ທ່ານ ນາງ ໂພເລັດ ເລນາດທ໌ ລັດຖະມົນຕີ ກະຊວງການຮ່ວມມືເພື່ອການພັດທະນາ ແລະ ມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ຄະນະນິຕິສາດ ແລະ ລັດຖະສາດ ( ຄນລ ) ມະຫາວິທະຍາໄລແຫ່ງຊາດລາວ ໃນວັນທີ 10 ກັນຍາ 2019, ຕ້ອນຮັບໂດຍ ທ່ານ ຮສ ປອ ກອງສີ ແສງມະນີ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະອະທິການບໍດີ, ຄູ-ອາຈານ ແລະ ນັກສຶກສາ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ທ່ານ ຮສ ວຽງວິໄລ ທ່ຽງຈັນໄຊ ຄະນະບໍດີ ຄະນະນິຕິສາດ ແລະ ລັດຖະສາດ ກ່າວວ່າ:

ຄະນະນິຕິສາດ ແລະ ລັດຖະສາດ ແມ່ນໜຶ່ງໃນ 13 ຄະນະວິຊາຂອງ ມະຫາວິທະຍາໄລແຫ່ງຊາດລາວ ສ້າງຕັ້ງຂຶ້ນໃນປີ 1986, ເວລານັ້ນເອີ້ນວ່າ ໂຮງຮຽນກົດໝາຍ ດອນນົກຂຸ້ມ ແລະ ຂຶ້ນກັບ ກະຊວງຍຸຕິທຳ, ໃນປີ 1997 ລັດຖະບານແຫ່ງ ສປປ ລາວ ໄດ້ມີນະໂຍບາຍໂຮມເອົາ ສະຖາບັນການສຶກສາຊັ້ນສູງ ແລະ ບັນດາວິທະຍາໄລຕ່າງໆ ໂຮມເຂົ້າກັນເປັນ ສະຖາບັນການສຶກສາຊັ້ນສູງລະດັບຊາດ ເອີ້ນຊື່ວ່າ ມະຫາວິທະຍາໄລແຫ່ງຊາດລາວ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງ ກະຊວງສຶກສາທິການ ແລະ ກິລາ.

ປັດຈຸບັນ, ຄະນະນິຕິສາດ ແລະ ລັດຖະສາດ ມີ 5 ພາກວິຊາຮຽນ ຄື:

  • ພາກວິຊາລັດຖະສາດ
  • ພາກວິຊາກົດໝາຍແພ່ງ
  • ພາກວິຊາກົດໝາຍອາຍາ
  • ພາກວິຊາກົດໝາຍທຸລະກິດ
  • ພາກວິຊາພົວພັນສາກົນ

ນັບແຕ່ປີ 2010 ເປັນຕົ້ນມາ, ຄະນະນິຕິສາດ – ລັດຖະສາດ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານ ລຸກຊໍາບວກ ພາຍໃຕ້ໂຄງການ Lao/023 ໂດຍໄລຍະປະຕິບັດແຕ່ປີ 2010-2015 ເປັນໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ລັດທີ່ປົກຄອງດ້ວຍກົດໝາຍ ໂດຍຜ່ານການສຶກສາ ແນໃສ່ຍົກລະດັບຂີດຄວາມສາມາດຂອງອາຈານ ສ້າງຄວາມສະດວກການສຶກສາ ແລະ ການປັບປຸງການຮຽນຮູ້ຂອງນັກສຶກສາ ເພື່ອສ້າງໃຫ້ນັກສຶກສາທີ່ຈົບອອກໄປໃຫ້ມີຄຸນນະພາບ, ພາຍໃຕ້ການສະໜັບສະໜູນຂອງໂຄງການດັ່ງກ່າວ.

ຄະນະນິຕິສາດ-ລັດຖະສາດ ໄດ້ພັດທະນາການຮຽນ – ການສອນ ເພື່ອຍົກລະດັບຄຸນນະພາບການສຶກສາ, ປັບປຸງຫຼັກສູດໃຫ້ໄດ້ມາດຕະຖານ, ໂດຍລວມແລ້ວ ຄະນະນິຕິສາດ – ລັດຖະສາດ ຖືວ່າເປັນສູນກາງໃນການກໍ່ສ້າງບຸກຄະລາກອນ ໂດຍສະເພາະ ໄວໜຸ່ມລາວ ໃຫ້ມີການຮຽນຮູ້ຢ່າງເປັນລະບົບ, ມີຄຸນນະພາບ, ມີຄວາມຮູ້ທັກສະທາງດ້ານກົດໝາຍ ຢ່າງເລິກເຊິ່ງ ເພື່ອປະຕິບັດໃຫ້ສອດຄ່ອງກັບ ຄໍາຂວັນທີ່ວ່າ ” ເສີມສ້າງຄວາມຮູ້ ເຊີດຊູຍຸຕິທຳ ຄຽງຄູ່ຈັນຍາບັນ ຍຶດໝັ້ນລະບຽບວິໄນ ກ້າວໄປສູ່ລັດແຫ່ງກົດໝາຍໃຫ້ປາກົດຜົນເປັນຈິງ “.