ວັນທີ 10 ກັນຍາ 2019, ກະຊວງຍຸຕິທໍາ ໄດ້ຈັດພິທີມອບ-ຮັບ ປຶ້ມປະມວນກົດໝາຍອາຍາ ຂອງ ສປປ ລາວ ຈໍານວນ 16.000 ຫົວ ພາຍຫຼັງຈັດພິມສຳເລັດ ໂດຍໄດ້ຮັບການຊ່ວຍເຫຼືອຈາກ UNDP ຮ່ວມກັບ JICA, ຕາງໜ້າມອບໂດຍ ທ່ານ ເນເວັນ ມີມີຊາ ຫົວໜ້າກຳມາທິການຮ່ວມມືສາກົນ ແລະ ການພັດທະນາ ສະຫະພາບເອີຣົບ ແລະ ທ່ານ ນາງ ພໍເລັດ ເລເນິດ ລັດຖະມົນຕີ ກະຊວງການຮ່ວມມື ເພື່ອການພັດທະນາ ແລະ ວຽກງານມະນຸດສະທຳ ແຫ່ງລາຊະອານາຈັກລຸກຊໍາບວກ, ຮັບໂດຍ ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ໂດຍມີບັນດາພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ໄຊສີ ສັນຕິວົງ ລັດຖະມົນຕີ ກະຊວງຍຸຕິທຳ ກ່າວວ່າ:

ເຫດຜົນໃນການສ້າງປະມວນກົດໝາຍອາຍາ ສະບັບນີ້ ແມ່ນ: ຍ້ອນກົດໝາຍອາຍາ ສະບັບປີ 2005 ມີບາງເນື້ອໃນ, ບາງບົດບັນຍັດ ກຳນົດບໍ່ທັນລະອຽດ, ຄົບຖ້ວນ ແລະ ຮັດກຸມ; ຍ້ອນກົດໝາຍອື່ນ ທີ່ໄດ້ກໍານົດການກະທໍາຜິດທາງອາຍາຫຼາຍກວ່າ 20 ສະບັບ ເປັນຕົ້ນແມ່ນ: ກົດໝາຍ ວ່າດ້ວຍ ການຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ກົດໝາຍ ວ່າດ້ວຍ ຫຼັກຊັບ, ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ, ກົດໝາຍ ວ່າດ້ວຍ ການຕ້ານການຄ້າມະນຸດ ແລະ ກົດໝາຍອື່ນອີກ 16 ສະບັບ ທີ່ເຮັດໃຫ້ບໍ່ມີຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ.

ຍ້ອນສະພາບທາງດ້ານເສດຖະກິດ ແລະ ສັງຄົມ ນັບມື້ຂະຫຍາຍຕົວ ແລະ ປ່ຽນແປງໄປເລື້ອຍໆ ແລະ ຍ້ອນ ສປປ ລາວ ໄດ້ເຂົ້າເປັນພາຄີສົນທິສັນຍາສາກົນຈຳນວນໜຶ່ງ ທີ່ພົວພັນກັບກົດໝາຍອາຍາ ໂດຍສະເພາະ ສົນທິສັນຍາກ່ຽວກັບ ສິດທິມະນຸດ, ສົນທິສັນຍາກ່ຽວກັບ ການຕ້ານການສໍ້ລາດບັງຫຼວງ, ກ່ຽວກັບ ການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ສົນທິສັນຍາກ່ຽວກັບ ການຕ້ານການຄ້າມະນຸດ.

ການສ້າງປຶ້ມປະມວນກົດໝາຍອາຍາ ໃນຄັ້ງນີ້ ດ້ານງົບປະມານໄດ້ຮັບການຊ່ວຍເຫຼືອຈາກ UNDP, ລັດຖະບານຝຣັ່ງ ແລະ ອົງການຈັດຕັ້ງສາກົນອື່ນ, ສ່ວນດ້ານວິຊາການ ໄດ້ຮັບການສະໜັບສະໜູນຈາກ UNDP ຮ່ວມກັບ JICA ມາໃຫ້ບົດຮຽນຫຼາຍຄັ້ງກ່ຽວກັບ ການສ້າງປະມວນກົດໝາຍອາຍາ; ເນື້ອແທ້ການສ້າງປະມວນກົດໝາຍອາຍາໃນຄັ້ງນີ້ ແມ່ນການປັບປຸງກົດໝາຍອາຍາ ປີ 2005 ແລະ ກົດໝາຍສະບັບອື່ນທີ່ກຳນົດການກະທຳຜິດທາງອາຍາ ແລະ ໂທດ ເພື່ອໃຫ້ສອດຄ່ອງກັບ ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ລວມທັງສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ພ້ອມທັງກຳນົດການກະທຳຜິດໃໝ່ ຈຶ່ງເຮັດໃຫ້ການກະທຳຜິດເພີ່ມຂຶ້ນ; ເຊິ່ງປະມວນກົດໝາຍອາຍາ ປະກອບມີ 3 ພາກ ຄື: ພາກທົ່ວໄປ, ພາກສະເພາະ ແລະ ບົດບັນຍັດສຸດທ້າຍ ເຊິ່ງລວມມີ 425 ມາດຕາ.

ພາຍຫຼັງມອບ-ຮັບກັນແລ້ວ ຈະໄດ້ດຳເນີນການແຈກຢາຍໃຫ້ທັງພາກລັດ ແລະ ເອກະຊົນ, ທັງສູນກາງ ແລະ ທ້ອງຖິ່ນຮາກຖານ, ບັນດາຫໍສະໝຸດ ແລະ ພິມເຜີຍແຜ່ຜ່ານສື່ຕ່າງໆຢ່າງຫຼາກຫຼາຍຮູບການ ເພື່ອໃຫ້ພົນລະເມືອງສາມາດເຂົ້າເຖິງກົດໝາຍ, ມີຄວາມຮັບຮູ້ເຂົ້າໃຈ ແລະ ປະຕິບັດກົດໝາຍດັ່ງກ່າວຢ່າງເຂັ້ມງວດ ແນໃສ່ສ້າງລັດແຫ່ງ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍ ທີ່ເຂັ້ມແຂງ ແລະ ສັກສິດ.