ນັບແຕ່ວັນທີ 28 ພຶດສະພາ 2019, ຄະນະຮັບຜິດຊອບລາຍຄະດີ ໄດ້ນຳໃຊ້ຫຼັກການວິຊາສະເພາະ ໂດຍອີງຕາມເງື່ອນໄຂຂອງກົດໝາຍ ເຂົ້າມ້າງຂະບວນການເຄື່ອນໄຫວຜະລິດ, ຊື້-ຂາຍນໍ້າມັນປອມນີ້ ພ້ອມທັງເຂົ້າກວດຄົ້ນ 6 ສະຖານທີ່ ທີ່ຂຶ້ນກັບ ນະຄອນໂຮ່ຈິມິນ, ແຂວງເກິ່ນເທີ, ເຫົ້າຢາງ ແລະ ແຂວງຊັອກຈັ້ງ.

ເຊິ່ງຜ່ານການເຂົ້າກວດ, ທາງເຈົ້າໜ້າທີ່ ສາມາດຈັບກຸ່ມເຄື່ອນໄຫວໄດ້ ລວມມີ:

  • ທ້າວ ຈິ້ງເສືອງ
  • ທ້າວ ດິ່ງຈີຢຸງ
  • ທ້າວ ຫງວຽນຫງັອກກັວນ

ພວກກ່ຽວ ເປັນຫົວໜ້າກຸ່ມ ເຊິ່ງກຳລັງບັນຊາລູກນ້ອງຜະລິດນໍ້າມັນປອມ; ພ້ອມນັ້ນ, ຍັງສາມາດເກັບກູ້ໄດ້ເອກະສານຕ່າງໆທີ່ກ່ຽວຂ້ອງກັບ ການຜະລິດ ແລະ ຊື້-ຂາຍນໍ້າມັນປອມ ຈຳນວນຫຼາຍ.

ໃນວັນທີ 28 ພຶດສະພາ 2019 ເວລາປະມານ 14:50 ໂມງ, ເຈົ້າໜ້າທີ່ ກໍຍັງໄດ້ເຂົ້າຈັບຕົວກຸ່ມ ທ້າວ ຫງວຽນແທ່ງເຕິ້ນ, ທ້າວ ຫວູຊັວນຫງັອກ, ຫງວຽນເລ້ມິງຮຶງ ເຊິ່ງພວກກ່ຽວກຳລັງປະສົມຫົວເຊື້ອກັບທາດເຄມີບາງຊະນິດ ເພື່ອໃຫ້ກາຍມາເປັນນໍ້າມັນ ອອກມາຂາຍຕາມທ້ອງຕະຫຼາດ ເຊິ່ງລວມມີ:

ນໍ້າມັນປະເພດ RON 95 ປອມ ທີ່ກຳລັງກຽມໃສ່ຟຸ່ຍໄວ້ ແລະ ລົດຂົນສົ່ງ ໝາຍເລກທະບຽນ 51C-481.55 ໃນສາງຂອງ ທ້າວ ດິ່ງຈີຢຸງ ຢູ່ທີ່ເຮືອນເລກທີ 804/6 ຖະໜົນຫງວຽນຢຸຍຈິ້ງ ຄຸ້ມຝູຫິວ ເຂດ 9 ນະຄອນໂຮ່ຈິມິນ. ຢູ່ທີ່ນີ້ ແມ່ນຂຶ້ນກັບການຊີ້ນຳບັນຊາຂອງ ທ້າວ ດິ້ງຈີຢຸງ ເຊິ່ງເປັນ ຫົວໜ້າບໍລິສັດ ຮັບຜິດຊອບສ່ວນບຸກຄົນ ດິ້ງຈີຢຸງ.

ເຈົ້າໜ້າທີ່ ໄດ້ຢຶດລົດຍົນ ຈຳນວນ 2 ຄັນ, ເຄື່ອງປໍ້າລົມຈຳນວນ 2 ເຄື່ອງ ພ້ອມດ້ວຍອຸປະກອນອື່ນໆ ທີ່ເປັນອຸປະກອນນຳໃຊ້ເຂົ້າໃນ ຂະບວນການຜະລິດນໍ້າມັນປອມ, ນຳມັນທີ່ໃຊ້ເປັນຫົວເຊື້ອປະສົມ ຈຳນວນ 147.000 ລິດ ແລະ ນໍ້າມັນປະເພດ RON ຈຳນວນ 25.000 ລິດ ພ້ອມດ້ວຍວັດຖຸຂອງກາງອື່ນອີກຈຳນວນໜຶ່ງ.

ສ່ວນຢູ່ທີ່ສາງເກັບນໍ້າມັນຂອງ ທ້າວ ດິ້ງຈີຢຸງ ອີກແຫ່ງໜຶ່ງ ເຊິ່ງມີສະຖານທີ່ຕັ້ງຢູ່ເຮືອນເລກທີ 182/99 ຖະໜົນເອີບຝູແທ້ງ ຕາແສງເຕິ້ນຝູແທ້ງ ເມືອງເຈົ້າແທ່ງອາ ແຂວງເຫົ້າຢ້າງ, ເຈົ້າໜ້າທີ່ຕຳຫຼວດ ໄດ້ເຂົ້າກວດຄົ້ນສະຖານທີ່ດັ່ງກ່າວ ແລະ ຈັບໄດ້ເປົ້າໝາຍ 2 ຄົນ ຄື ທ້າວ ເລ້ເຊືອງແອ້ງ ແລະ ທ້າວເລ້ວັນເຕິ້ມ ທີ່ກຳລັງຜະລິດປະສົມນໍ້າມັນປອມ ປະເພດນໍ້າມັນແອັດຊັງ A95.

ສ່ວນຂອງກາງທີ່ຢຶດໄດ້ ລວມມີ:

  • ສານເຄມີຜົງສີ ( ເຫຼືອງ ແລະ ຂຽວ ) ໜັກ 20 ກິໂລກຼາມ,
  • ລົດຮຸນໄດແກ່ເຄື່ອງ 1 ຄັນ ປ້າຍທະບຽນ BKS 51D-344-34,
  • ຖັງເກັບນໍ້າມັນປອມ ເຊິ່ງມີປະລິມານນໍ້າມັນໃນນັ້ນ ປະມານ 100.000 ລິດ
  • ຕຸກທີ່ບັນຈຸນໍ້າມັນຫົວເຊື້ອ solmix 25 ລິດ 1 ຕຸກ ພ້ອມດ້ວຍວັດຖຸຂອງກາງອື່ນ ເຊັ່ນ: ເອກະສານ ແລະ ອຸປະກອນອື່ນທີ່ກ່ຽວຂ້ອງ.

ຕໍ່ມາເວລາປະມານ 9:15 ໂມງ ວັນທີ 29 ພຶດສະພາ 2019, ທີ່ເຂດ 16 ຕາແສງຟອງຝູ ເມືອງບິ່ງແຈງ ນະຄອນໂຮ່ຈິມິນ, ເຈົ້າໜ້າທີ່ ຈຸ 2 ໄດ້ເຂົ້າຈັບກຸມເປົ້າໝາຍຊື່:

  • ທ້າວ ເລ້ເຈົ້າເຟືອກຮຶງ
  • ທ້າວ ຫງວຽນມິ້ງກັວນ
  • ທ້າວ ເຢື້ອງຮ່ວງຢຸ້ຍ

ເຊິ່ງພວກກ່ຽວກຳລັງປະສົມນໍ້າມັນປອມ ແລະ ມີວັດຖຸຂອງກາງປະເພດຕ່າງໆທີ່ກ່ຽວຂ້ອງ ໄວ້ເທິງລົດແກ່ເຄື່ອງ ໝາຍເລກທະບຽນ 62C-101.05 ແລະ 51C-134.89 ທີ່ມີນໍ້າມັນ ປະເພດນໍ້າມັນກາຊວນ RON 95 ຕາມການບັນຊາຂອງ ທ້າວ ຫງວຽນຫງັອກກັວນ ຫົວໜ້າບໍລິສັດ ການຄ້າຫຸ້ນສ່ວນບຸກຄົນ.

ຢູ່ທີ່ນີ້, ເຈົ້າໜ້າທີ່ຕຳຫຼວດ ກວດຢຶດໄດ້ ລົດແກ່ເຄື່ອງ 2 ຄັນ, ເຄື່ອງປໍ້າລົມ 3 ເຄື່ອງ ແລະ ອຸປະກອນທີ່ກ່ຽວຂ້ອງ ໃນການປະສົມໃຫ້ເປັນນໍ້າມັນ ເຊັ່ນ: ຜົງສີຫຼາຍກິໂລກຼາມ, ຫົວເຊື້ອນໍ້າມັນກາຊວນ ແລະ ແອັດຊັງ ຈຳນວນ 100.000 ລິດ.

ຕອນຄໍ່າວັນທີ 30 ພຶດສະພາ 2019, ເຈົ້າໜ້າທີ່ຕຳຫຼວດ ຈຸທີ 3 ໄດ້ເຂົ້າກວດກາ ແລະ ຈັບກຸມກຸ່ມລັກລອບຜະລິດນໍ້າມັນປອມ ທີ່ນຳໃຊ້ເຮືອເປັນສະຖານທີ່ຜະລິດອີກ ເຊິ່ງເປັນເຮືອຂອງ ບໍລິສັດ ຮັບຜິດຊອບສ່ວນບຸກຄົນ ຊ້າແທ້ງ.

ໃນຂະນະທີ່ ເຈົ້າໜ້າທີ່ ເຂົ້າໄປ, ພວກກ່ຽວກຳລັງດຳເນີນການປໍ້າເອົາຫົວເຊື້ອ ທີ່ມີຊື່ວ່າ: Toluene, MTBE ນຳນວນ 420 ແມັດກ້ອນ ປະສົມໃສ່ກັບ ນໍ້າມັນແທ້ 180 ແມັດກ້ອນ ທີ່ກະກຽມໄວ້; ຈາກນັ້ນ, ພວກກ່ຽວຈະໄດ້ນໍ້າມັນທີ່ຄຸນນະພາບຕໍ່າ ອອກມາຂາຍຕາມທ້ອງຕະຫຼາດ ເຊິ່ງນໍ້າມັນຂອງບໍລິສັດພວກກ່ຽວ ມີຊື່ວ່າ Ressol.

ທັ້ງນີ້, ເຈົ້າໜ້າທີ່ ຈັບກຸມເປົ້າໝາຍໃນສະຖານທີ່ນີ້ໄດ້ 3 ຄົນ ລວມມີ ທ້າວ ເຈື້ອງວັນທັວນ ( ເປັນຫົວໜ້າເຮືອລຳດັ່ງກ່າວ ), ທ້າວ ນົ້ງເຢືອງແອ້ງ ( ຫົວໜ້າຄຸ້ມຄອງສາງນໍ້າມັນ ) ແລະ ທ້າວ ເຈິ່ນວັນເຟືອກ ສະມາຊິກໃນສາງນໍ້າມັນ Ressol.

( ຕິດຕາມຕອນຕໍ່ໄປ… )