ພິທີມອບ-ຮັບ ງົວ ໃຫ້ 44 ຄອບຄົວທຸກຍາກ
ພິທີມອບ-ຮັບ ງົວ ໃຫ້ 44 ຄອບຄົວທຸກຍາກ

ພິທີມອບ-ຮັບສັດລ້ຽງ ປະເພດງົວ ໃຫ້ 44 ຄອບຄົວທຸກຍາກ ຢູ່ 3 ບ້ານ ຄື: ບ້ານຫົວເມືອງ, ບ້ານຫ້ວຍຮາກ ແລະ ບ້ານລາວສະໂນ ເມືອງຊຽງຮ່ອນ ແຂວງໄຊຍະບູລີ; ໄດ້ຈັດຂຶ້ນໃນວັນທີ 17 ກັນຍາຜ່ານມາ, ເຂົ້າຮ່ວມໂດຍ ທ່ານ ນາງ ແພງຈັນ ແກ້ວມະນີວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ; ມີບັນດາຄະນະກໍາມະການຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ຄອບຄົວທຸກຍາກດັ່ງກ່າວເຂົ້າຮ່ວມ.

ຕາງໜ້າປະຊາຊົນຈາກ 44 ຄອບຄົວ
ຕາງໜ້າປະຊາຊົນຈາກ 44 ຄອບຄົວ

ທ່ານ ອິ່ນ ບຸນຍາວົງ ຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງຊຽງຮ່ອນ ໄດ້ລາຍງານການ ຈັດຕັ້ງປະຕິບັດກ່ຽວກັບການຈັດຊື້ສັດ ໃນໂຄງການສົ່ງເສີ່ມການລ້ຽງສັດຂອງຄອບຄົວທຸກຍາກຢູ່ເມືອງຊຽງຮ່ອນ ແລະ ການມອບ-ຮັບສັດລ້ຽງໃນຄັ້ງນີ້ ວ່າ: ມີຄອບຄົວທຸກຍາກ ຈາກ 3 ບ້ານ ຄື: ບ້ານຫົວເມືອງ ປະກອບມີ 30 ຄອບຄົວ, ບ້ານຫ້ວຍຮາກ ມີ 8 ຄອບຄົວ ແລະ ບ້ານລາວສະໂນ 6 ຄອບຄົວ; ໂດຍຄອບຄົວໜຶ່ງຈະໄດ້ຮັບງົວ ຈຳນວນ 2 ໂຕ ລວມງົວທັງໝົດ 88 ໂຕ, ມູນຄ່າສັດລ້ຽງທັງໝົດ 283.000.000 ກີບ; ໂດຍມີເງື່ອນໄຂຂອງໂຄງການໄດ້ສັນຍາວ່າ: ການລ້ຽງສັດໄດ້ກໍານົດເວລາ 6 ປີ ແຕ່ເດືອນກັນຍາ 2019 ຫາ ເດືອນກັນຍາ 2025 ພາຍຫຼັງໝົດສັນຍາການລ້ຽງສັດໃນໄລຍະ 6 ປີແລ້ວ, ຜູ້ໄດ້ຮັບສັດລ້ຽງຕ້ອງໄດ້ມອບຕົ້ນທຶນຄືນເປັນງົວ ຈຳນວນ 2 ໂຕ (ຄູ່ແມ່-ລູກ) ຄືນໃຫ້ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມເມືອງ ເພື່ອຂະຫຍາຍໃຫ້ຄອບຄົວອື່ນ, ສ່ວນເຫຼືອແມ່ນເປັນຂອງຜູ້ລ້ຽງທັງໝົດ.

ຕາງໜ້າປະຊາຊົນຈາກ 44 ຄອບຄົວ
ຕາງໜ້າປະຊາຊົນຈາກ 44 ຄອບຄົວ

ໂອກາດດຽວກັນ, ທ່ານ ນາງ ແພງຈັນ ແກ້ວມະນີວົງ ໄດ້ເນັ້ນໜັກໃຫ້ຄອບຄົວທີ່ໄດ້ຮັບສັດລ້ຽງຈາກໂຄງການ ໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ໃນການລ້ຽງ ແລະ ການຮັກສາສັດລ້ຽງໃຫ້ມີການແຜ່ພັນ, ເກີດແມ່ແຜ່ລູກໃຫ້ໄດ້ຂາຍເປັນສິນຄ້າ ເພື່ອແກ້ໄຂຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນເທື່ອລະກ້າວ ເພື່ອເຮັດໃຫ້ຄອບຄົວຂອງຕົນຫຼຸດພົ້ນອອກຈາກຄວາມທຸກຍາກໃນຕໍ່ໜ້າ; ເຊິ່ງໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນຈາກກອງທຶນເພື່ອນຮ່ວມງານຂອງຢີ່ປຸ່ນ ຮ່ວມກັບລັດຖະບານ ສປປ ລາວ.

ການມອບ-ຮັບງົວຢ່າງເປັນທາງການ
ການມອບ-ຮັບງົວຢ່າງເປັນທາງການ