ໃນອາທິດທີ່ຜ່ານມາ, ກອງບັນຊາການ ທະຫານແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານລະດົມພົນ ສົກປີ 2018-2019 ແລະ ທິດທາງແຜນການວຽກງານລະດົມພົນ ສົກປີ 2019-2020; ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ ປະທານອະນຸກຳມະການລະດົມພົນຂັ້ນແຂວງ, ມີ ພັອ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ, ມີບັນດາຄະນະອະນຸກຳມະການລະດົມພົນຂັ້ນແຂວງ ແລະ ຂັ້ນເມືອງ ຕະຫຼອດຮອດພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ເຊື່ອມຊຶມຄຳສັ່ງແນະນຳຂອງກົມໃຫຍ່ເສນາທິການກອງທັບ ສະບັບເລກທີ 1068/ກສນ ລົງວັນທີ 10/5/2019 ວ່າດ້ວຍການລະດົມພົນທະຫານພັນທະ ປະຈຳປີ 2019 ແລະ ເອກະສານອື່ນໆ, ທີ່ກ່ຽວຂ້ອງຈໍານວນໜຶ່ງ; ພ້ອມທັງສະຫຼຸບຕີລາຄາການເຄື່ອນໄຫວວຽກງານລະດົມພົນ ສົກປີ 2018-2019 ແລະ ທິດທາງແຜນການວຽກງານລະດົມພົນ ສົກປີ 2019-2020 ໂດຍຍົກໃຫ້ເຫັນດ້ານດີ ແລະ ດ້ານອ່ອນຂໍ້ຄົງຄ້າງໃນສົກຜ່ານມາທີ່ບັນດາຄະນະອະນຸກຳມະການລະດົມພົນຂັ້ນຕ່າງໆຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ.

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານລະດົມພົນ ຂອງກອງບັນຊາການ ທະຫານແຂວງໄຊຍະບູລີ
ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານລະດົມພົນ ຂອງກອງບັນຊາການ ທະຫານແຂວງໄຊຍະບູລີ

ໃນປີຜ່ານມາ, ໄດ້ສູ້ຊົນປະຕິບັດໜ້າທີ່ວຽກງານລະລະດົມພົນໃຫ້ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ໂດຍໄດ້ແຕ່ງຕັ້ງວິຊາການລົງສົມທົບກັບອຳນາດການປົກຄອງ, ພໍ່-ແມ່ປະຊາຊົນແຕ່ລະບ້ານໃຫ້ເຂົ້າໃຈຕໍ່ເນື້ອໃນກົດໝາຍປ້ອງກັນຊາດ, ເກັບກໍາ, ກວດກາຊີວະປະຫວັດ ແລະ ຄັດເລືອກເອົາຊາວໜຸ່ມຜູ້ທີ່ມີມາດຖານເງື່ອນໄຂເຂົ້າມາຮັບໃຊ້ຊາດ ໄດ້ທັງປະລິມານ ແລະ ຄຸນນະພາບ; ເຊິ່ງແຜນຄາດຄະເນໃນສົກປີ 2019-2020 ນີ້ ຈະລະດົມໃຫ້ໄດ້ 400 ກວ່າຄົນ.