ສຳນັກຂ່າວ CNN ລາຍງານໃນວັນທີ 11 ກັນຍາ ນີ້ວ່າ: ນາງ ອໍເດຣ ເອລິຊາ ລໍເບີ ອາຍຸ 19 ປີ ນັກສຶກສາ ຊາວອາເມລິກາ ຈາກນະຄອນນິວຢອກ ຖືກຈັບ ກຸມທີ່ນະຄອນເຊນປີເຕີເບິກທາງພາກເໜືອຂອງລັດເຊຍ ຫຼັງຖືກເປັນຜູ້ສົງໄສຄອບຄອງ ກັນຊາ ທີ່ໃຊ້ເພື່ອການແພດ.

ນັກສຶກສາ ສາວອາເມລິກາ ຖືກຈັບ ຄາສະໜາມບິນ ຂໍ້ຫາຄອບຄອງ ກັນຊາ
ນັກສຶກສາ ສາວອາເມລິກາ ຖືກຈັບ ຄາສະໜາມບິນ ຂໍ້ຫາຄອບຄອງ ກັນຊາ

ໂຄສົກສານລັດເຊຍ ຖະແຫຼງການວ່າ ນາງ ອໍເດຣ ເອລິຊາ ລໍເບີ ມີຄວາມຜິດໃນຂໍ້ຫານຳກັນຊາຈາກສະຫະລັດ ອາເມລິກາ ເຂົ້າມາໃນລັດເຊຍ ຫຼັງຈາກເຈົ້າໜ້າທີ່ສະໜາມບິນພົບກັນຊາ 19 ກຼາມ ຂະນະກວດເຄື່ອງຂອງນາງ ນາງ ອໍເດຣ ເອລິຊາ ລໍເບີ ທີ່ສະໜາມບິນປຸນໂຄວາໃນນະຄອນເຊນປີເຕີເບິກ.

ນາງ ອໍເດຣ ເອລິຊາ ລໍເບີ ມີໃບອະນຸຍາດຈາກສະຫະລັດ ເພື່ອໃຊ້ ກັນຊາເປັນສ່ວນໜຶ່ງຂອງການປິ່ນປົວພະຍາດ. ແຕ່ໃບອະນຸຍາດດັ່ງກ່າວໃຊ້ບໍ່ໄດ້ໃນປະເທດລັດເຊຍ. ແຕ່ຍັງບໍ່ມີການດຳເນີນຄະດີທາງອາຍາ ແລະ ຍັງບໍ່ມີລາຍງານວ່າ ນາງ ອໍເດຣ ເອລິຊາ ລໍເບີ ຖືກຈັບກຸມເມື່ອໃດ ລວມເຖິງອາການປວຍຂອງຜູ້ກ່ຽວ ແລະ ໄດ້ຮັບຄວາມຊ່ວຍເຫຼືອຈາກທະນາຍຄວາມ ຫຼື ບໍ່.

ນັກສຶກສາ ສາວອາເມລິກາ ຖືກຈັບ ຄາສະໜາມບິນ ຂໍ້ຫາຄອບຄອງ ກັນຊາ
ນັກສຶກສາ ສາວອາເມລິກາ ຖືກຈັບ ຄາສະໜາມບິນ ຂໍ້ຫາຄອບຄອງ ກັນຊາ

ທ່ານ ແມ໊ກ ໂຣສ ສະມາຊິກສະພາ ຈາກພັກຣີພັບລິກັນ ເຂດ 11 ຂອງນະຄອນນິວຢອກ ແລະ ລວມເຖິງເກາະສະແຕເທນ ທີ່ນາງ ອໍເດຣ ເອລິຊາ ລໍເບີ ອາໃສຢູ່ ຂຽນຂໍ້ຄວາມຜ່ານສື່ອອນລາຍວ່າ ກຳລັງພະຍາຍາມຊ່ວຍ ເຫຼືອ ນາງ ອໍເດຣ ເອລິຊາ ລໍເບີ ກັບປະເທດ. ຂະນະທີ່ກະຊວງການຕ່າງປະເທດສະຫະລັດ ອາເມລິກາ ຖະແຫຼງຕໍ່ສຳນັກຂ່າວ CNN ວ່າ ມີພົນລະເມືອງຊາວສະຫະລັດ ຖືກຈັບທີ່ນະຄອນເຊນປີເຕີເບິກ ແຕ່ເນື່ອງຈາກຄວາມເປັນສ່ວນຕົວ ຈຶ່ງບໍ່ໄດ້ຊີ້ແຈງເພີ່ມຕື່ມອີກ.