ສະຖານີໂທລະພາບ NHK ລາຍງານ ໃນວັນທີ 9 ກັນຍາ ວ່າ: ໄຕ້ຝຸ່ນຟ້າໃສ ເຊິ່ງເປັນໄຕ້ຝຸ່ນທີ່ພັດຖະຫຼົ່ມ ນະຄອນຫຼວງໂຕກຽວ ຂອງຍີ່ປຸ່ນ ຮຸນແຮງທີ່ສຸດໃນຮອບຫຼາຍປີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 1 ຄົນ ເປັນຍິງໄວກາງຄົນ ທີ່ຖືກກະແສລົມແຮງພັດໄປຕຳອາຄານ ຈົນເສຍຊີວິດ.

ລາຍງານລະບຸວ່າ: ພາບຈາກກ້ອງວົງຈອນປິດ ເຫັນຍິງອາຍຸ 50 ປີປາຍ ຖືກກະແສລົມແຮງພັດເອົາຮ່າງໄປຕຳໃສ່ກັບອາຄານໃກ້ຄຽງ ເປັນເຫດໃຫ້ເສຍຊີວິດຢູ່ຖະໜົນສາຍໜຶ່ງ, ຂະນະທີ່ ຍິງອາຍຸ 20 ປີປາຍຄົນໜຶ່ງ ບາດເຈັບສາຫັດ ເພາະເສົາເຫຼັກຈັບຕາຂ່າຍສະໜາມກັອບ ຖືກລົມພັດຫຼົ້ມເປັນແຖວ ທັບບ້ານເຮືອນຫຼາຍຫຼັງໃນເຂດອິຊິຮາຣະ ທາງຕາເວັນອອກຂອງນະຄອນຫຼວງໂຕກຽວ.

ໄຕ້ຝຸ່ນຟ້າໃສ ພັດຖະຫຼົ່ມ ນະຄອນຫຼວງຍີ່ປຸ່ນ

ນອກຈາກນີ້, ຍັງມີດິນເຈື່ອນຂະໜາດໜ້ອຍ ແລະ ຂົວແຫ່ງໜຶ່ງ ຖືກກະແສນໍ້າທີ່ຫຼົ້ນຝັ່ງພັດຈົນຂາດ, ບ້ານເຮືອນ 930.000 ຫຼັງ ບໍ່ມີໄຟຟ້າໃຊ້ຊົ່ວຄາວ ເຊິ່ງຄວບຄຸມເມືອງຄາໂມກາວະທັງເມືອງ. ດ້ານເຈົ້າໜ້າທີ່ ເປີດເຜີຍວ່າ: ບໍ່ເຄີຍເກີດເຫດໄຟຟ້າດັບທັງເມືອງແບບນີ້ມາກ່ອນ.

NHK ລາຍງານຕື່ມວ່າ: ໄຕ້ຝຸ່ນຟ້າໃສ ໄດ້ພັດຂຶ້ນຝັ່ງທີ່ເມືອງຊິບະ ທາງຕາເວັນອອກຂອງນະຄອນຫຼວງໂຕກຽວ ໃນຕອນກ່ອນແຈ້ງຂອງວັນທີ 9 ກັນຍາ ຕາມເວລາທ້ອງຖິ່ນ, ມີລົມພັດແຮງເຖິງ 207 ກິໂລແມັດຕໍ່ຊົ່ວໂມງ ຖືວ່າແຮງທີ່ສຸດເທົ່າທີ່ເຄີຍມີການບັນທຶກມາ.

ທາງດ້ານເຈົ້າໜ້າທີ່ ເຕືອນວ່າ: ເຖິງວ່າໄຕ້ຝຸ່ນຈະເຄື່ອນທີ່ອອກທະເລໄປແລ້ວ ໃນຕອນທ່ຽງຂອງວັນດຽວກັນ ຕາມເວລາທ້ອງຖິ່ນ ແຕ່ອາດຈະເຮັດໃຫ້ຝົນຕົກໜັກຕໍ່ໄປອີກຫຼາຍຊົ່ວໂມງ ເຊິ່ງຄວບຄຸມໄປເຖິງ ແຂວງຟູກຸຊິມະ ທີ່ເປັນສະຖານທີ່ເກີດເຫດໂຮງໄຟຟ້ານິວເຄຣຍ ເພາະແຜ່ນດິນໄຫວ ແລະ ສຶນາມິ ໃນປີ 2011 ແລະ ເຕືອນໃຫ້ລະວັງເປັນລົມແດດ ເພາະຄາດຄະເນວ່າ ອາກາດຈະຮ້ອນຂຶ້ນເຖິງ 36 ອົງສາເຊ.

ດ້ານການບໍລິການລົດໄຟຫົວລູກປືນ ຊິນຄັນເຊັນ ເຊື່ອມນະຄອນຫຼວງໂຕກຽວ ກັບເມືອງອື່ນໆ ກັບມາໃຫ້ບໍລິການຕາມປົກກະຕິແລ້ວ ຫຼັງຈາກທີ່ຢຸດໄປຊົ່ວຄາວ; ທັ້ງນີ້, ແຕ່ລະປີ ມັກຈະມີໄຕ້ຝຸ່ນພັດຂຶ້ນຝັ່ງຍີ່ປຸ່ນ 4-5 ລູກ ແຕ່ບໍ່ຄ່ອຍພົບໄຕ້ຝຸ່ນພັດມາຂຶ້ນຝັ່ງໃຫ້ ນະຄອນຫຼວງໂຕກຽວ ຄືໃນຄັ້ງນີ້.

ບ້ານເຮືອນ 930.000 ຫຼັງ ບໍ່ມີໄຟຟ້າໃຊ້ຊົ່ວຄາວ
ບ້ານເຮືອນ 930.000 ຫຼັງ ບໍ່ມີໄຟຟ້າໃຊ້ຊົ່ວຄາວ