມະເຮັງຕ່ອມໝາກອັນຖະ, ເຕົ້ານົມ ແລະ ຜິວໜັງ.

ຍິງຄົນໜຶ່ງທີ່ໃນຕອນນັ້ນ ອາຍຸພຽງ 26 ປີ ເຮັດວຽກຢູ່ຫ່າງຈາກ ເວີເທຣດເຊັນເຕີ ໄປປະມານ 2 ຊ່ວງຕຶກ ກວດພົບມະເຮັງໄລຍະແພ່ກະຈາຍ ໃນອີກ 15 ປີຕໍ່ມາ ຂະນະທີ່ເປັນແມ່ລູກ 3 ຄົນແລ້ວ

ຍິງຄົນໜຶ່ງທີ່ໃນຕອນນັ້ນ ອາຍຸພຽງ 26 ປີ ເຮັດວຽກຢູ່ຫ່າງຈາກ ເວີເທຣດເຊັນເຕີ ໄປປະມານ 2 ຊ່ວງຕຶກ ກວດພົບມະເຮັງໄລຍະແພ່ກະຈາຍ ໃນອີກ 15 ປີຕໍ່ມາ ຂະນະທີ່ເປັນແມ່ລູກ 3 ຄົນແລ້ວ, ສ່ວນຊາຍອາຍຸ 37 ປີ ກວດພົຍມະເຮັງລຳໄສ້ໄລຍະລຸກລາມ ໃນ 18 ເດືອນກ່ອນ ທັ້ງໆທີ່ຄົນໃນຄອບຄົວ ບໍ່ມີປະຫວັດເຄີຍເປັນມະເຮັງຊະນິດນີ້ ທີ່ມັກພົບໃນຜູ້ສູງອາຍຸ ເຊິ່ງຊາຍຄົນນີ້ກໍບໍ່ໄດ້ຢູ່ໃນເຂດທີ່ເກີດເຫດ 11 ກັນຍາ ແຕ່ເຮັດວຽກວັດແທກທີ່ດິນ ໃນເຂດແມນຮັດຕັນ ໃນໄລຍະປີ 2001 ຫາ 2003.

ຜູ້ຊ່ຽວຊານດ້ານສຸຂະພາບ ກ່າວວ່າ:

ບໍ່ສາມາດຊີ້ວັດໄດ້ວ່າ ແມ່ນຫຍັງເປັນສາເຫດເຮັດໃຫ້ຄົນເປັນມະເຮັງ ແຕ່ພົບຄວາມກ່ຽວຂ້ອງຊັດເຈນລະຫວ່າງ ອັດຕາການເປັນມະເຮັງ ກັບ ການໄດ້ຮັບສານພິດ ໂດຍພົບວ່າເພີ່ມຂຶ້ນ 10% ຫາ 30% ແລະ ເພີ່ມຂຶ້ນຕາມອາຍຸທີ່ຫຼາຍຂຶ້ນ ເພາະມະເຮັງບາງຊະນິດ ເຊັ່ນ: ມະເຮັງປອດ ຕ້ອງໃຊ້ເວລາ 20 ຫາ 30 ປີ ກວ່າຈະສະແດງອາການໃຫ້ເຫັນ.

ເຫດວິນາດສະກຳ 11 ກັນຍາ 2001 ຂ້າຊີວິດຄົນໄປເກືອບ 3.000 ຄົນ; ເຊິ່ງຕໍ່ກັບເລື່ອງນີ້, ປະທານາທິບໍດີ ໂດໂນ ທຣຳ ກໍໄດ້ລົງນາມຮ່າງກົດໝາຍ ໃນເດືອນກໍລະກົດ ທີ່ຜ່ານມາ ຂະຫຍາຍກຳນົດເວລາໃຫ້ຜູ້ເຄາະຮ້າຍ ຍື່ນຂໍຄ່າຊົດເຊີຍ ຈາກກອງທຶກຊົດເຊີຍຜູ້ເຄາະຮ້າຍ ໄດ້ຈົນເຖິງທ້າຍປີ 2633 ຈາກເດີມທີ່ຈະໝົດອາຍຸໃນທ້າຍປີໜ້າ. ປັດຈຸບັນນີ້, ທາງກອງທຶນ ກໍໄດ້ຈ່າຍເງິນໃຫ້ຜູ້ລອດຊີວິດທີ່ບໍ່ສະບາຍ ແລະ ຜູ້ເສຍຊີວິດ ສະເລ່ຍຄົນລະ 240.000 ໂດລາສະຫະລັດ ແລະ 682.000 ໂດລາສະຫະລັດ ຕາມລຳດັບ.