ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນກົມຕຳຫຼວດສິ່ງແວດລ້ອມ ກົມໃຫຍ່ ຕຳຫຼວດ ກະຊວງ ປກສ ໄດ້ເຊື່ອມຊຶມຮັບຟັງມູນເຊື້ອວັນປະຫວັດສາດຂອງຊາດລາວ ປະກອບມີ: ວັນຍຶດອຳນາດ 23 ສິງຫາ ຄົບຮອບ 44 ປີ (23 ສິງຫາ 1975-23 ສິງຫາ 2019); ແລະ ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 28 ປີ (15 ສິງຫາ 1991-15 ສິງຫາ 2019) ແລະ ດໍາລັດວ່າດ້ວຍຈັນຍາບັນຂອງພະນັກງານ-ລັດຖະກອນ ແລະ ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕຳຫຼວດ ໃນວັນທີ 10 ກັນຍາ 2019; ປາຖະກະຖາໂດຍ ພັອ ປອ ຄຳແຝງ ວັນດີໄຊ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ.

ພັອ ປອ ຄຳແຝງ ວັນດີໄຊ ກ່າວວ່າ:

ດໍາລັດວ່າດ້ວຍຈັນຍາບັນ ຂອງພະນັກງານ-ລັກຖະກອນ ສະບັບ ເລກທີ 184/ລບ ວັນທີ 26 ມິຖຸນາ 2019 ປະກອບມີ 4 ໝວດ 14 ມາດຕາ; ສໍາລັບມາດຕາ 9 ລະບຸວ່າ: ພະນັກງານ-ລັດຖະກອນຕ້ອງບໍລິການ, ຮັບໃຊ້ປະຊາຊົນ ແລະ ສັງຄົມ ດ້ວຍຄວາມຈິງ ໃຈ, ສະເໜີພາບ,ໂປ່ງໃສ, ມີກິລິຍາມາລະຍາດດີ ຖະໜອມຖອມ ຕົວ, ບໍ່ຮຽກຮ້ອງສິ່ງຕອບແທນ; ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະ ຊາຊົນ ແລະ ສັງຄົມ ໃນເວລາປະ ຕິບັດໜ້າທີ່ວຽກງານ ຄືມີຄວາມຍຸ ຕິທໍາ, ມີນ້ໍາໃຈເສຍສະລະ, ສຸພາບອ່ອນໂຍນ, ຊີ້ແຈງແນະນໍາເຫດ ຜົນ ແລະ ຈິງໃຈ, ໃຫ້ບໍລິການ ດ້ວຍຄວາມສະເໝີພາບ, ວ່ອງໄວ, ເປັນທໍາໂດຍບໍ່ຈໍາແນກເພດ, ອາຍຸ,ເຜົ່າ, ຖານະທາງສັງຄົມ, ລະດັບ ການສຶກສາ ແລະ ຄວາມເຊື້ອ, ອໍານວຍຄວາມສະດວກ ແລະ ບໍ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນໃນການເຂົ້າເຖິງຂໍ້ມູນຂ່າວສານທີ່ສາມາດເປີດເຜີຍໄດ້ ແລະ ຮັກສາ ຄວາມລັບທາງລັດຖະການ, ຄຸ້ມຄອງ, ຮັກສາຊັບສົມບັດຂອງລັດ, ຂອງລວມ ໂດຍຖືເອົາຜົນປະ ໂຫຍດຂອງຊາດ, ປະຊາຊົນ ແລະ ສັງຄົມເປັນສໍາຄັນ; ບໍ່ສວຍໃຊ້ໜ້າທີ່ຕໍາແໜ່ງ, ສິດ, ອໍານາດຂົ່ມຂູ່ ຮຽກຮ້ອງສິ່ງຕອບແທນ ແລະ ຮັບຜົນປະໂຫຍດຈາກບຸກຄົນ, ນິຕິບຸກຄົນ, ປະຊາຊົນ ແລະ ສັງຄົມ.

ພະນັກງານ ກົມຕຳຫຼວດສິ່ງແວດລ້ອມ ເຊື່ອມຊຶມເອກະສານສຳຄັນ
ພະນັກງານ ກົມຕຳຫຼວດສິ່ງແວດລ້ອມ ເຊື່ອມຊຶມເອກະສານສຳຄັນ

ສຳລັບຂໍ້ຕົກລົງຂອງກະຊວງ ປ້ອງກັນຄວາມສະຫງົບ ສະບັບເລກທີ 564 /ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ; ເຊິ່ງປະກອບມີ 6 ໝວດ ແລະ 21 ມາດຕາ; ໃນນີ້, ມາດຕາ 1 ໄດ້ລະບຸວ່າ: ຂໍ້ຕົກລົງສະບັບນີ້ໄດ້ກໍານົດຫຼັກການ, ລະບຽບການ, ຂໍ້ຫ້າມ ແລະ ມາດຕະການຕໍ່ນາຍ ແລະ ພົນຕໍາຫຼວດ ເພື່ອຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສ້າງຄວາມເປັນເອກະພາບໃນການ ຈັດຕັ້ງປະຕິບັດການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການ ຫຍໍ້ທໍ້ໃນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແນໃສ່ຫຼຸດຜ່ອນຫາງສຽງວິພາກວິຈານຂອງສັງຄົມ ແລະ ເຮັດໃຫ້ກໍາລັງມີຄວາມປອດໃສ; ເຂັ້ມແຂງ ແລະ ໜັກແໜ້ນ, ມີແບບແຜນທັນສະໄໜ, ມີຈັນຍາບັນ, ຈັນຍາທໍາ, ມີລະບຽບວິໄນເຂັ້ມງວດສົມເປັນກໍາລັງປະກອບອາວຸດປະຕິວັດທີ່ມີຄວາມຈົງຮັກ ພັກດີຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນ ຢ່າງແທ້ຈິງ.

ພະນັກງານ ກົມຕຳຫຼວດສິ່ງແວດລ້ອມ ເຊື່ອມຊຶມເອກະສານສຳຄັນ
ພະນັກງານ ກົມຕຳຫຼວດສິ່ງແວດລ້ອມ ເຊື່ອມຊຶມເອກະສານສຳຄັນ

ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນ ມູນເຊື້ອວັນຍຶດອຳນາດ 23 ສິງຫາແມ່ນເຫດການທີ່ມີຄວາມໝາຍ ສໍາຄັນຍິ່ງຂອງຊາດລາວ, ເປັນການໂມ່ງບາດຄ້ອນມະຫັດສະຈັນເຂົ້າ ໃສ່ກໍາແພງສຸດທ້າຍຂອງກໍາລັງ ຈັກກະພັດຜູ້ຮຸກຮານ ແລະ ພວກປະຕິການຂາຍຊາດໃຫ້ມຸ່ນທະ ລາຍໄປຢ່າງສິ້ນເຊີງ; ເປັນການໄຂເສັ້ນທາງສູ່ໄຊຊະນະອັນສົມບູນຂອງການປະຕິວັດປົດປ່ອຍຊາດ, ປະຊາທິປະໄຕ ແລະ ເປັນພື້ນຖານ ຫຼື ເປັນອາລຸນໃໝ່ຂອງການສ້າງຕັ້ງລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ໃນວັນທີ 2 ທັນວາ ປີ 1975, ທັງແມ່ນ ໝາກຜົນຂອງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ທີ່ເຕັມໄປ ດ້ວຍຄວາມທຸກຍາກລໍາບາກ; ພິລະອາດຫານ, ການເສຍສະຫຼະຊີວິດ ແລະ ເລືອດເນື້ອຂອງປະຊາ ຊົນລາວ ທີ່ບໍ່ຈັກວ່າເທົ່າໃດ; ທັງ ແມ່ນໝາກຜົນຂອງການນໍາໃຊ້ ສາມບາດຄ້ອນຍຸດທະສາດບຸກ ໂຈມຕີສັດຕູ “”ແບບບົວບໍ່ຊໍ້ານ້ໍາບໍ່ ຂຸ່ນ”, ແມ່ນກຽດສັກສີອັນສູງສຸດ ຂອງນັກຮັກຊາດ, ຊົນຊັ້ນກໍາມະ ກອນ, ນັກຮຽນຮູ້ປັນຍາຊົນ ແລະ ຜູ້ອອກແຮງງານ.