ກອງປະຊຸມໃຫຍ່ຄັ້ງທີ VII ຜູ້ແທນສະຫະພັນກໍາມະບານ ກະຊວງສາທາລະນະສຸກ ໄດ້ຈັດຂຶ້ນ ໃນວັນທີ 19 ກັນຍາ 2019, ເປັນປະທານໂດຍ ທ່ານ ຄຳເພັດ ມະນີວົງ ປະທານສະຫະພັນກຳມະບານ ກະຊວງສາທາລະນະສຸກ ໂດຍມີ ທ່ານ ປ້ານ ນ້ອຍມະນີ ກຳມະການສູນກາງພັກ ປະທານສູນກາງສະຫະພັນກຳມະບານລາວ ພ້ອມດ້ວຍບັນດາຄະນະພັກ, ຄະນະກົມ, ຫ້ອງການ ແລະ ສະມາຊິກກຳມະບານ ເຂົ້າຮ່ວມ.

ທ່ານ ດຣ ເພັດວິວັນ ພອນແກ້ວ ຮອງປະທານສະຫະພັນກຳມະບານ ກະຊວງສາທາລະນະສຸກ ກ່າວວ່າ:

ທ່ານ ດຣ ເພັດວິວັນ ພອນແກ້ວ ຮອງປະທານສະຫະພັນກຳມະບານ ກະຊວງສາທາລະນະສຸກ

ໃນໄລຍະ 5 ປີຜ່ານມາ, ຄະນະບໍລິຫານງານ ສະຫະພັນກໍາມະບານ ກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງ – ແນວຄິດ ແລະ ນຳເອົາເອກະສານເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ເຜີຍແຜ່ເຊື່ອມຊຶມໃຫ້ 35 ຮາກຖານ ຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການລົງ 3 ສ້າງ ແລະ ຂະບວນການວິຊາສະເພາະ ໄປຄຽງຄູ່ກັບ ການບໍລິການໃຫ້ທົ່ວເຖິງ, ຍົກສູງຄຸນນະພາບ, ສະໜອງການບໍລິການສະເໜີພາບ ແລະ ຍຸຕິທໍາ ເພື່ອແນໃສ່ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ, ເຊິ່ງມີສະມາຊິກກໍາມະບານ ຈາກ 35 ຮາກຖານ ເຂົ້າຮ່ວມ.

ຫຼັງຈາກນັ້ນ, ທຸກໆຮາກຖານ ໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍຈັບມືເເຂ່ງຂັນເນື້ອໃນ 5 ເປັນເຈົ້າ ສໍາເລັດຕາມຄາດໝາຍ, ຜ່ານການຈັດຕັ້ງປະຕິບັດ ໃນໄລຍະ 3 ປີຜ່ານມາ ( 2017-2019 ) ສາມາດປະເມີນຕີລາຄາມາດຕະຖານຂອງ 5 ເປັນເຈົ້າ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນບົດແນະນໍາຂອງ ສູນກາງສະຫະພັນກໍາມະບານລາວ ສະບັບເລກທີ 1750/ສກວ ລົງວັນທີ 27 ກໍລະກົດ 2016 ສາມາດປະເມີນໄດ້ ຄື:

  • ປີ 2017 ຄະເເນນລວມສະເລ່ຍໄດ້ 88,39% ໃນນັ້ນຄະເນນ 90% ຂຶ້ນໄປ ມີ 12 ຮາກຖານ, ແຕ່ 86% – 89,99% ມີ 13 ຮາກຖານ, ແຕ່ 81% – 86% ມີ 10 ຮາກຖານ;
  • ໃນປີ 2018 ຄະເເນນລວມສະເລ່ຍໄດ້ 88,88%, ໃນນັ້ນມີຄະເເນນ 90% ຂຶ້ນໄປ ມີ 15 ຮາກຖານ, ແຕ່ 86%- 89,99% ມີ 12 ຮາກຖານ ແລະ ແຕ່ 81% – 86% ມີ 8 ຮາກຖານ;
  • ໃນປີ 2019 ຄະເເນນລວມສະເລ່ຍໄດ້ 87,83% ໃນນັ້ນມີຄະແນນ 90% ຂຶ້ນໄປ ມີ 15 ຮາກຖານ, ແຕ່ 86% – 89,99% ມີ 13 ຮາກຖານ ແລະ ແຕ່ 81% – 86% ມີ 7 ຮາກຖານ.

ສະຫຼຸບໄດ້ວ່າ: ໃນໄລຍະມີ ສະຫະພັນກໍາມະບານ, ກະຊວງສາທາລະນະສຸກ ສາມາດປະເມີນຕີລາຄາເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ສະເລ່ຍໄດ້ 88,36% ແລະ ທຸກໆຮາກຖານ ໄດ້ຮັບນາມມະຍົດ 5 ເປັນເຈົ້າ ກວມ ເອົາ 100%.

ໃນຕໍ່ໜ້າ, ຈະສືບຕໍ່ປັບປຸງ ແລະ ກໍ່ສ້າງສະມາຊິກ ໃຫ້ກາຍເປັນກໍາລັງຍຸດທະສາດ ແລະ ເປັນກໍາລັງນໍາໜ້າໃນການປະຕິບັດແນວທາງປ່ຽນເເປງໃໝ່ຂອງພັກ, ກໍາລັງນໍາໜ້າໃນການປະຕິບັດໜ້າທີ່ການເມືອງ ໂດຍໃຫ້ມີຈັນຍາບັນສູງດ້ວຍເນື້ອໃນ, ຮູບການທີ່ເໝາະສົມ ເພື່ອຮັບໃຊ້ປະຊາຊົນ, ຫຼຸດຜ່ອນຫາງສຽງ ການຈົ່ມວ່າທີ່ບໍ່ດີ ຈາກສັງຄົມ ແລະ ປັບປຸງກໍ່ສ້າງ ແລະ ຂະຫຍາຍການຈັດຕັ້ງກໍາມະບານໃຫ້ກວ້າງຂວາງ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຂະຫຍາຍສະມາຊິກ ໃຫ້ໄດ້ 100%, ກົມກອງອ້ອມຂ້າງ ໃຫ້ໄດ້ຫຼາຍກວ່າ 90%, ແຕ່ລະຮາກຖານ ໃຫ້ເພີ່ມຂຶ້ນ 20% – 30% ແລະ ສູ້ຊົນສ້າງຂະບວນການແຂ່ງຂັນ 5 ເປັນເຈົ້າ ໃຫ້ໄດ້ 100% ຂອງແຕ່ລະຮາກຖານ.