ຕໍ່ມາ, ເຈົ້າໜ້າທີ່ ໄດ້ເຂົ້າຈັບຕົວ ທ້າວ ຈິ້ງເຊືອງ ຫົວໜ້າບໍລິສັດ ຮັບຜິດຊອບສ່ວນບຸກຄົນ ໝີຮຶງ ທີ່ມີຫ້ອງການຢູ່ເຮືອນເລກທີ 33 ຖະໜົນຫິ່ງວັນຈິງ ນະຄອນສອກຈັ້ງ ແຂວງສອກຈັ້ງ ແລະ ທ້າວ ຫງວຽນແທ່ງຈຸ້ງ ທີ່ເປັນຜູ້ຄຸ້ມຄອງສາງ ທີ່ເມືອງຝູໝີຮຶງ. ພ້ອມດຽວກັນນັ້ນ, ເຈົ້າໜ້າທີ່ ໄດ້ເຂົ້າກວດສາງນໍ້າມັນທັງ 2 ສາງ ແລະ ສະຖານທີ່ພັກຂອງທັງ 2 ເປົ້າໝາຍ ກໍສາມາດຢຶດໄດ້ເຮືອຈຳນວນ 3 ລຳ ຄື:

ເຮືອຊ້າແທ້ງ 7, ເຮືອໝີຮຶງ 2, ເຮືອໝີຮຶງ 3 ແລະ ຖັງທີ່ພວກກ່ຽວໃຊ້ເກັບຜົງສີ ຈຳນວນ 4 ຖັງ ພ້ອມດ້ວຍວັດຖຸຂອງກາງອື່ນທີ່ກ່ຽວຂ້ອງ ຈຳນວນຫຼາຍ.

  • ຈຳນວນນໍ້າມັນ Toluene – MTBE ທີ່ພວກກ່ຽວບັນຈຸໄວ້ເທິງເຮືອຊ້າແທ່ງ ມີຈຳນວນ 176.247 ລິດ
  • ຫົວເຊື້ອນໍ້າມັນ ທີ່ພວກກ່ຽວໃຊ້ປະສົມນໍ້າມັນ ທີ່ສາງ Ressol ແມ່ນ 1.353.614 ລິດ
  • ທ່ີສາງໜີຮຶງ 167.474 ລິດ, ນໍ້າມັນກາຊວນ DO 138.203 ລິດ, ນໍ້າມັນທີ່ຖືກປະສົມສຳເລັດ ມີ 495.743 ລິດ
  • ຕົວເລກຫົວເຊື້ອ ແລະ ນໍ້າມັນທີ່ສາງໝີຮຶງ 2 ແມ່ນ 260.000 ລິດ ແລະ 4 ຖັງນໍ້າມັນ ທີ່ຍັງບໍ່ສາມາດວັດແທກຈຳນວນປະລິມານໄດ້
  • ທີ່ສາງອ້ານລາກໂທນ ເມືອງເກແຊັກ ແຂວງສອກຈັ້ງ ກໍຍັງມີອີກປະມານ 100.000 ລິດ.

ພັອ ເລ້ວິ້ງກຸຍ ຮອງຫົວໜ້າກອງບັນຊາການຕຳຫຼວດ ແຂວງດັກນົ້ງ ຮອງຫົວໜ້າຄະນະມ້າງລາຍຄະດີ ໃຫ້ຮູ້ວ່າ:

ກຸ່ມເຄື່ອນໄຫວດັ່ງກ່າວນີ້ ໄດ້ນຳໃຊ້ ຫົວເຊື້ອນໍ້າມັນ ທີ່ມີຄວາມເຂັ້ມຂອງນໍ້າມັນ Octan RON ທີ່ມີຄຸນນະພາບຕໍ່າ; ຫົວເຊື້ອນໍ້າມັນຊະນິດນີ້ ສ່ວນຫຼາຍຈະຖືກນໍ້າໃຊ້ ໃນຂະແໜງອຸດສາຫະກຳ ເຊັ່ນ: ປະສົມສີ, ລ້າງນໍ້າສີ, ຊ່າງໄມ້ ແລະອື່ນໆ.

ໂດຍວິທີການຂອງພວກກ່ຽວ ແມ່ນຈະນຳເອົາຫົວເຊື້ອດັ່ງກ່າວ ປະສົມກັບ ນໍ້າມັນແທ້ A95 ແລະ ແປງສີໃຫ້ອອກມາເປັນ ນໍ້າມັນປອມ ທີ່ມີຄຸນນະພາບຕໍ່າ. ເຊິ່ງໃນຊ່ວງຜ່ານມາ, ກໍມີຫຼາຍແຂວງໃນທົ່ວຫວຽດນາມ ທີ່ໄດ້ນຳໃຊ້ນໍ້າມັນປອມ ຈາກກຸ່ມຜະລິດດັ່ງກ່າວນີ້ ໂດຍສະເພາະ ບັນດາແຂວງພາກໃຕ້ ເຊັ່ນ: ແຂວງດັກນົ້ງ, ດັກລັກ, ນະຄອນໂຮ່ຈິມິນ, ສອກຈັ້ງ, ແຂັງຮວ່າ ແລະອື່ນໆ.

ຮູບການເຄື່ອນໄຫວຂອງພວກກ່ຽວ ແມ່ນຈະມັກປ່ຽນແປງໃໝ່ເລື້ອຍໆ ເພື່ອເປັນການປິດບັງການຖືກກວດພົບ ຫຼື ຖືກຈັບການປະພຶດຈາກເຈົ້າໜ້າທີ່. ໂດຍໃນເບື້ອງຕົ້ນ, ບັນດາເປົ້າໝາຍ ຈະນຳຫົວເຊື້ອ ແລະ ທາດປະສົມຕ່າງໆ ໄປລົງໄວ້ຕາມບໍລິສັດ ທີ່ດຳເນີນທຸລະກິດກ່ຽວກັບນໍ້າມັນເຊ້ືອໄຟ ເພື່ອຈັດການປະສົມກັບນໍ້າມັນແທ້ ແລ້ວກາຍເປັນນໍ້າມັນຄຸນນະພາບຕໍ່າ ໃນຈຳນວນຫຼາຍກວ່າຕາມມາດຕາສ່ວນທີ່ພວກກ່ຽວໄດ້ກຳນົດໄວ້.

ນອກຈາກນັ້ນ, ກຸ່ມເຄື່ອນໄຫວນີ້ ຍັງມີການເຄື່ອນໄຫວທີ່ແນບນຽນກວ່ານີ້ ກໍຄື ຂະບວນການປະສົມນໍ້າມັນນີ້ ພວກກ່ຽວດຳເນີນຢ່າງໄວ ໂດຍມີການຈັດວາງຜູ້ຮັບຜິດຊອບທຸກຢ່າງ ນັບແຕ່ຄົນຕິດຕາມຕົ້ນທາງ ຫຼື ຄົນແປກໜ້າ ຈະບໍ່ໄດ້ເຂົ້າໃກ້ສະຖານທີ່ຂອງພວກກ່ຽວ ເດັດຂາດ; ດັ່ງນັ້ນ, ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ວິຊາສະເພາະ ພົບຄວາມຫຍຸ້ງຍາກສົມຄວນໃນການຕິດຕາມ ແລະ ຈັບຂອງກາງຈາກພວກກ່ຽວ.

ຍິ່ງໄປກວ່ານີ້, ບໍລິສັດ ໝີຮຶງ ຂອງເສດຖີ ຈິ້ງເຊືອງ ຍັງນຳໃຊ້ເຮືອຂະໜາດໃຫຍ່ເປັນພາຫະນະຂົນສົ່ງນໍ້າມັນ ທີ່ເປັນສ່ວນປະສົມເຂົ້າມາ ບໍລິສັດ ໂດຍຜ່ານທາງທະເລ ແລະ ເມື່ອນຳມາຮອດຝັ່ງ ກຸ່ມຂອງພວກເຂົາ ຈະຮີບຮ້ອນຈູບນໍ້າມັນແທ້ລົງໄປໃສ່ຖັງໃນເຮືອນ ເພື່ອປະສົມກັບ ຫົວເຊື້ອ ຫຼື ນໍ້າເຄມີ ທີ່ພວກກ່ຽວນຳເຂົ້າມານັ້ນ ແລ້ວກາຍເປັນນໍ້າມັນຈຳນວນມະຫາສານ ກຽມສົ່ງອອກຂາຍໃຫ້ບັນດາແຂວງ ໃນທົ່ວປະເທດ.

ພັອ ເລ້ວັນຕວຽນ ຫົວໜ້າກອງບັນຊາການຕຳຫຼວດ ແຂວງດັກນົ້ງ ໄດ້ສະຫຼຸບໃນກອງປະຊຸມ ວັນທີ 6 ມິຖຸນາ 2019 ວ່າ:

ນີ້ແມ່ນຄະດີທີ່ມີຄວາມອັນຕະລາຍພິເສດ ທີ່ໄດ້ເກີດຂຶ້ນໃນຫຼາຍແຂວງ ແລະ ມີຜົນກະທົບຕໍ່ສັງຄົມ ຢ່າງຮ້າຍແຮງ, ການກະທຳຂອງພວກກ່ຽວ ເປັນການກະທຳທີ່ເຫັນແກ່ຜົນປະໂຫຍດສ່ວນຕົວ ໂດຍບໍ່ຄຳນຶງເຖິງຜົນເສຍຫາຍຂອງປະຊາຊົນ, ເຊິ່ງພວກກ່ຽວມີລາຍໄດ້ຈາກການຂາຍນໍ້າມັນປອມນີ້ ຈຳນວນຫຼາຍພັນຕື້ດົ່ງ.

ຜົນສະຫຼຸບຂອງ ການສືບສວນເບື້ອງຕົ້ນ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນ 2017 ເຖິງປັດຈຸບັນ, ພວກກ່ຽວຊ້ືນໍ້າ ຫົວເຊື້ອສ່ວນປະສົມເຂົ້າມາ ມີມູນຄ່າປະມານ 3.000 ຕື້ດົ່ງ ແລະ ທຸກເດືອນ ພວກກ່ຽວຜະລິດນໍ້າມັນປອມ ອອກສູ່ຕະຫຼາດ ປະມານ 6 ລ້ານລິດ.

ປັດຈຸບັນ, ອົງການສືບສວນ – ສອບສວນ ກອງບັນຊາການຕຳຫຼວດ ແຂວງດັກນົ້ງ ໄດ້ເປີດການດຳເນີນຄະດີເພີ່ມອີກ 14 ຜູ້ຖືກຫາ, ເຊິ່ງລວມຜູ້ຖືກຫາໃນຄະດີດັ່ງກ່າວນີ້ ເປັນ 23 ຄົນ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ