ໃນວັນທີ 17 ກັນຍານີ້, ທີ່ ຄ້າຍຄຸມຂັງ ໂພນຕ້ອງ ກົມຕຳຫຼວດຄຸມຂັງ-ດັດສ້າງ ໄດ້ສຶກສາອົບຮົມນັກໂທດ ເພື່ອ ເຮັດໃຫ້ນັກໂທດມີຄວາມຕື່ນຕົວໃນການປະຕິບັດລະບຽບຂອງຄ້າຍຄຸມຂັງ ແລະ ປັບປ່ຽນພຶດຕິກຳທີ່ເປັນອັນ ຕະລາຍ ແລະ ສ້າງຄວາມບໍ່ສະຫງົບໃຫ້ກັບສັງຄົມ. ພ້ອມແນະນຳກົດໝາຍ ແລະ ໂທດໃນສະຖານຕ່າງໆ, ມີ ພັທ ນາງ ອ່ອນສີ ສີລາວົງ ຮອງຫົວໜ້າພະແນກສຶກສາອົບຮົມກົມຕຳຫຼວດຄຸມຂັງ-ດັດສ້າງ ພ້ອມດ້ວຍຄະນະ ພັກຄ້າຍຄຸມຂັງ, ພະນັກງານຫຼັກແຫຼງ ແລະ ນັກໂທດເຂົ້າ ຮ່ວມຮັບຟັງ.

ພັທ ສີສົມພອນ ວົງພະຈັນ ຫົວໜ້າຄ້າຍຄຸມຂັງ ໂພນຕ້ອງ ສຶກສາອົບຮົມນັກໂທດ
ພັທ ສີສົມພອນ ວົງພະຈັນ ຫົວໜ້າຄ້າຍຄຸມຂັງໂພນຕ້ອງ ສຶກສາອົບຮົມນັກໂທດ

ພັທ ສີສົມພອນ ວົງພະຈັນ ຫົວໜ້າຄ້າຍຄຸມຂັງໂພນຕ້ອງ ໄດ້ເຜີຍແຜ່ເອກະສານລັດຖະທຳມະນູນແຫ່ງ ສປປ ລາວ, ເອກະສານບາງເນື້ອໃນກ່ຽວກັບກົດໝາຍອາຍາ, ເອກະສານມູນເຊື້ອແມ່ຍິງລາວ, ເອກະສານຕ້ານ ແລະ ສະກັດກັ້ນການຄ້າມະນຸດ ແລະ ເອກະສານວັນຄ້າຍວັນເກີດຂອງ ປະທານ ສຸພານຸວົງ ໃຫ້ກັບນັກໂທດຈຳນວນ 193 ຄົນ. ໃນນີ້, ມີນັກໂທດເປັນຊາວຕ່າງຊາດ 82 ຄົນ ຍິງ 14 ຄົນ ເພື່ອໃຫ້ເຂົາເຈົ້າຮັບຮູ້ກ່ຽວກັບກົດໝາຍແມ່, ຮູ້ໄດ້ເຖິງມູນເຊື້ອອັນກ້າຫານຂອງແມ່ຍິງລາວ, ປະຫວັດຄວາມເປັນມາຂອງ ທ່ານ ສຸພານຸວົງ ແລະ ຮັບຮູ້ພື້ນຖານກ່ຽວກັບກົດໝາຍອາຍາທີ່ລະບຸຂໍ້ຫ້າມ, ຂໍ້ກົດນົດ, ລະບຽບ, ຫຼັກການ ແລະອື່ນໆທີ່ກົດໝາຍໄດ້ໃຫ້ທຳ ຫຼື ບໍ່ໃຫ້ກະທຳ ພ້ອມທັງອະທິບາຍກ່ຽວກັບການວາງໂທດແຕ່ລະສະຖານການກະທຳຜິດ ເຊັນ: ການທໍລະຍົດຕໍ່ຊາດ, ການປອມເງິນ ຫຼື ໃຊ້ເງິນປອມ, ທຳລາຍມ້າງເພຫ້ອງຂັງ, ຄາດຕະກຳ, ສໍ້ໂກງຊັບຂອງລັດ, ຂົ່ມຂືນກະທຳ ສຳເລົາ, ເປັນໂສເພນີ, ການຄ້າມະນຸດ ແລະອື່ນໆ ເພື່ອບໍ່ໃຫ້ນັກໂທດມີແນວຄິດໂຕນໜີອອກຄ້າຍ, ເປັນເຈົ້າ ການຮັກສາຄວາມສະຫງົບພາຍໃນຄ້າຍຄຸມຂັງ ແລະ ພ້ອມກັນຮັກສາຄວາມສະອາດຂອງຄ້າຍໃຫ້ຈົບງາມເວລາພົ້ນໂທດອອກໄປໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ.

ຄ້າຍຄຸມຂັງ ໂພນຕ້ອງ ໄດ້ສຶກສາອົບຮົມນັກໂທດ
ຄ້າຍຄຸມຂັງ ໂພນຕ້ອງ ໄດ້ສຶກສາອົບຮົມນັກໂທດ

ໃນພິທີ, ຍັງໄດ້ມີການແນະນຳ ແລະ ຕັກເຕືອນໃຫ້ນັກໂທດທຸກຄົນຕ້ອງປະຕິບັດລະບຽບ ແລະ ບັນດາຂໍ້ຫ້າມຄື: ຫ້າມນຳສິ່ງມືນເມົາເຂົ້າໃນບໍລິເວນກັກຂັງ, ຫ້າມນຳເອົາວັດຖຸຂອງແຂງ, ຫ້າມນຳໃຊ້ເຄື່ອງມືສື່ສານທຸກປະ ເພດ, ຫ້າມນໍາເອົາສີ່ງເສບຕິດເຂົ້າໃນຄ້າຍເຂົ້າໃນຄ້າຍຢ່າງເດັດຂາດ, ຫ້າມສຸກເຊື່ອງຊັບສິນ ແລະ ຂອງມີຄ່າເປັນຕົ້ນແມ່ນເງິນສົດ, ຫ້າມຊື້ຈ້າງໃຫ້ສິນບົນເຈົ້າໜ້າທີ່ພະນັກງານ, ຫ້າມສ້າງພັກພວກກຸ່ມແກ້ງກໍ່ຄວາມວຸ້ນວາຍ ພາຍໃນຄ້າຍ ແລະອື່ນໆ.

ຄ້າຍຄຸມຂັງ ໂພນຕ້ອງ ໄດ້ສຶກສາອົບຮົມນັກໂທດ
ຄ້າຍຄຸມຂັງ ໂພນຕ້ອງ ໄດ້ສຶກສາອົບຮົມນັກໂທດ