ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ
ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໃຫ້ກຳລັງໃຈປະຊາຊົນຜູ້ປະສົບໄພນໍ້າຖ້ວມທີ່ເມືອງສອງຄອນ ແລະ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ໃນອາທິດທີ່ຜ່ານມາ; ໃຫ້ການຕ້ອນຮັບໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນໍາຂັ້ນແຂວງ-ເມືອງ ເຂົ້າຮ່ວມ.

ທ່ານ  ປະທານສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບ
ທ່ານ ປະທານສະພາແຫ່ງຊາດມອບເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນຜູ້ໄດ້ຮັບຜົນກະທົບ

ໂອກາດດັ່ງກ່າວ, ທ່ານປະທານສະພາແຫ່ງຊາດ ໄດ້ຮັບຟັງການລາຍງານສະພາບໄພນໍ້າຖ້ວມຈາກຄະນະນຳຂອງ ເມືອງ ເປັນຕົ້ນແມ່ນຢູ່ເມືອງສອງຄອນ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເຮືອນປະຊາຊົນ, ເນື້ອທີ່ທຳການຜະລິດ ມີ 7 ກຸ່ມບ້ານ, ມີ 26 ບ້ານ, 3.242 ຄອບ ຄົວ, 20.125 ຄົນ ຍິງ 10.319 ຄົນ, ບ້ານທີ່ຖືກຕັດຂາດຈາກຕົວເມືອງ 16 ບ້ານ, ບ້ານທີ່ຖືກຍົກຍ້າຍ ມີ 11 ບ້ານ. ນອກນີ້, ວັດ, ຕະຫຼາດ, ລະບົບນ້ຳປະປາໃຊ້ບໍ່ໄດ້, ເສັ້ນທາງຖືກນ້ຳຖ້ວມ, ທາງຖືກນ້ຳເຊາະເຈື່ອນ, ຖ້ວມໂຮງຮຽນ, ສຸກສາລາ.

ໃນໂອກາດລົງຢ້ຽມຢາມ; ທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ພົບປະຊາຊົນຜູ້ທີ່ປະສົບໄພນໍ້າຖ້ວມຢູ່ບ້ານລະຫານໍ້າ ເມືອງສອງຄອນ ພ້ອມມອບເຄື່ອງຊ່ວຍເຫຼືອ, ເປັນຕົ້ນແມ່ນເຂົ້າສານ, ນໍ້າດື່ມ, ຢາປົວພະຍາດ, ເຄື່ອງໃຊ້ອື່ນໆ ໂດຍໄດ້ຮັບການອຸປະຖໍາຈາກບໍລິສັດ NTP ການຄ້ານໍ້າມັນເຊື້ອໄຟມະຫາຊົນ ເປັນເຂົ້າສານຈ້າວ ຈໍານວນ 5 ໂຕນ ມູນຄ່າ 30 ລ້ານກີບ, ທະນາຄານ JDB ເຂົ້າສານໜຽວ 5 ໂຕນ ມູນຄ່າ 35 ລ້ານກີບ, ບໍລິສັດ VKK Industrial ຈຳກັດ ເຂົ້າສານຈ້າວ 6 ໂຕນ ມູນຄ່າ 36 ລ້ານກີບ, ບໍລິສັດ ລາວມີໄຊ ຈຳກັດຜູ້ດຽວ ເຂົ້າສານໜຽວ 3 ໂຕນ ມູນຄ່າ 21 ລ້ານກີບ, ຮ້ານມະລິນດາເຈີເວີລີຕະຫຼາດເຊົ້າມໍ 2 ວຽງຈັນ ເຂົ້າສານຈ້າວ 2 ໂຕນ ມູນຄ່າ 12 ລ້ານກີບ, ບໍລິສັດສຸກເຮືອງໄຊກໍ່ສ້າງ ຈຳກັດ ຜູ້ດຽວ ເຂົ້າສານໜຽວ 2 ໂຕນ ມູນຄ່າ 14 ລ້ານ, ບໍລິສັດ ລາວສະໄໝ ຈຳກັດ ແລະ ບໍລິສັດ ນໍ້າຕານສະຫວັນນະເຂດ ຈໍາກັດ ເຂົ້າສານໜຽວ 1 ໂຕນ ມູນຄ່າ 7 ລ້ານກີບ, ບໍລິສັດ ນໍ້າຕານມິດລາວ ເຂົ້າ ສານໜຽວ ຈຳກັດ ເຂົ້າສານໜຽວ 2 ໂຕນ ມູນຄ່າ 14 ລ້ານກີບ, ບໍລິສັດ Lao Dairy Farm ຈຳກັດຜູ້ດຽວ ເຂົ້າສານຈ້າວ 1 ໂຕນ ມູນຄ່າ 6 ລ້ານກີບ; ລວມທັງໝົດ 27 ໂຕນ ແລະ ບໍລິສັດພັນເພັດພັດທະນາກະສິກຳຈຳກັດຜູ້ດຽວ ປະກອບສ່ວນລົດ 2 ຄັນ ຄ່າຂົນສົ່ງ 20 ລ້ານກີບ ແລະ ເປົາບັນຈຸເຂົ້າສານ 5 ລ້ານກີບ.

ຕອນບ່າຍຂອງວັນດຽວກັນທ່ານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປທີ່ເມືອງຊົນນະບູລີ ເພື່ອຮັບຟັງການລາຍງານສະພາບໄພນໍ້າຖ້ວມ, ພ້ອມທັງມອບເຄື່ອງຊ່ວຍເຫຼືອ ໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບ; ໃນຂະນະດຽວກັນ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຄິດເຫັນ ແລະ ສັນລະເສີນຍ້ອງຍໍອຳນາດການປົກຄອງທຸກຂັ້ນທີ່ເອົາໃຈໃສ່ຊ່ວຍເຫຼືອປະຊາຊົນ, ພ້ອມທັງສະແດງຄວາມເປັນຫວ່ງເປັນໄຍປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມໃນຄັ້ງນີ້ ແລະ ສືບຕໍ່ໃຫ້ການຊ່ວຍເຫຼືອປະຊາຊົນໃນດ້ານທີ່ຢູ່
ອາໄສຊົ່ວຄາວ,ອາຫານການກິນ, ນ້ຳດື່ມ, ຢາປົວພະຍາດ, ສືບຕໍ່ໃນການປຸກລະດົມຂົນຂວາຍເອົາເຄື່ອງໃຊ້ເພື່ອມາຊ່ວຍເຫຼືອຜູ້ທີ່ຖືກຜົນກະທົບໃນຄັ້ງນີ້.