ໃນໂອກາດທີ່ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີກະຊວງ ປກສ ໄດ້ລົງພົບປະຢ້ຽມຢາມ ຄະນະອຳນວຍການ ວິທະຍາຄານ ສັນຕິບານ ປະຊາຊົນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ຢູ່ວິທະຍາຄານດັ່ງກ່າວ ໃນວັນທີ 13 ກັນຍາ 2019, ໂດຍທ່ານໄດ້ໂອ້ລົມໃຫ້ທິດຊີ້ນຳຫຼາຍຢ່າງ ເພື່ອເປັນການພັດທະນາວິທະຍາຄານໃຫ້ສູງຂຶ້ນ; ເຊິ່ງໃນນັ້ນ ທ່ານໄດ້ເນັ້ນ ຄູ-ອາຈານ ຈົ່ງຫຼີກລ່ຽງການກະທຳ 11 ຂໍ້ ແລະ ບໍ່ອະນຸຍາດໃຫ້ເຮັດ ຢ່າງເດັດຂາດ.

ທ່ານລັດຖະມົນຕີ ກະຊວງ ປກສ ກ່າວວ່າ:

ຄູ-ອາຈານ ແມ່ນປັດໄຈໜຶ່ງທີ່ສຳຄັນໃນການເຮັດໜ້າທີ່ອົບຮົມກໍ່ສ້າງນາຍຕຳຫຼວດ ໃຫ້ມີຄຸນນະພາບ; ດັ່ງນັ້ນ, ຄູ-ອາຈານ ຕ້ອງເປັນຫຼັກແຫຼ່ງ ເປັນແບບຢ່າງໃນທຸກດ້ານ ໂດຍສະເພາະ ດ້ານຄຸນສົມບັດສິນທຳປະຕິວັດ, ມີຈັນຍາບັນ – ຈັນຍາທຳ, ລະດັບຄວາມ-ຮູ້ຄວາມສາມາດດ້ານທິດສະດີຫຼັກການ ແລະ ພຶດຕິກຳ ຕ້ອງປະຕິບັດໃຫ້ຄົບຖ້ວນມາດຖານຂອງຄູ ຈຶ່ງເອີ້ນວ່າ ຄູປະຕິວັດ. ຄູ-ອາຈານ ຢາກສອນຄົນໄດ້ດີ ແມ່ນຕ້ອງເລີ່ມຈາກການເປັນຄົນດີກ່ອນ ເນື່ອງຈາກວ່າ ວິທີການນຳພາທີ່ດີທີ່ສຸດ ແມ່ນການນຳພາດ້ວຍຄວາມເປັນແບບຢ່າງ.

ເພື່ອເປັນທິດຊີ້ນຳໃຫ້ຄູ-ອາຈານ ເພີ່ມຄວາມເປັນແບບຢ່າງທີ່ດີຮອບດ້ານ, ທ່ານລັດຖະມົນຕີ ກະຊວງ ປກສ ຈຶ່ງເນັ້ນ 11 ຂໍ້ ທີ່ຄູ-ອາຈານຄວນຫຼີກລ່ຽງ ແລະ ບໍ່ອະນຸຍາດໃຫ້ເຮັດ ຢ່າງເດັດຂາດ ຄື:

  1. ບໍ່ຄວນໃຊ້ໜ້າທີ່ຕຳແໜ່ງໄປໃນທາງທີ່ຜິດກົດໝາຍ, ຜິດລະບຽບການ, ບໍ່ຄວນສ້າງຄວາມຫຍຸ້ງຍາກໃຫ້ແກ່ນັກສຶກສາ;
  2. ບໍ່ຄວນໂລບມາກໂລພາ, ບໍ່ມີຄວາມສັດຊື່ຕໍ່ ການປະຕິບັດໜ້າທີ່ ໃນການສິດສອນ – ການຊອກຮູ້ຮໍ່າຮຽນ ແລະ ການຄົ້ນຄວ້າວິທະຍາສາດ;
  3. ບໍ່ຄວນຂູ່ເຂັນບັງຄັບລຳອຽງ ເລືອກປະຕິບັດຕໍ່ກັບນັກຮຽນ ( ບໍ່ຄວນສົມຮູ້ຮ່ວມຄິດ ໃນການປົກປິດການກະທຳທີ່ບໍ່ດີຂອງນັກຮຽນ ລວມທັງເພື່ອນຮ່ວມງານ );
  4. ບໍ່ລ່ວງລະເມີດຮ່າງກາຍ ກຽດສັກສີຄວາມເປັນມະນຸດຂອງນັກຮຽນ – ເພື່ອນຮ່ວມງານ, ບໍ່ເຮັດສິ່ງທີ່ເຕະຕ້ອງເຖິງໜ້າວຽກການເຄື່ອນໄຫວຂອງເພື່ອນຮ່ວມງານ ແລະ ຜູ້ອື່ນໆ;
  5. ບໍ່ຈັດຕັ້ງການສອນ-ການຮຽນເພີ່ມທີ່ຜິດກັບ ລະບຽບກົດໝາຍ ( ຫາກຖືກຕາມລະບຽບ ກໍສາມາດປະຕິບັດໄດ້ );
  6. ບໍ່ຄວນສູບຢາ ຫຼື ດື່ມສິ່ງມຶນເມົາໃນໂມງການ, ຢູ່ໃນຫ້ອງການ, ຫ້ອງຮຽນ ຫຼື ໃນສະຖານທີ່ທີ່ບໍ່ໄດ້ຮັບອະນຸຍາດ;
  7. ບໍ່ຄວນນຳໃຊ້ໂທລະສັບ ໃນເວລາລວມ, ເວລາຂຶ້ນຫ້ອງຮຽນ, ເວລາສອບເສັງ;
  8. ບໍ່ຄວນສ້າງເປັນກຸ່ມກ້ອນທີ່ເຮັດໃຫ້ແຕກແຍກພາຍໃນ ຫຼື ແຕກແຍກຄວາມສາມັກຄີ;
  9. ບໍ່ສວຍໂອກາດໂຄສະນາຊວນເຊື່ອ ຫຼື ຂັດກັບທັດສະນະແນວທາງນະໂຍບາຍຂອງພັກ;
  10. ບໍ່ຫຼົບຫຼີກໜ້າທີ່ຄວາມຮັບຜິດຊອບ, ບໍ່ປະລະໜ້າທີ່, ບໍ່ປະລະວຽກຕາມລຳພັງໃຈ, ການໄປ-ມາຊັກຊ້າເລີກການໄວ, ຕັດຮອນ ຫຼື ເລັ່ງລັດຫຼັກສູດການຮຽນ – ການສອນ ທີ່ເປັນການຝ່າຝືນລະບຽບວິໄນວິຊາສອນຂອງໂຮງຮຽນ;
  11. ບໍ່ຈັດຕັ້ງ ແລະ ບໍ່ເຂົ້າຮ່ວມການເຄື່ອນໄຫວຕ່າງໆ ທີ່ເຮັດໃຫ້ເສື່ອມເສຍອິດທິພົນບົດບາດຂອງຄູ-ອາຈານ.