ຂ່າວຕ່າງປະເທດ ລາຍງານ ໃນວັນທີ 10 ກັນຍາ ທີ່ຜ່ານມາ ວ່າ: ມາເລເຊຍ ວາງແຜນສ້າງຝົນທຽມ ຫຼັງຈາກທີ່ຄຸນນະພາບອາກາດໃນພື້ນທີ່ບາງແຫ່ງຂອງປະເທດ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ ເຊິ່ງເປັນຜົນມາຈາກມອກຄວັນພິດ ຈາກໄຟປ່າໃນອິນໂດເນເຊຍ.

ມາເລເຊຍ ວາງແຜນສ້າງຝົນທຽມ ເພື່ອຮັບມືກັບ ບັນຫາມອກຄວັນພິດຈາກໄຟປ່າ
ມາເລເຊຍ ວາງແຜນສ້າງຝົນທຽມ ເພື່ອຮັບມືກັບ ບັນຫາມອກຄວັນພິດຈາກໄຟປ່າ

ບັນຫາມອກຄວັນພິດ ມັກຈະເກີດຂຶ້ນໃນອາຊີຕາເວັນອອກສຽງໃຕ້ ໃນໄລຍະລະດູແລ້ງ ເມື່ອມີການຈູດເຜົາເພື່ອກຽມພື້ນທີ່ສຳຫຼັບປູກປາມນໍ້າມັນ ແລະ ພືດອື່ນໆໃນອິນໂດເນເຊຍ ເຊິ່ງເຮັດໃຫ້ປະເທດເພື່ອນບ້ານອ້ອມຮອບບໍ່ຄ່ອຍພໍໃຈ ແລະ ຫຼ້າສຸດ ໄຟປ່າອິນໂດເນເຊຍ ເຮັດໃຫ້ເກີດຄວັນພິດປົກຄຸມພື້ນທີ່ໃນລັດຊາຣາວັກ ທາງຕາເວັນອອກຂອງມາເລເຊຍ ໃນໄລຍະຫຼາຍມື້ທີ່ຜ່ານມາ.

ເຈົ້າໜ້າທີ່ ກະຊວງສິ່ງແວດລ້ອມຂອງອິນໂດເນເຊຍ ກ່າວວ່າ:

ດັດສະນີມົນລະພິດໃນບາງພື້ນທີ່ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ ໂດຍສະເພາະທີ່ສຸດ ທີ່ເມືອງກູຊິງ ເມືອງເອກຂອງລັດຊາຣາວັກ ທີ່ມີປະຊາກອນປະມານ 5 ແສນຄົນ.

ວາງແຜນສ້າງຝົນທຽມ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄຟປ່າ
ວາງແຜນສ້າງຝົນທຽມ ເພື່ອຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄຟປ່າ

ທັ້ງນີ້, ມາເລເຊຍ ກຳລັງກຽມ ວາງແຜນສ້າງຝົນທຽມ ເພື່ອບັນເທົາບັນຫາມອກຄວັນພິດ ຫາກສະພາບຂອງເມກມີຄວາມເໝາະສົມ ຈະເລີ່ມດຳເນີນການໂຮຍສານເຄມີ ເພື່ອສ້າງຝົນທຽມໃນທັນທີ. ນອກຈາກນີ້, ທາງດ້ານນະຄອນຫຼວງກົວລາລຳເປີ ແລະ ປະເທດສິງກະໂປ ກໍໄດ້ຮັບຜົນກະທົບຈາກມອກຄວັນພິດ ອາດກາດມີກິ່ນຄວັນໄຟ ແຕ່ດັດສະນີມົນລະພິດ ຍັງຢູ່ໃນລະດັບປານກາງ.