ດັ່ງທີ່ພວກເຮົາຮູ້ນໍາກັນແລ້ວວ່າ: ແຕ່ທ້າຍເດືອນສິງຫາ ຫາ ຕົ້ນເດືອນກັນຍາ 2019 ນີ້ ໄດ້ເກີດໄພພິບັດນໍ້າຖ້ວມ, ເຊິ່ງສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຊີວິດ ແລະ ສັບສິນຂອງປະຊາຊົນບັນດາເຜົ່າ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້. ຕໍ່ກັບສະພາບການດັ່ງກ່າວ, ລັດຖະບານ ໄດ້ເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດ ແລະ ບັນດາກະຊວງທີ່ກ່ຽວຂ້ອງ, ກຳລັງ ປກຊ – ປກສ, ບັນດາແຂວງ ແລະ ອົງການຊ່ວຍເຫຼືອສັງຄົມຕ່າງໆ ໄດ້ສຸມທຸກກຳລັງແຮງນຳເອົາພາຫະນະ ແລະ ວັດຖຸອຸປະກອນ ເຂົ້າໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບ ຢ່າງທັນການ, ເຊິ່ງສາມາດຫຼຸດຜ່ອນຄວາມເສຍຫາຍທາງດ້ານຊີວິດ ແລະ ຊັບສິນໄດ້ດີສົມຄວນ.

ຢ່າງໃດກໍຕາມ, ໃນໄລຍະເກີດໄພພິບັດດັ່ງກ່າວ ໄດ້ມີກຸ່ມຄົນບໍ່ດີເຄື່ອນໄຫວໂຄສະນາ ປ່າວຂ່າວບິດເບືອນຄວາມຈິງກ່ຽວກັບ ການຊ່ວຍເຫຼືອດັ່ງກ່າວ ໂດຍເປັນການສ້າງຄວາມປັ່່ນປ່ວນ, ແບ່ງແຍກຄວາມສາມັກຄີໃນສັງຄົມ, ທັບຖົ່ມໂຈມຕີ ແລະ ຕ້ານ ສປປ ລາວ; ເຊິ່ງໜຶ່ງໃນກຸ່ມຄົນບໍ່ດີທີ່ວ່ານັ້ນ ກໍແມ່ນ: ນາງ ຮວຍເຮືອງ ໄຊຍະບູລີ ຫຼື ໝວຍ ອາຍຸ 30 ປີ ອາຊີບຄ້າຂາຍ ຢູ່ບ້ານສະເຫຼົ້າ ເມືອງໂພນທອງ ແຂວງຈໍາປາສັກ.

ນາງ ໝວຍ ມີເຈຕະນາ ໂຄສະນາ ຕ້ານ ສປປ ລາວ ແທ້
ນາງ ໝວຍ ມີເຈຕະນາ ໂຄສະນາ ຕ້ານ ສປປ ລາວ ແທ້

ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຈໍາສັກ ໃຫ້ຮູ້ວ່າ:

ໃນໄລຍະນໍ້າຖ້ວມຢູ່ແຂວງພາກໃຕ້ ໃນເດືອນກັນຍາ 201­­­9, ນາງ ຮວຍເຮືອງ ໄຊຍະບູລີ ໄດ້ນໍາໃຊ້ເຟສບຸກສ່ວນຕົວ ທີ່ມີຊື່ວ່າ: Xayabouly houayheuang ໂພສຂໍ້ຄວາມ ແລະ ໄລຟ໌ສົດວີດີໂອທີ່ມີເນື້ອຫາໃສ່ຮ້າຍປ້າຍສີ ແນວທາງນະໂຍບາຍຂອງພັກ-ລັດ ແລະ ການເຮັດໜ້າທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງ ໃນການຊ່ວຍເຫຼືອຜູ້ປະສົບໄພ ເຊິ່ງກົງກັນຂ້າມກັບຄວາມເປັນຈິງທີ່ລັດຖະບານ, ອົງການປົກຄອງທ້ອງຖິ່ນ ຕະຫຼອດຮອດທຸກພາກສ່ວນໃນສັງຄົມ, ພໍ່-ແມ່ປະຊາຊົນ ໄດ້ປະກອບສ່ວນດ້ານເຫື່ອແຮງ ແລະ ວັດຖຸ ລົງໃກ້ຊິດຕິດແທດໃຫ້ການຊ່ວຍເຫຼືອ ດ້ວຍຄວາມເອົາໃຈໃສ່ ແລະ ຮັບຜິດຊອບສູງ.

ນາງ ໝວຍ ມີເຈຕະນາ ໂຄສະນາ ຕ້ານ ສປປ ລາວ ແທ້
ນາງ ໝວຍ ມີເຈຕະນາ ໂຄສະນາ ຕ້ານ ສປປ ລາວ ແທ້

ນາງ ໝວຍ ໄດ້ໂຄສະນາຕ້ານ ສປປ ລາວ ບໍ່ສະເພາະແຕ່ໃນໄລຍະເກີດໄພນໍ້າຖ້ວມເທົ່ານັ້ນ ເຊັ່ນວ່າ: ໃນເດືອນມິຖຸນາ 2018 ທີ່ຜ່ານມາ, ຜູ້ກ່ຽວໄດ້ລົງໂຄສະນາຜ່ານທາງເຟສບຸກ ທີ່ເນື້ອຫາເປັນການໃສ່ຮ້າຍປ້າຍສີຕໍ່ແນວທາງຂອງພັກ. ໃນຄັ້ງນັ້ນ, ເຈົ້າໜ້າທີ່ ກໍໄດ້ນໍາຕົວຜູ້ກ່ຽວມາທໍາການສອບສວນ, ສຶກສາອົບຮົມກ່າວເຕືອນ ແລະ ຊີ້ແຈງໃຫ້ຜູ້ກ່ຽວເຂົ້າໃຈ ພ້ອມທັງໃຫ້ຢຸດເຊົາການກະທໍາດັ່ງກ່າວ.

ຢ່າງໃດກໍຕາມ, ນາງ ໝວຍ ກໍບໍ່ຍອມຢຸດເຊົາພຶດຕິກໍາດັ່ງກ່າວ. ຈົນມາໃນວັນທີ 4-6 ກັນຍາ 2019, ເຊິ່ງເປັນໄລຍະທີ່ນໍ້າຖ້ວມແຮງ ເປັນບໍລິເວນກວ້າງ, ນໍ້າໄຫຼເຂົ້າຢ່າງວ່ອງໄວ ແລະ ກາຍເປັນເຫດການອຸທົກກະໄພທີ່ຮ້າຍແຮງ ໃນຮອບຫຼາຍສິບປີ ຢູ່ພາກໃຕ້ ແລະ ຜູ້ກ່ຽວກໍໄດ້ໂຄສະນາໃສ່ຮ້າຍປ້າຍສີ ຜ່ານທາງເຟສບຸກຂອງຜູ້ກ່ຽວ ຢ່າງຕໍ່ເນື່ອງ ຈຶ່ງເປັນເຫດທີ່ສ້າງຄວາມເຂົ້າໃຈຜິດ ແລະ ປັ່ນປ່ວນສັງຄົມ ເຊິ່ງສວນທາງກັບ ຄວາມເອົາໃຈໃສ່ຂອງລັດຖະບານ ໃນການແກ້ໄຂຜົນຮ້າຍຂອງໄພພິບັດ ແລະ ການໃຫ້ຄວາມຊ່ວຍເຫຼືອບັນເທົາທຸກສຸກເສີນແກ່ປະຊາຊົນ ຢ່າງບໍ່ລົດລະຕະຫຼອດເວລາ.

ດ້ວຍເຫດນີ້, ເຈົ້າໜ້າທີ່ ຈຶ່ງໄດ້ກັກຕົວ ນາງ ໝວຍ ໃນວັນທີ 12 ກັນຍາ 2019, ເຊິ່ງການກັກຕົວດັ່ງກ່າວ ໄດ້ປະຕິບັດຕາມຂັ້ນຕອນຂອງກົດໝາຍ ຢ່າງເຂັ້ມງວດ; ແລ້ວເມື່ອຜ່ານການສອບສວນຕົວຈິງ, ຜູ້ກ່ຽວກໍຮັບສາລະພາບວ່າ:

ໄດ້ເປັນຜູ້ລົງມືໂຄສະນາທາງເຟສບຸກແທ້, ເຊິ່ງໃນວິດີໂອໜຶ່ງ ນາງ ໝວຍ ໄດ້ເວົ້າອອກປາກເຖິງການກະທໍາ ແລະ ເຈຕະນາຂອງນາງ ວ່າ: “ ມັນໄດ້ເວົ້າ ແລະ ມັນມີແຮງ ຊິບອກໃຫ້ ”. ນອກນັ້ນ, ຜູ້ກ່ຽວຍັງຮັບສາລະພາບວ່າ: ໄດ້ມີການພົວພັນກັບບຸກຄົນທີ່ຢູ່ພາຍໃນ ແລະ ນອກປະເທດ ເພື່ອຮ່ວມກັນເຄື່ອນໄຫວຕ້ານ ສປປ ລາວ.

ດັ່ງນັ້ນ, ພວກເຮົາເຫັນແຈ້ງນໍາກັນແລ້ວວ່າ: ການກະທຳຂອງຜູ້ກ່ຽວ ແມ່ນມີຄວາມຈົງໃຈເພື່ອສ້າງຄວາມວຸ້ນວາຍ, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ. ການກະທໍາດັ່ງກ່າວ ແມ່ນຜິດຕໍ່ ປະມວນກົດໝາຍອາຍາ ມາດຕາ 117 ການໂຄສະນາຕໍ່ຕ້ານ ສປປ ລາວ ເຊິ່ງໄດ້ລະບຸໄວ້ວ່າ:

“ ບຸກຄົນໃດຫາກໄດ້ໂຄສະນາໃສ່ຮ້າຍປ້າຍສີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ບິດເບືອນແນວທາງຂອງພັກ ແລະ ນະໂຍບາຍຂອງລັດ, ປ່າວຂ່າວອະກຸສົນ ເຮັດໃຫ້ມີຄວາມວຸ້ນວາຍ ດ້ວຍການເວົ້າ, ການຂຽນ, ການພິມ, ໜັງສືພິມ, ຮູບເງົາ, ວິດີໂອ, ຮູບພາບ, ເອກະສານ, ສື່ທາງເອເລັກໂຕຣນິກ ຫຼື ດ້ວຍຮູບການອື່ນ ທີ່ມີເນື້ອໃນຕ້ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເຮັດໃຫ້ອໍານາດລັດອ່ອນເພຍ ຈະຖືກລົງໂທດຕັດອິດສະລະພາບແຕ່ 1 ປີ ຫາ 5 ປີ ແລະ ຈະຖືກປັບໄໝແຕ່ 5.000.000 ກີບ ຫາ 20.000.000 ກີບ ”

ພາຍຫຼັງການກັກຕົວ ນາງ ໝວຍ, ກຸ່ມຄົນທີ່ບໍ່ຫວັງດີທັງພາຍໃນ ແລະ ຕ່າງປະເທດ ໄດ້ປ່ອຍຂ່າວວ່າ: ລັດຖະບານເຮົາ ກີດກັ້ນເສລີພາບໃນການປາກເວົ້າຂອງປະຊາຊົນ, ເຊິ່ງບັນຫານີ້ລ້ວນແຕ່ບໍ່ແມ່ນຄວາມຈິງ. ລັດຖະບານພວກເຮົາ ໄດ້ເຄົາລົບ ແລະ ປະຕິບັດຕາມລັດຖະທໍາມະນູນຂອງ ສປປ ລາວ ຢ່າງເຂັ້ມງວດ, ໄດ້ໃຫ້ສິດເສລີພາບແກ່ພົນລະເມືອງລາວ ໃນການປາກເວົ້າ, ຂີດຂຽນ ແຕ່ສິດເສລີພາບດັ່ງກ່າວ ຕ້ອງບໍ່ຂັດກັບກົດໝາຍ.

ເມື່ອໃດຫາກການປາກເວົ້າ ຫຼື ການສະແດງອອກຂອງບຸກຄົນໃດໜຶ່ງ ຫາກເປັນການລະເມີດກົດໝາຍທີ່ມີຜົນບັງຄັບໃຊ້ແລ້ວ, ແນ່ນອນ ຜູ້ນັ້ນກໍຈະຖືກດໍາເນີນຄະດີຕາມຂະບວນການຍຸຕິທໍາ ຢ່າງຫຼີກລ່ຽງບໍ່ໄດ້ ເຊັ່ນດຽວກັບ ການກະທໍາຂອງ ນາງ ໝວຍ ເຊິ່ງຈະຕົກໃນກໍລະນີ ການໂຄສະນາຕ້ານ ສປປ ລາວ ທີ່ລະບຸໄວ້ໃນມາດຕາ 117 ຂອງປະມວນກົດໝາຍອາຍາ.

ປັດຈຸບັນ, ລາຍຄະດີດັ່ງກ່າວ ແມ່ນຢູ່ໃນຂັ້ນຕອນດໍາເນີນຂອງ ເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງຈໍາປາສັກ ເພື່ອສືບຕໍ່ດໍາເນີນໃຫ້ຈະແຈ້ງ, ຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ ຈຶ່ງຈະສະຫຼຸບສົ່ງສໍານວນຄະດີ ໃຫ້ອົງການໄອຍະການປະຊາຊົນ ແຂວງຈໍາປາສັກ ສືບຕໍ່ສັ່ງຟ້ອງໃຫ້ສານ ຕັດສິນຕາມຂັ້ນຕອນກົດໝາຍ.

ເຊິ່ງເຈົ້າໜ້າທີ່ ຢືນຢັນວ່າ: ການດໍາເນີນຄະດີດັ່ງກ່າວ ຈະປະຕິບັດຕາມກົດໝາຍ ວ່າດ້ວຍ ການດໍາເນີນຄະດີອາຍາ ຢ່າງເຂັ້ມງວດ, ຮັບປະກັນຄວາມໂປ່ງໃສ, ຖືກຕ້ອງຕາມກົດໝາຍ ແລະ ຮັບປະກັນຍຸຕິທໍາ.

ສໍາລັບ ການຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມນັ້ນ, ລັດຖະບານ ໄດ້ສືບຕໍ່ຊີ້ນຳໃຫ້ບັນດາພາກສ່ວນກ່ຽວຂ້ອງຢ່າງໃກ້ຊິດ ໃນການຈັດຕັ້ງປະຕິບັດວຽກງານ ຢ່າງເຂັ້ມງວດ ໂດຍ:

  • ສຸມທຸກກຳລັງ ປກຊ-ປກສ ແລະ ທຸກພາກສ່ວນ ລວມທັງພາຫະນະລົດມອດໄຟ ແລະ ເຮືອ ທັງມີການຈັດຕັ້ງຊີ້ນຳລະອຽດ ເພື່ອສຸມໃສ່ຊ່ວຍເຫຼືອປະຊາຊົນ ໃນການຍົກຍ້າຍຈາກທີ່ພັກຊົ່ວຄາວ ກັບຄືນໄປບ້ານເຮືອນຂອງຕົນ;
  • ໃຫ້ ຂະແໜງການ ແລະ ທ້ອງຖິ່ນ ກະກຽມຟື້ນຟູການຜະລິດ ພາຍຫຼັງນ້ຳລົງ ເຮັດໃຫ້ການຜະລິດເຂົ້າສູ່ສະພາບປົກກະຕິ ແນໃສ່ຮັບປະກັນດ້ານສະບຽງອາຫານ ໂດຍສະເພາະ ການຈັດສັນແນວພັນ, ປັດໄຈການຜະລິດ, ພາຫະນະການຜະລິດ ແລະອື່ນໆ ໃຫ້ທັນການ;
ນາງ ໝວຍ ມີເຈຕະນາ ໂຄສະນາ ຕ້ານ ສປປ ລາວ ແທ້
ນາງ ໝວຍ ມີເຈຕະນາ ໂຄສະນາ ຕ້ານ ສປປ ລາວ ແທ້
  • ປັບປຸງພື້ນຖານໂຄງລ່າງ ໂດຍສະເພາະ ສ້ອມແປງເສັ້ນທາງ ໃຫ້ສາມາດໄປ-ມາໄດ້, ສ້ອມແປງໂຮງຮຽນ, ໂຮງໝໍ, ສຸກສາລາ ໃຫ້ສາມາດເປີດນຳໃຊ້ໄດ້;
  • ໃຫ້ ກະຊວງການເງິນ ຮີບຮ້ອນຄົ້ນຄວ້າ ແລະ ກະກຽມດ້ານງົບປະມານ ເພື່ອແກ້ໄຂໄພພິບັດດັ່ງກ່າວ ດ້ວຍການນຳໃຊ້ເງິນທີ່ມີ ແລ້ວສະເໜີລັດຖະບານພິຈາລະນາຕົກລົງໂດຍໄວ;
  • ສູນບັນຊາການແກ້ໄຂໄພພິບັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕ້ອງມີການປະສານງານກັນວ່ອງໄວ, ຄ່ອງຕົວ ແລະ ສາມາດແກ້ໄຂບັນຫາໄດ້ຢ່າງທັນການ;
  • ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ຕ້ອງເຮັດຢ່າງເຂັ້ມງວດ ໂດຍມີການລົງໄປຕິດຕາມກວດກາຕົວຈິງ ຢູ່ທ້ອງຖິ່ນຕ່າງໆ;
  • ໃຫ້ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າລະອຽດກ່ຽວກັບ ການຍົກເວັ້ນພາສີ – ອາກອນ, ຫຼຸດອັດຕາຄ່າໄຟຟ້າ, ນະໂຍບາຍດ້ານສິນເຊື່ອ, ປັດໄຈການຜະລິດ ແລະອື່ນໆ ແລ້ວສະເໜີລັດຖະບານ ພິຈາລະນາຕົກລົງ;
  • ສືບຕໍ່ຮຽກຮ້ອງທຸກພາກສ່ວນທົ່ວສັງຄົມ ໃຫ້ຮ່ວມແຮງ – ຮ່ວມໃຈກັນ, ປຸກລະດົມການຊ່ວຍເຫຼືອ ແລະ ການຮ່ວມມືຈາກພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ເທົ່າທີ່ຈະເຮັດໄດ້ ແນໃສ່ຮັບປະກັນໃຫ້ການແກ້ໄຂໄພພິບັດດັ່ງກ່າວ ມີຜົນສຳເລັດ.

ພ້ອມກັນນັ້ນ, ບັນດາກະຊວງກ່ຽວຂ້ອງ ຕ້ອງຕັ້ງໜ້າປະຕິບັດວຽກງານຂອງຕົນ ຕາມທີ່ລັດຖະບານໄດ້ຊີ້ນຳຢ່າງເຂັ້ມງວດ ເປັນຕົ້ນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແມ່ນລົງຕິດຕາມ ແລະ ລາຍງານສະພາບຕົວຈິງຕໍ່ການແກ້ໄຂບັນຫາໄພພິບັດໃນຄັ້ງນີ້ ເພື່ອໃຫ້ສັງຄົມໄດ້ຮັບຊາບຂໍ້ມູນທີ່ຖືກຕ້ອງ ຢ່າງລະອຽດ, ຈະແຈ້ງ ແລະ ທັນການ, ທັງປຸກລະດົມເຕົ້າໂຮມ ຄວາມສາມັກຄີທົ່ວສັງຄົມ, ສຶກສາອົບຮົມໃຫ້ປະຊາຊົນ ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂການອອກຂ່າວທີ່ບໍ່ມີມູນຄວາມຈິງ, ໃສ່ຮ້າຍປ້າຍສີ ແລະອື່ນໆຂອງບຸກຄົນ ແລະ ສື່ສັງຄົມອອນລາຍຈຳນວນໜຶ່ງ ຢ່າງທັນການ.

ຈາກຄວາມເປັນຫ່ວງເປັນໃຍຂອງພັກ – ລັດຖະບານ ທີ່ມີຕໍ່ປະຊາຊົນລາວບັນດາເຜົ່າ, ພວກເຮົາເຫັນໄດ້ຢ່າງຈະແຈ້ງແລ້ວວ່າ: ນາງ ຮວຍເຮືອງ ໄຊຍະບູລີ ຫຼື ໝວຍ ມີເຈດຕະນາ ໂຄສະນາໃສ່ຮ້າຍປ້າຍສີຕ້ານ ສປປ ລາວ.