ຮອງປະທານສະພາແຫ່ງຊາດ ພົບປະຜູ້ມີສິດເລືອກຕັ້ງຢູ່ແຂວງສະຫວັນນະເຂດ

0
419
ພົທ ແສງນວນ ໄຊຍະລາດ  ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ
ພົທ ແສງນວນ ໄຊຍະລາດ ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ

ວັນທີ 9 ກັນຍາ 2019, ພົທ ແສງນວນ ໄຊຍະລາດ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ປະກອບດ້ວຍ ທ່ານ ນາງ ຄໍາເພັງ ວິໄລທອງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກ ຕັ້ງທີ 13 ແຂວງສະຫວັນນະເຂດ; ທ່ານ ນາງ ແກ້ວວຽງໄຊ ຈັນສະໄໝ ສະມາຊິກສະພາປະຊາຊົນແຂວງ (ສສຂ) ສະຫວັນນະເຂດ ໄດ້ເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ I ຢູ່ 2 ຈຸດ ຄື: ຈຸດທີ 1 ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ; ໂດຍການເຂົ້າຮ່ວມຂອງນາຍ ແລະ ພົນທະຫານ ກອງບັນຊາການ ປກຊ; ນາຍ ແລະ ພົນຕໍາຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ; ຈຸດທີ 2 ຢູ່ກອງພົນທະຫານຮາບທີ 4 ເມືອງອຸທຸມພອນ, ໂດຍການເຂົ້າຮ່ວມຂອງເຈົ້າເມືອງໆອຸທຸມພອນ, ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 4, ໂຮງໝໍ 109, ໂຮງງານປະສານເຫຼົ່າພາກກາງ ແລະ ກອງພັນໃຫຍ່ 644.

ພາຍຫຼັງໄດ້ຮັບຟັງລາຍງານສະພາບການໂດຍຫຍໍ້ຂອງແຕ່ລະຄະນະພັກ-ຄະນະກອງບັນຊາການ, ພົທ ແສງນວນ ໄຊຍະລາດ ໄດ້ມີຄໍາເຫັນ ໂດຍໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ເຫດການໄພພິບັດໃນພາກໃຕ້ຂອງລາວ ກໍຄື ແຂວງສະຫວັນນະເຂດ ແລະ ໄດ້ສະແດງຄວາມຊົມເຊີຍໃນການເອົາໃຈໃສ່ຂອງກອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຊ່ວຍເຫຼືອ-ບັນເທົາທຸກປະຊາຊົນຜູ້ໄດ້ຮັບຜົນກະທົບ; ທ່ານຍັງໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາສໍາຄັນຂອງຊາດ ຄື: ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງນາຍົກລັດຖະມົນຕີ ກ່ຽວກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 4 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2019; ບົດລາຍງານກ່ຽວກັບການພັດທະນາຊັບພະຍາກອນມະນຸດທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ; ການຊີ້ແຈງຕໍ່ຄໍາຊັກຖາມຂອງສະພາແຫ່ງຊາດກ່ຽວກັບການຄຸ້ມຄອງ, ການອອກໃບຕາດິນຊໍ້າຊ້ອນໃນໄລຍະຜ່ານມາ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ, ກ່ຽວກັບການຟື້ນຟູປ່າ ແລະ ປູກປ່າ.

ທ່ານ ນາງ ຄໍາເພັງ ວິໄລທອງ ສສຊ ປະຈໍາເຂດເລືອກຕັ້ງ ແລະ ທ່ານ ນາງ ແກ້ວວຽງໄຊ ຈັນສະໄໝ ສສຂ ໄດ້ຜັດປ່ຽນກັນເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາປະຊາຊົນ ແຂວງສະຫວັນນະເຂດ ຊຸດທີ I; ເຊິ່ງໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆຂອງແຂວງດ້ວຍບັນຍາກາດສ້າງສັນ ແລະ ຄວາມເປັນເອກະພາບສູງ ຄື: ພິຈາລະນາ ແລະ ປະກອບຄຳເຫັນໃສ່ບົດລາຍງານຂອງທ່ານເຈົ້າແຂວງໆສະຫວັນນະເຂດ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ເດືອນ; ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການປະຈຳ 6 ເດືອນທ້າຍປີ 2019; ພິຈາລະນາ ແລະ ຮັບຮອງເອົາຂໍ້ຕົກລົງ ຂອງທ່ານ ເຈົ້າແຂວງໆສະຫວັນນະເຂດ ວ່າດ້ວຍການຄຸ້ມຄອງ ແລະ ປົກປັກຮັບສາເຂດສະຫງວນທາງຫຼວງ ພາຍໃນ ແຂວງສະຫວັນນະເຂດ; ກອງປະຊຸມຍັງໄດ້ເປີດໂອກາດໃຫ້ ຜູ້ມີສິດເລືອກຕັ້ງປະກອບຄໍາຄິດຄໍາ ເຫັນ ແລະ ມີຄໍາສະເໜີຕ່າງໆ ເຊັ່ນ: ບັນຫາສະພາບຄວາມແອອັດຄັບແຄບຂອງຄ້າຍຄຸມຂັງ-ດັດສ້າງ, ບັນຫາການຊໍາລະຊັກຊ້າຕໍ່ບັນດາໂຄງການຮັບເໝົາທີ່ສໍາເລັດແລ້ວ ແລະ ກໍາລັງດໍາເນີນຢູ່ ແລະ ບັນຫາອື່ນໆ.