ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ໜ່ວຍພັກຮາກຖານ ກົມຕຳຫຼວດທ່ອງທ່ຽວ

0
1693

ໜ່ວຍພັກຮາກຖານ ກົມຕໍາຫຼວດທ່ອງທ່ຽວ ( ກົມ 208 ) ກົມໃຫຍ່ສັນຕິບານ ກະຊວງ ປກສ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VI ຂຶ້ນໃນວັນທີ 13 ກັນຍາ 2019 ໂດຍການເປັນປະທານຂອງ ສະຫາຍ ພັອ ຄິດທະວົງ ສຸລິຍາ ຄະນະພັກກົມໃຫຍ່ ເລຂາໜ່ວຍພັກຮາກຖານ ຫົວໜ້າກົມຕໍາຫຼວດທ່ອງທ່ຽວ, ມີ ສະຫາຍ ພົຈວ ຄໍາມ້າວ ຫຼ້າຈັນເພັດ ຄະນະພັກກະຊວງ ຮອງຫົວໜ້າກົມໃຫຍ່ສັນຕິບານ ພ້ອມດ້ວຍພະນັກງານ – ສະມາຊິກພັກ ເຂົ້າຮ່ວມ.

ສະຫາຍ ພັອ ຄິດທະວົງ ສຸລິຍາ ໄດ້ຜ່ານບົດລາຍງານການເມືອງ ໃນໄລຍະ 3 ປີຜ່ານມາ

ສະຫາຍ ພັອ ຄິດທະວົງ ສຸລິຍາ ໄດ້ຜ່ານບົດລາຍງານການເມືອງ ໃນໄລຍະ 3 ປີຜ່ານມາ ໂດຍຍົກໃຫ້ເຫັນວ່າ:

ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ນໍາພາພະນັກງານ – ສະມາຊິກພັກ ປະຕິບັດວຽກງານວິຊາສະເພາະໃນແຕ່ລະດ້ານ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດ ເຊິ່ງສະແດງອອກ ຄື:

  • ສາມາດເກັບກໍາບັນຊີບັນດາບໍລິສັດທ່ອງທ່ຽວ ໄດ້ 439 ບໍລິສັດ ມີ 85 ສາຂາ ໃນທົ່ວປະເທດ ສະເພາະຢູ່ນະຄອນຫຼວງວຽງຈັນ ມີ 254 ບໍລິສັດ;
  • ເກັບກໍາ ແລະ ກວດກາບັນຊີນັກທ່ອງທ່ຽວ ຜ່ານໃບແຈ້ງລາຍຊື່ ໄດ້ 268.844 ຄົນ;
  • ຄຸ້ມຄອງຂຶ້ນບັນຊີວິຊາການຕ່າງປະເທດ ໃນບໍລິສັດທ່ອງທ່ຽວ ມີ 107 ຄົນ;
  • ເກັບກໍາສະຖິຕິພະນັກງານນໍາທ່ຽວ ທົ່ວປະເທດ ໄດ້ 1.275 ຄົນ;
  • ເຂົ້າຮ່ວມກວດກາການສ້າງຕັ້ງບໍລິສັດທ່ອງທ່ຽວ ແລະ ຕໍ່ໃບອະນຸຍາດດຳເນີນທຸລະກິດ ໄດ້ 44 ບໍລິສັດ;
  • ລົງເກັບກໍາສະພາບ ແນະນໍາວຽກງານປ້ອງກັນຄວາມບໍ່ສະຫງົບ ພ້ອມທັງເຮັດບົດບັນທຶກ ສັນຍາປ້ອງກັນ ຄວາມສະຫງົບ ກັບ ບໍລິສັດທ່ອງທ່ຽວ ໄດ້ 75 ບໍລິສັດ.

ທິດທາງແຜນການໃນຕໍ່ໜ້າ, ຈະສຸມໃສ່ກຳແໜ້ນສະພາບການ, ເກັບກຳຂໍ້ມູນຂ່າວສານ, ຂໍ້ມູນ ແລະ ການເຄື່ອນໄຫວທຸກໄລຍະ ໃນຂະແໜງການທ່ອງທ່ຽວ ທີ່ຕົນຮັບຜິດຊອບຢ່າງຮອບດ້ານ ເພື່ອນຳມາຄົ້ນຄວ້າວິໄຈ ຊອກມາດຕະການປ້ອງກັນສະກັດກັ້ນ, ຊອກຮູ້ ແລະ ຕໍ່ສູ້ຕໍ່ບຸກຄົນ, ນິຕິບຸກຄົນທີ່ລະເມີດລະບຽບ, ຂໍ້ກຳນົດ, ດຳລັດ ແລະ ກົດໝາຍ ໃນຂະແໜງການທ່ອງທ່ຽວ.

ໃນຕອນທ້າຍ, ກອງປະຊຸມ ຍັງໄດ້ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ ໄດ້ແກ່ ສະຫາຍ ພັອ ຄິດທະວົງ ສຸລິຍາ ເປັນເລຂາ, ພັທ ຫົງສາຄອນ ນໍລະວົງ ເປັນຮອງ, ພັທ ບຸນທັນ ຈັນທະລາດ ເປັນປະທານກວດກາ, ພັທ ນາງ ວອນນີ ວິລະຈິດ ເປັນຮອງປະທານກວດກາ ແລະ ອີກ 1 ທ່ານ ເປັນຄະນະ, ສ່ວນ ພັທ ເດືອນສະຫວັນ ພົມພັກດີ ແລະ ພັທ ປທ ອໍາໄພ ອິນທະປັນຍາ ເປັນຜູ້ຊ່ວຍວຽກງານພັກ.

ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່