ຜູ້ຖືກຫາທີ່ກໍ່ເຫດຄາດຕະກຳເມຍ ໂດຍການໃຊ້ປືນແກບ ຍິງເມຍ ເສຍຊີວິດ ທີ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນອາທິດທີ່ຜ່ານມາ ໄດ້ເອົາຕົວຫຼົບໜີຫຼັງກໍ່ເຫດ. ມາຮອດວັນທີ 13 ກັນຍາ ນີ້, ຜູ້ກ່ຽວໄດ້ເຂົ້າມອບຕົວຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊທານີ ເພື່ອຮັບໂທດຕາມກົດໝາຍ ສ່ວນສາເຫດແມ່ນເກີດຈາກຄວາມໂມໂຫຈາກການຜິດຖຽງກັບອ້າຍ-ເອື້ອຍເລື່ອງຕາລົດແຕກ ເປັນສາເຫດຕ້ານສະຕິອາລົມບໍ່ໄດ້ ຈົນໃຊ້ປືນ ແກັບຍິງເມຍທີ່ເຂົ້າມາຫ້າມໃນເວລານັ້ນ.

ທ້າວ ພອນໄຊ ອາຍຸ 38 ປີ ກໍ່ເຫດໃຊ້ປືນແກບ ຍິງເມຍ ເສຍຊີວິດ ທີ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ທ້າວ ພອນໄຊ ອາຍຸ 38 ປີ ກໍ່ເຫດໃຊ້ປືນແກບ ຍິງເມຍ ເສຍຊີວິດ
ທີ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໄຊທານີ ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ພອນໄຊ ອາຍຸ 38 ປີ, ສ່ວນຜູ້ເສຍຊີວິດຊື່ ນາງ ມະນີວອນ ຫຼື ຫຼ້າ ອາຍຸ 29 ປີ ຢູ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ຜ່ານການສອບສວນ ທ້າວ ພອນໄຊ ຮັບສາລະພາບວ່າ: ຕົນເອງພົວພັນເສບຢາເສບຕິດປະເພດຢາບ້າມາແຕ່ປີ 2009. ໃນໄລຍະຜ່ານມາ, ຕົນເອງໄດ້ຊື້ຢາບ້ານໍາໄວລຸ້ນຢູ່ເຂດບ້ານສ້າງຄອມ ເມືອງໄຊທານີ ມາເສບ ໂດຍຊື້ຄັ້ງລະ 2-3 ເມັດ, ເສບຫຼາຍສຸດ 3 ເມັດຕໍ່ມື້. ໃນປີ 2005, ໄດ້ແຕ່ງງານກັບນາງ ມະນີວອນ ຜູ້ເສຍຊີວິດ ບ້ານດວງບຸດດີ ເມືອງໄຊທານີ ແລ້ວມາຢູ່ບ້ານສົມສະຫວັນ ມີລູກຮ່ວມກັນ 2 ຄົນ ຊື່ທ້າວ ກ້ອງຫຼ້າ ອາຍຸ 14 ປີ ແລະ ນາງ ສາຍໄໝ ອາຍຸ 12 ປີ.

ທ້າວ ພອນໄຊ ອາຍຸ 38 ປີ ກໍ່ເຫດໃຊ້ປືນແກບ ຍິງເມຍ ເສຍຊີວິດ ທີ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ທ້າວ ພອນໄຊ ອາຍຸ 38 ປີ ກໍ່ເຫດໃຊ້ປືນແກບ ຍິງເມຍ ເສຍຊີວິດ
ທີ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ຕະຫຼອດໄລຍະຢູ່ຮ່ວມກັນມາ, ແມ່ນເຄີຍຜິດຖຽງກັນທໍາມະດາຕາມພາສາຜົວ-ເມຍ, ບໍ່ເຄີຍໃຊ້ຄວາມຮຸນແຮງຈັກເທື່ອ. ມາຮອດວັນທີ 8 ກັນຍາ 2019, ໄດ້ໄປຂໍຢືມລົດຈັກນໍາເອື້ອຍຊື່ ນາງ ລໍາອຽງ ອາຍຸ 44 ປີ ບ້ານດຽວ ກັນ ເພື່ອຈະໄປຊອກຫາຮັງຕໍ່ມາຂາຍ. ແຕ່ເອື້ອຍບໍ່ໃຫ້ຢືມ, ຕົນຈຶ່ງໄປຢືມລົດຈັກນໍາອ້າຍຊື່ ທ້າວ ຈຽງຄໍາ ອາຍຸ 47 ປີ ບ້ານດຽວກັນ; ເຊິ່ງໃນມື້ເກີດເຫດ, ນາງ ລໍາອຽງ (ເອື້ອຍ) ໄດ້ແຈ້ງຄວາມນໍາການຈັດຕັ້ງບ້ານວ່າ: ຕາລົດເກງຂອງຜູ້ກ່ຽວແຕກ ໂດຍສົງໄສວ່າ: ຕົນເອງເປັນຄົນທັບຕາລົດດັ່ງກ່າວ ແລະ ອ້າຍຊື່ ທ້າວ ຈຽງຄໍາ ກໍໄດ້ມາຮ້າຍດ່າ ຕັກເຕືອນຕົນ ເຮັດໃຫ້ຕົນເອງບໍ່ພໍໃຈ. ມາຮອດເວລາປະມານ 18:30 ໂມງ ເມຍໄດ້ກັບມາແຕ່ເຮັດວຽກຢູ່ໂຮງງານຕັດຫຍິບ. ຈາກນັ້ນ, ເມຍຈຶ່ງໄດ້ຖາມຕົນກ່ຽວກັບເລື່ອງລາວດັ່ງກ່າວ. ດັ່ງນັ້ນ, ເມຍກໍໂທລະສັບຫາແມ່ເພື່ອຖາມຄວາມເປັນຈິງ, ໃນເວລາທີ່ເມຍລົມໂທລະສັບຢູ່ນັ້ນຕົນ ໄດ້ຍິນສຽງຂອງ ນາງ ລໍາອຽງ (ເອື້ອຍ) ເວົ້າວ່າ: ຈະຈັບຕົນໄປຝາກຢ່າງດຽວ ໂດຍບໍ່ຟັງເຫດຜົນຈະຜິດ ຫຼື ບໍ່ຜິດກໍຢ່າ.

ຕົນຈຶ່ງບໍ່ພໍໃຈໄດ້ຊວນເອົາລູກ ສາວຊື່ນາງ ສາຍໄໝ ໄປນໍາ. ແຕ່ນາງ ມະນີວອນ (ເມຍ) ໄດ້ຫ້າມບໍ່ໃຫ້ໄປພ້ອມເວົ້າວ່າ: ໄປໂລດມີຫຍັງຈະບໍ່ຊ່ວຍອີກເທື່ອນີ້; ເພາະທີ່ຜ່ານມາ, ຕົນເຄີຍຜິດກັບເອື້ອຍຊື່ ນາງ ນ້ອຍ ແລ້ວຖືກບ້ານເອີ້ນໄປກ່າວເຕືອນຄັ້ງໜຶ່ງແລ້ວ, ແຕ່ຕົນບໍ່ຟັງໄດ້ຈັບແຂນລູກຍ່າງອອກໄປຈາກເຮືອນໄດ້ປະມານ 100 ແມັດ, ແລ້ວໄດ້ບອກລູກຢູ່ແຄມ ທາງ ແລ້ວຕົນໄດ້ກັບເຂົ້າມາເຮືອນອີກ ໄປເອົາຖົງທີ່ມີປືນແກັບຍາວປະມານ 40 ຊັງຕີແມັດ ຢູ່ໃນຫ້ອງນອນ. ແຕ່ນາງ ມະນີວອນ ນັ່ງກິນເຂົ້າຢູ່ໄດ້ຫ້າມບໍ່ໃຫ້ເອົາໄປ, ຍ້ອນຄວາມໂມໂຫຂອງຕົນຈຶ່ງເອົາປືນດັ່ງກ່າວຍິງໃສ່ບໍລິເວນຫົວເບື້ອງຊາຍຂອງ ນາງ ມະນີວອນ ລົ້ມລົງເສຍຊີວິດກັບທີ່.

ທ້າວ ພອນໄຊ ອາຍຸ 38 ປີ ກໍ່ເຫດໃຊ້ປືນແກບ ຍິງເມຍ ເສຍຊີວິດ ທີ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ
ທ້າວ ພອນໄຊ ອາຍຸ 38 ປີ ກໍ່ເຫດໃຊ້ປືນແກບ ຍິງເມຍ ເສຍຊີວິດ
ທີ່ບ້ານສົມສະຫວັນ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ຈາກນັ້ນ; ຕົນກໍພາລູກສາວໄປເຮືອນເອື້ອຍຊື່ ນາງ ລໍາອຽງ ແລ້ວໄດ້ເອົາປືນໄປມອບໃຫ້ນ້ອງເຂີຍ ຊື່ທ້າວ ກີມ ອາຍຸ 39 ປີ ບ້ານສົມສະຫວັນ ຈຶ່ງໜີໄປຫຼົບລີ້ຢູ່ທົ່ງເຂດບ້ານສ້າງຄອມ. ຈາກນັ້ນ, ກໍໜີໄປຫາພີ່ນ້ອງຢູ່ບ້ານສະ ພານທອງເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ແຕ່ພີ່ນ້ອງໄດ້ແນະນໍາໃຫ້ເຂົ້າມອບຕົວ, ມາຮອດວັນ 13 ກັນຍາ 2019 ຕົນໄດ້ຮູ້ສຶກກິນແໜງແຄງໃຈ ຈຶ່ງໄດ້ໂທລະສັບຫາແມ່ຊື່ ນາງ ຄໍາອ້ວນ ໃຫ້ບອກນ້ອງສາວຊື່ ນາງ ສົມສະໄຫວ ບ້ານສົມສະຫັວນ ມາຮັບເອົາຕົນໄປສົ່ງໃຫ້ເຈົ້າໜ້າ ປກສ ເມືອງໄຊທານີ.