ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ພຊສ ນວ) ໄດ້ປະກາດຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກ-ຄະນະຂະແໜງການອ້ອມຂ້າງ ພຊສ ຂຶ້ນໃນ ວັນທີ 6 ກັນຍາ 2019, ເຂົ້າຮ່ວມ ໂດຍ ທ່ານ ລາດຊະນີວົງ ອະມະຣະທິທາດາ ປະທານອົງການກວດກາລັດ ນະຄອນຫຼວງວຽງຈັນ; ທ່ານ ໄຊຍະເວດ ວິໄຊ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ມີຮອງຫົວໜ້າຄະນະຈັດ ຕັ້ງ ນວ, ແຂກຮັບເຊີນ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ທ່ານ ນາງ ດຳດວນ ຈັນທະວົງ
ທ່ານ ນາງ ດຳດວນ ຈັນທະວົງ

ທ່ານ ນາງ ດຳດວນ ຈັນທະວົງ ຮອງຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງພະນັກງານ ອີງຕາມໜັງສືສະເໜີຂອງກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ອີງຕາມການຕົກລົງເຫັນດີເປັນເອກະພາບຂອງກອງປະຊຸມປຶກສາຫາລືລະ ຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຄະນະຈັດຕັ້ງ ແລະ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ເຈົ້າຄອງນະຄອນຫຼວງວຽງຈັນ ຕົກລົງແຕ່ງຕັ້ງ ທ່ານ ແອງພອນ ແພງສຸວັນ ຫົວໜ້າພະແນກຄຸ້ມຄອງການນໍາໃຊ້ນໍ້າ ກົມຊັບພະຍາກອນນໍ້າເປັນ ຮອງຫົວໜ້າພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ.

ກອງປະຊຸມແຕ່ງຕັ້ງຫົວໜ້າພະແນກ-ຄະນະຂແໜງອ້ອມຂ້າງ ພຊສ ນວ ຄົນໃໝ່
ກອງປະຊຸມແຕ່ງຕັ້ງຫົວໜ້າພະແນກ-ຄະນະຂແໜງອ້ອມຂ້າງ ພຊສ ນວ ຄົນໃໝ່

ພ້ອມດຽວກັນນັ້ນ, ກໍໄດ້ແຕ່ງຕັ້ງຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ຄື: ຂະແໜງບໍລິຫານ ແລະ ການເງິນ; ສະຖິຕິ ແລະ ຂໍ້ມູນຂ່າວສານ; ຈັດຕັ້ງ ແລະ ພະນັກງານ; ກວດກາ; ທີ່ດິນ; ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ; ສິ່ງແວດລ້ອມ ແລະ ການປ່ຽນແປງ ດິນຟ້າອາກາດ ແລະ ຂະແໜງຕິດຕາມກວດກາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃນໂອກາດດັ່ງກ່າວ, ທ່ານ ໄຊຍະເວດ ວິໄຊ ໄດ້ເນັ້ນໃຫ້ຫົວໜ້າ ພະແນກ-ຄະນະຂະແໜງການອ້ອມຂ້າງ ພຊສ ທຸກສະຫາຍທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້, ໃຫ້ເອົາໃຈໃສ່ຕັ້ງໜ້າປະຕິບັດໜ້າທີ່ຢ່າງມີຄວາມຮັບຜິດຊອບສູງ, ມີຄວາມກ້າຫານ, ໄຫວພິກໃນການເຄື່ອນໄຫວວິຊາສະເພາະ, ກໍາແໜ້ນແນວທາງ, ລະບຽບກົດໝາຍເປັນສໍາຄັນ, ຢຶດຖືຄວາມຊື່ສັດ, ຖືກຕ້ອງ, ເປັນທໍາ ເພື່ອສະກັດກັ້ນບໍ່ໃຫ້ມີປະກົດການຫຍໍ້ທໍ້ດ້ານຕ່າງໆເກີດຂຶ້ນພາຍໃນສໍານັກງານ-ອົງການຂອງຕົນເອງ.