ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງວຽງຄໍາ ແຂວງວຽງຈັນ ໄດ້ດຳເນີນການ ຈັບກຸມແກ້ງລັກຊັບພົນລະເມືອງ ປະເພດລົດຈັກ ແລະ ຊື້ຊັບຜິດກົດໝາຍພາຍໃນເມືອງ ໄດ້ທັງໝົດຍົກແກ້ງ ລວມ 7 ຄົນ ໃນເດືອນກໍລະກົດ – ສິງຫາ ທີ່ຜ່ານມາ ພ້ອມທັງເກັບກູ້ລົດຈັກໄດ້ຈໍານວນ 5 ຄັນ.

ກຸ່ມແກ້ງລັກລົດຈັກ ທີ່ຕົກເປັນຜູ້ຖືກຫາ ໃນຄະດີລັກຊັບພົນລະເມືອງ ໃນຄັ້ງນີ້ ທັງ 7 ຄົນ ມີຊື່ວ່າ:

ກຸ່ມແກ້ງລັກລົດຈັກ ໄດ້ທັງ 7 ຄົນ
ກຸ່ມແກ້ງລັກລົດຈັກ ໄດ້ທັງ 7 ຄົນ
  • ທ້າວ ເພັງ ອາຍຸ 19 ປີ ຢູ່ບ້ານວຽງທອງ ເມືອງທ່າໂທມ ແຂວງໄຊສົມບູນ ຖືກກັກຕົວ ໃນວັນທີ 17 ກໍລະກົດ
  • ທ້າວ ຈັບ ອາຍຸ 16 ປີ ຢູ່ບ້ານນ້ຳພ້າວ ເມືອງວັງວຽງ ກັກຕົວ ໃນວັນທີ 11 ກໍລະກົດ
  • ທ້າວ ຄຳຕັນ ອາຍຸ 36 ປີ ຢູ່ບ້ານດອນກວດ ເມືອງວຽງຄຳ ກັກຕົວ ໃນວັນທີ 11 ກໍລະກົດ ຜູ້ກ່ຽວແມ່ນເຄີຍຖືກດໍາເນີນຄະດີມາແລ້ວ 4 ຄັ້ງ
  • ທ້າວ ວັນນາ ອາຍຸ 19 ປີ ຢູ່ບ້ານໂນນສະຫວ່າງ ເມືອງວຽງຄຳ ກັກຕົວ ໃນວັນທີ 23 ກໍລະກົດ
  • ທ້າວ ດອນ ອາຍຸ 39 ປີ ຢູ່ບ້ານເວີນສານ ເມືອງວຽງຄຳ ກັກຕົວ ໃນວັນທີ 16 ສິງຫາ
  • ນາງ ເໝີຍ ອາຍຸ 27 ປີ ແລະ ທ້າວ ຊ້າງນ້ອຍ ອາຍຸ 20 ປີ ທັງ 2 ຄົນ ຢູ່ບ້ານໂພນໂຮງ ເມືອງໂພນໂຮງ ແຂວງວຽງຈັນ ທັງ 2 ຖືກກັກຕົວ ໃນວັນທີ 23 ກໍລະກົດ

ເຊິ່ງພວກກ່ຽວທັງ 7 ຄົນ ແມ່ນ ສົມຮູ້ຮ່ວມຄິດກັນລັກຊັບພົນລະເມືອງ ແລະ ຊື້-ຂາຍຊັບຜິດກົດໝາຍ.

ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງວຽງຄໍາ ໄດ້ຖະແຫຼງການ ໃນອາທິດຜ່ານມາ ວ່າ:

ເບື້້ອງຕົ້ນ ແມ່ນຜູ້ເສຍຫາຍຈໍານວນໜຶ່ງພາຍໃນເມືອງວຽງຄໍາ ໄດ້ເຂົ້າແຈ້ງຄວາມວ່າ ມີຄົນຮ້າຍມາລັກລົດຈັກພາຍໃນເຮືອນໜີໄປ. ຈາກນັ້ນ, ເຈົ້າໜ້າທີ່ ໜ່ວຍງານວິຊາສະເພາະ ຄະດີອາຍາ ປກສ ເມືອງວຽງຄໍາ ໄດ້ຕິດຕາມເປົ້າໝາຍເຄື່ອນໄຫວລັກຊັບພົມລະເມືອງ ແລະ ຜ່ານການຕິດຕາມ ຈຶ່ງສາມາດກັກຕົວພວກກ່ຽວທັງ 7 ຄົນ ໄປດຳເນີນການສອບສວນ.

ຜ່ານການສອບສວນ ພວກກ່ຽວທັງ 7 ຄົນ ຮັບສາລະພາບ ວ່າ:

ໃນໄລຍະເດືອນພຶດສະພາ 2019, ທ້າວ ເພັງ ໄດ້ຮ່ວມກັບ ທ້າວ ໂບ້ ໄປລັກລົດຈັກເວບ 100 ສີແດງດຳ ຈຳນວນ 2 ຄັນ ຢູ່ບ້ານໂນນສະຫວ່າງ ເມືອງວຽງຄຳ ແລ້ວເອົາໄປໄວ້ເຮືອນ ທ້າວ ຄຳຕັນ ເພື່ອລໍຖ້າຂາຍ. ມາເດືອນມິຖຸນາ 2019, ທ້າວ ວັນນາ ຮ່ວມກັບ ທ້າວ ໂບ້ ໄປລັກລົດຈັກຄີກໄອ 125 ຢູ່ບ້ານປາກກະຍຸງ ເມືອງວຽງຄຳ; ຈາກນັ້ນ, ກໍເອົາໄປຂາຍອອກຕ່າງແຂວງ.

ລົດຈັກທີ່ທາງເຈົ້າໜ້າທີ່ ສາມາດເກັບກູ້ຄືນມາໄດ້ ຕອນນີ້ເກັບຮັກສາໄວ້ຢູ່ ກອງບັນຊາການເມືອງ ດັ່ງກ່າວ ແລະ ຈະສືບຕໍ່ເກັບກູ້ລົດຈຳນວນທີ່ຄົນຮ້າຍລັກໄປຄືນມາ ເພື່ອມອບໃຫ້ເຈົ້າຂອງເດີມ
ລົດຈັກທີ່ທາງເຈົ້າໜ້າທີ່ ສາມາດເກັບກູ້ຄືນມາໄດ້ ຕອນນີ້ເກັບຮັກສາໄວ້ຢູ່ ກອງບັນຊາການເມືອງ ດັ່ງກ່າວ ແລະ ຈະສືບຕໍ່ເກັບກູ້ລົດຈຳນວນທີ່ຄົນຮ້າຍລັກໄປຄືນມາ ເພື່ອມອບໃຫ້ເຈົ້າຂອງເດີມ

ອີກ 2 ວັນຕໍ່ມາ, ພວກກ່ຽວໄດ້ພາກັນໄປລັກລົດຈັກເວບ 100 ຈໍານວນ 2 ຄັນ ຢູ່ບ້ານຫ້ວຍອີ່ເລີດ ເມືອງຫີນເຫີບ ແລະ ຂ້າງຕະຫຼາດໂພນໂຮງ ແລ້ວກໍເອົາໄປຂາຍ; ຈາກນັ້ນ, ພວກກ່ຽວໄດ້ພາກັນໄປລັກລົດຈັກເວບ 100 ຈໍານວນ 3 ຄັນ ແລະ ລົດຈັກເອັມເອັກ ສີດໍາ 1 ຄັນ ລັກຢູ່ເຂດບ້ານໂພນຄໍາ, ບ້ານກົກກ້ຽງ ເມືອງແກ້ວອຸດົມ, ບ້ານນານິນ ເມືອງວຽງຄຳ ແລ້ວເອົາໄປເຊື່ອງໄວ້ຢູ່ເຮືອນ ທ້າວ ວັນນາ ບ້ານໂນນສະຫວ່າງ. ຈາກນັ້ນ, ທ້າວ ວັນນາ ກັບ ທ້າວ ໂບ້ ໄດ້ຂີ່ລົດຈັກຈຳນວນດັ່ງກ່າວໄປໄວ້ເຮືອນ ທ້າວ ໂຕດ ບ້ານນານິນ ເພື່ອລໍຖ້າຂາຍ.

ໄລຍະເດືອນກໍລະກົດ 2019, ນາງ ເໝີຍ ແລະ ທ້າວ ຊ້າງ ໄດ້ຮ່ວມກັບ ທ້າວ ໂບ້ ໄປລັກລົດຈັກເວບ 100 ຈໍານວນ 3 ຄັນ ຢູ່ຕະຫຼາດໂພນໝີ ບ້ານເມືອງເກົ່າ ເມືອງວຽງຄຳ ແລະ ບ້ານຫ້ວຍອີ່ເລີດ ເມືອງຫີນເຫີບ ແລ້ວກໍພາກັນເອົາໄປຈ່າວຂາຍ.

ໄລຍະເດືອນດຽວກັນ, ທ້າວ ຊ້າງນ້ອຍ ໄດ້ຮ່ວມກັບ ທ້າວ ໂບ້ ໄປລັກລົດຈັກເວບ 100 ຈໍານວນ 3 ຄັນ ຢູ່ຂອບເຂດເມືອງໂພນໂຮງ ແລະ ເມືອງວຽງຄຳ ແລ້ວພວກກ່ຽວໄດ້ພາກັນໄປລັກລົດຈັກເວບ 100 ຈຳນວນ 1 ຄັນ ແລະ ລົດຈັກ ເທນາ 1 ຄັນ ຢູ່ຂອບເຂດເມືອງຫີນເຫີບ ແລ້ວພາກັນເອົາໄປຊຸກເຊື່ອງໄວ້ຢູ່ຖຽງນາ ທ້າວ ຄູນ ບ້ານນາເຄືອ.

ຈັບກຸມແກ້ງລັກຊັບພົນລະເມືອງ ໄດ້ທັງ 7 ຄົນ ພ້ອມທັງເກັບກູ້ໄດ້ 5 ຄັນ
ຈັບກຸມແກ້ງລັກຊັບພົນລະເມືອງ ໄດ້ທັງ 7 ຄົນ ພ້ອມທັງເກັບກູ້ໄດ້ 5 ຄັນ

ຈາກນັ້ນ, ທ້າວ ໂບ້, ທ້າວ ຊ້າງ ແລະ ທ້າວ ເພັງ ໄດ້ພາກັນໄປລັກເອົາລົດໃຫຍ່ ປະເພດຮຸນໄດ HD-100 ສີຂາວ 1 ຄັນ ຢູ່ເຂດບ້ານຫີນເຫີບເໜືອ ເມືອງຫີນເຫີບ ເພື່ອຈະເອົາໄປບັນທຸກລົດຈັກທີ່ລັກມາໄປຂາຍຕໍ່; ພໍເດີນທາງມາຮອດເມືອງໂພນໂຮງ ພວກກ່ຽວໄດ້ໄປຈ່າວຂາຍລົດຮຸນໄດຄັນດັ່ງກ່າວ ໃນລາຄາ 10.000.000 ກີບ ແຕ່ບໍ່ມີຜູ້ຊື້ ທ້າວ ໂບ້ ຈຶ່ງໄດ້ເອົາລົດຄັນດັ່ງກ່າວໄປຊຸກເຊື່ອງໄວ້ຢູ່ໃສບໍ່ຮູ້; ສ່ວນລົດຈັກທີ່ພວກກ່ຽວລັກໄດ້ແຕ່ລະຄັນ ແມ່ນໄດ້ເອົາໄປຂາຍຢູ່ຂອບເຂດເມືອງ ແລະ ຕ່າງແຂວງ ເມື່ອໄດ້ເງິນແລ້ວ ກໍເອົາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍຈົນໜົດ.

ສ່ວນ ທ້າວ ໂບ້ ແມ່ນໄດ້ເອົາຕົວຫຼົບໜີ ເຊິ່ງເຈົ້າໜ້າທີ່ຕຳຫຼວດ ກຳລັງເລັງຕິດຕາມຜູ້ກ່ຽວມາລົງໂທດຕາມກົດໝາຍບ້ານເມືອງ. ປັດຈຸບັນ, ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງວຽງຄຳ ແຂວງວຽງຈັນ ໄດ້ເກັບກູ້ລົດຈັກທີ່ພວກກ່ຽວລັກໄປນັ້ນ ໄດ້ຈຳນວນ 5 ຄັນ ມາຮັກສາໄວ້ຢູ່ ກອງບັນຊາການເມືອງ ດັ່ງກ່າວ ແລະ ຈະສືບຕໍ່ເກັບກູ້ລົດຈຳນວນທີ່ຄົນຮ້າຍລັກໄປຄືນມາ ເພື່ອມອບໃຫ້ເຈົ້າຂອງເດີມ.