ລັດຖະມົນຕີ ປກສ ສະເໜີ ວຕປ ສືບຕໍ່ສ້າງນາຍຕຳຫຼວດ ໃຫ້ມີຄຸນນະພາບ

0
2080

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງ ປກສ ໄດ້ສະເໜີໃຫ້ ຄະນະອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ ( ວຕປ ) ສືບຕໍ່ຊີ້ນຳ-ນຳພາພະນັກງານ, ຄູ-ອາຈານ ປະຕິບັດໜ້າທີ່ໃຫ້ດີ ເປັນຕົ້ນແມ່ນ: ການອົບຮົມສິດສອນບຳລຸງ ກໍ່ສ້າງນາຍຕຳຫຼວດ ໃຫ້ຮັບປະກັນຄຸນນະພາບ ໂດຍຖືເອົາຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດເປັນກົກ.

ພົຈວ ປອ ບຸນຊູ ນາມມະຈັກ ຜູ້ອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ ພ້ອມຄະນະ
ພົຈວ ປອ ບຸນຊູ ນາມມະຈັກ ຜູ້ອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ ພ້ອມຄະນະ

ຄຳສະເໜີດັ່ງກ່າວ ມີຂຶ້ນໃນໂອກາດທີ່ ທ່ານລັດຖະມົນຕີ ກະຊວງ ປກສ ໄດ້ລົງພົບປະຢ້ຽມຢາມ ຄະນະອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ໃນຄັ້ງວັນທີ 11 ກັນຍາ 2019 ນຳພາໃຫ້ການຕ້ອນຮັບໂດຍ ພົຈວ ປອ ບຸນຊູ ນາມມະຈັກ ຜູ້ອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ ພ້ອມຄະນະ.

ພົທ ວິໄລ ຫຼ້າຄຳຟອງ ໄດ້ໂອ້ລົມ ແລະ ມີທິດຊີ້ນຳສະເໜີແນະໃຫ້ ຄະນະອຳນວຍການ ວິທະຍາຄານຕຳຫຼວດປະຊາຊົນ ສືບຕໍ່ຊີ້ນຳ-ນຳພາພະນັກງານ, ຄູ-ອາຈານ ປະຕິບັດໜ້າທີ່ອົບຮົມສິດສອນບຳລຸງກໍ່ສ້າງນາຍຕຳຫຼວດ ໃຫ້ຮັບປະກັນຄຸນນະພາບຕາມມາດຖານທີ່ ກະຊວງສຶກສາທິການ ແລະ ກິລາ ກໍຄື ກະຊວງ ປກສ ໄດ້ວາງອອກ ໂດຍການເອົາໃຈໃສ່ສິດສອນບັນດານັກສຶກສາ ທີ່ເຂົ້າມາຄົ້ນຄວ້າຮໍ່າຮຽນຢູ່ວິທະຍາຄານແຫ່ງນີ້ ໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ທາງດ້ານວິທະຍາສາດເຕັກນິກ, ພາສາຕ່າງປະເທດ, ມີລະດັບການນຳພາ-ບັນຊາແຕ່ລະຂັ້ນ ລວມທັງໃຫ້ມີຄວາມສາມາດໃນການຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ-ລັດທີ່ວາງອອກ ໄດ້ເປັນຢ່າງດີ ເພື່ອແນໃສ່ສ້າງພະນັກງານສືບທອດໃນສະເພາະໜ້າ ແລະ ຍາວນານ.

ພົທ ວິໄລ ຫຼ້າຄຳຟອງ ຊີ້ນຳໃຫ້ສືບຕໍ່ອົບຮົມສິດສອນບຳລຸງ ກໍ່ສ້າງນາຍຕຳຫຼວດ ໃຫ້ຮັບປະກັນຄຸນນະພາບ
ພົທ ວິໄລ ຫຼ້າຄຳຟອງ ຊີ້ນຳໃຫ້ສືບຕໍ່ອົບຮົມສິດສອນບຳລຸງ ກໍ່ສ້າງນາຍຕຳຫຼວດ ໃຫ້ຮັບປະກັນຄຸນນະພາບ

ຢາກເຮັດໄດ້ແນວນັ້ນ, ບັນດາສະຫາຍໃນຄະນະອຳນວຍການ ຕ້ອງມີທິດປັບປຸງຕາມທິດທີ່ທັງ 2 ກະຊວງດັ່ງກ່າວ ໄດ້ແນະນຳ, ຕ້ອງໄດ້ປັບປຸງດ້ານເນື້ອໃນ, ປັບປຸງດ້ານຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງກັບ ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງພັກ-ລັດ ໃນແຕ່ລະໄລຍະ ແລະ ປັບປຸງວິທີສິດສອນ ໃຫ້ມີລັກສະນະວິທະຍາສາດຕື່ມອີກ.

ສືບຕໍ່ ກໍ່ສ້າງນາຍຕຳຫຼວດ ທີ່ເຂົ້າຮຽນຢູ່ ວິທະຍາຄານຕຳຫຼວດປະຊາຊົນ ໃຫ້ມີຄຸນນະພາບ
ສືບຕໍ່ ກໍ່ສ້າງນາຍຕຳຫຼວດ ທີ່ເຂົ້າຮຽນຢູ່ ວິທະຍາຄານຕຳຫຼວດປະຊາຊົນ ໃຫ້ມີຄຸນນະພາບ

ຄຽງຄູ່ກັນນີ້, ຕ້ອງໄດ້ມີການກວດກາເບິ່ງຄືນ ບັນດາສະຫາຍນາຍຕຳຫຼວດທີ່ຮຽນຈົບໄປແລ້ວ ກັບຄືນສູ່ກົມກອງ ຫຼື ໄດ້ມີການສັບຊ້ອນຢູ່ກົມກອງອື່ນ ວ່າເຮັດວຽກໄດ້ ຫຼື ບໍ, ເຮັດວຽກຖືກຕ້ອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ແລ້ວບໍ ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ບັນດາສະຫາຍທີ່ຈົບຈາກ ວິທະຍາຄານແຫ່ງນີ້ ສືບຕໍ່ນຳໃຊ້ຄວາມຮູ້ທີ່ໄດ້ຮໍ່າຮຽນມາຢ່າງຖືກຕ້ອງ ແລະ ມີອຸດົມການຮັບໃຊ້ປະເທດຊາດ ແລະ ປະຊາຊົນຢ່າງແທ້ຈິງ.