ໃນຕົ້ນເດືອນກັນຍາ 2019, ຈໍານວນ 4 ກຸ່ມບ້ານ ຂຶ້ນກັບເມືອງສິງ ແຂວງຫຼວງນໍ້າທາ ໄດ້ຈັດພິທິ ມອບອາວຸດລ່າເນື້ອ ໃຫ້ແກ່ເມືອງເພື່ອທໍາລາຍຖິ້ມ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຈັນພິພັກ ກອງຈໍາປາ ເຈົ້າເມືອງໆສິງ, ມີ ພັທ ພຸດທະສອນ ວົງແຝງຄໍາ ຫົວໜ້າກອງບັນຊາການ ປກສ ເມືອງສິງ ພ້ອມດ້ວຍຄະນະ, ມີເລຂາຄະນະພັກຮາກຖານ ແຕ່ລະກຸ່ມ, ຫົວໜ້າ ປກສ ກຸ່ມບ້ານ 4 ກຸ່ມ ແລະ ອໍານາດການປົກຄອງ ແຕ່ລະບ້ານ ເຂົ້າຮ່ວມ.

ພິທີ ມອບອາວຸດລ່າເນື້ອ ໃຫ້ແກ່ເມືອງສິງ ເພື່ອເອົາໄປທຳລາຍຖິ້ມ
ພິທີ ມອບອາວຸດລ່າເນື້ອ ໃຫ້ແກ່ເມືອງສິງ ເພື່ອເອົາໄປທຳລາຍຖິ້ມ

ໂອກາດດັ່ງກ່າວ, ຫົວໜ້າ ປກສ ກຸ່ມບ້ານ ແຕ່ລະກຸ່ມ ໄດ້ພັດປ່ຽນກັນຂຶ້ນຜ່ານ ບົດລາຍງານຫຍໍ້ກ່ຽວກັບ ການຈັດຕັ້ງປະຕິບັດ ການເກັບກູ້ ແລະ ທ້ອນໂຮມ ອາວຸດລ່າເນື້ອ ທຸກປະເພດ ຢູ່ພາຍໃນກຸ່ມ ໂດຍຜ່ານການຈັດຕັ້ງປະຕິບັດ ຕັ້ງແຕ່ວັນທີ 8-29 ສິງຫາ 2019 ໄດ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້; ໃນນີ້, ສາມາດເກັບກູ້ ແລະ ທ້ອນໂຮມ ອາວຸດລ່າເນື້ອ ໄດ້ທັງໝົດ 301 ກະບອກ, ກຸ່ມບ້ານທົ່ງໃໝ່ ເກັບກູ້ໄດ້ 66 ກະບອກ, ກຸ່ມບ້ານຂວາງ 72 ກະບອກ, ກຸ່ມບ້ານຕາປ້າວ-ດອນປອຍ 122 ກະບອກ ແລະ ກຸ່ມບ້ານອຸດົມສິນ 41 ກະບອກ; ນອກຈາກນີ້, ການທ້ອນໂຮມດັ່ງກ່າວ ກໍເພື່ອເປັນການຕ້ານ ແລະ ສະກັດກັ້ນການລ່າສັດປ່າແບບດັບສູນ ແລະ ບໍ່ໃຫ້ປະຊາຊົນແຕ່ລະບ້ານ, ແຕ່ລະຄອບຄົວ ມີອາວຸດລ່າເນື້້ອໄວ້ໃນຄອບຄອງ.

ໂອກາດດັ່ງກ່າວ, ທ່ານເຈົ້າເມືອງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງທາງ ປກສ ເມືອງ, ປກສ ກຸ່ມ, ເລຂາຄະນະພັກຮາກຖານ ແຕ່ລະກຸ່ມ ແລະ ແຕ່ລະບ້ານ ທີ່ມີຄວາມຕື່ນຕົວສະໝັກໃຈເກັບກູ້ທ້ອນໂຮມ ອາວຸດລ່າເນື້ອ ມາມອບໃຫ້ເຈົ້າໜ້າທີ່ໃນຄັ້ງນີ້ ແລະ ເນັ້ນໜັກໃຫ້ ປກສ ເມືອງ, ປກສ ກຸ່ມ ແລະ ອໍານາດການປົກຄອງ ແຕ່ລະບ້ານ ໃຫ້ສືບຕໍ່ປຸກລະດົມເກັບກູ້ທ້ອນໂຮມ ອາວຸດລ່າເນື້ອ ຢູ່ແຕ່ລະກຸ່ມ ທີ່ຍັງບໍ່ທັນມາມອບ, ສືບຕໍ່ສຶກສາອົບຮົມພໍ່-ແມ່ປະຊາຊົນຢູ່ແຕ່ລະບ້ານ ໃຫ້ຢຸດຕິໃນການຜະລິດ ແລະ ຢຸດຕິການຊື້-ຂາຍ ອາວຸດລ່າເນື້ອ ທຸກປະເພດ ພ້ອມທັງໃຫ້ຮ່ວມກັນອານຸລັກສັດນ້ຳ – ສັດປ່ານາໆພັນ ໃຫ້ຢູ່ຄູ່ກັບສັງຄົມເຮົາຕະຫຼອດໄປ.