ສູນພັດທະນາກະສິກຳ 30 ເຮັດຕາ ໄດ້ຮັບລົດໄຖນາຄັນໃໝ່
ສູນພັດທະນາກະສິກຳ 30 ເຮັດຕາ ໄດ້ຮັບລົດໄຖນາຄັນໃໝ່

ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ນຳເອົາລົດກ່ຽວເຂົ້າ ດີຊີ 35 ຍີ່ຫໍ້ຄູໂບ້ຕ້າ ມູນຄ່າ 215 ລ້ານກວ່າກີບ ແລະ ລົດຕູ້ໂຕໂຍຕ້າໄຮເອດ ຈຳນວນ 1 ຄັນ ມອບໃຫ້ ສູນພັດທະນາກະສິກຳ 30 ເຮັກຕາ ເມືອງພຽງ ແຂວງໄຊຍະບູລີ ໃນວັນທີ 11 ກັນຍາ 2109; ເພື່ອນຳໃຊ້ເຂົ້າໃນການສົ່ງເສີມຄ້ຳປະກັນການຜະລິດເມັດພັນ ແລະ ເຂົ້າເປັນສິນຄ້າໃນແຂວງໄຊຍະບູລີ ຫຼຸດຜ່ອນແຮງງານ ແລະ ປະຢັດເວລາໃນການຜະລິດ; ສາມາດເກັບກູ້ເຂົ້າທັນກັບລະດູການ ເຮັດໃຫ້ຊາວນາມີລາຍຮັບເພີ່ມຂຶ້ນ.

ສູນພັດທະນາກະສິກຳ 30 ເຮັກຕາ ໄດ້ຮັບລົດຕູ້ຄັນໃໝ່

ໃຫ້ກຽດມອບໂດຍ ທ່ານ ໂພຄະລາສີ ອາລຸນສະຫວັດ ຫົວໜ້າພະແນກຂໍ້ມູນຂ່າວສານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ກ່າວຮັບໂດຍ ທ່ານ ແສງຄຳ ວິລະໄຊ ຫົວໜ້າສູນພັດທະນາກະສິກຳ 30 ເຮັກຕາ; ເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ສົມຈັນ ວົງປັນຍາ ຮອງຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ, ທ່ານ ຄໍາມ່ວນ ບຸນຍາວົງ ຫົວໜ້າຫ້ອງການບໍລິຫານ ແລະ ຈັດຕັ້ງພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີຕາງໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ພຽງ, ພ້ອມດ້ວຍພະນັກງານໃນສູນດັ່ງກ່າວເຂົ້າຮ່ວມ.