ໃນວັນທີ 17 ກັນຍາ 2019, ສະມາຄົມເຟີນີເຈີລາວ ໄດ້ນໍາເງິນຈໍານວນ 15 ລ້ານກີບ ມອບໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນໍາເອົາເງິນຈໍານວນດັ່ງກ່າວ ໄປມອບໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ຢູ່ແຂວງພາກກາງ ແລະ ພາກໃຕ້ ຕາງໜ້າໃຫ້ແກ່ ສະມາຄົມເຟີນີເຈີລາວ ກ່າວມອບໂດຍ ທ່ານ ກອງມາລາ ພົມມະໄລ ຮອງປະທານສະມາຄົມເຟີນີເຈີ້ລາວ, ຕາງໜ້າໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວຮັບໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມ.

ທ່ານ ກອງມາລາ ພົມມະໄລ ຮອງປະທານສະມາຄົມເຟີນີເຈີລາວ ໃຫ້ຮູ້ວ່າ:

ເງິນທີ່ນໍາມາມອບໃນຄັ້ງນີ້ ແມ່ນໄດ້ມາຈາກນໍ້າໃຈ ຈາກບັນດາສະມາຊິກພາຍໃນສະມາຄົມເຟີນີເຈີລາວ ເຖິງແມ່ນວ່າ ຈະເປັນຈຳນວນເງິນທີ່ບໍ່ຫລາຍກໍຕາມ ກໍຂໍເປັນສ່ວນໜຶ່ງໃນການຊ່ວຍເຫຫຼືອ ເພື່ອເປັນການແບ່ງເບົາບັນດາຜູ້ປະສົບໄພທັງໝົດ ໃຫ້ປອດໄພ ແລະ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ, ພ້ອມທັງກ່າວໃຫ້ກຳລັງໃຈຕໍ່ຜູ້ປະສົບໄພ ແລະ ຄອບຄົວໃນຄັ້ງນີ້ ໂດຍຂໍໃຫ້ທຸກຄົນເຂັ້ມແຂງ ແລະ ມີກຳລັງໃນການຕໍ່ສູ້ ເພື່ອນຳພາຊີວິດກັບຂຶ້ນມາໃຫ້ສາມາດດຳລົງໄດ້ຢ່າງປົກກະຕິໃນຕໍ່ໜ້າ.

ໃນໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ກ່າວຂອບໃຈຕໍ່ ສະມາຄົມເຟີນີເຈີລາວ ທີ່ໄດ້ປະກອບສ່ວນໃຫ້ການຊ່ວຍເຫຼືອແກ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ ໃນປີນີ້. ພ້ອມກັນນັ້ນ, ກໍຈະນຳເອົາການຊ່ວຍເຫຼືອດັ່ງກ່າວ ໄປມອບຕໍ່ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອນຳໄປຊ່ວຍເຫຼືອໃຫ້ຮອດໃຫ້ເຖິງມືຂອງປະຊາຊົນ ຜູ້ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ຢ່າງແທ້ຈິງ ແລະ ເກີດປະໂຫຍດສູງສຸດ.

ເງິນທີ່ນຳມາມອບຄັ້ງນີ້ ລວມທັງໝົດ 15 ລ້ານກີບ ແມ່ນໄດ້ຮັບການປະກອບສ່ວນຈາກ:

  • ຫ້ອງການສະມາຄົມເຟີນິເຈີລາວ
  • ທ່ານ ຄຳໄພ ສົມຊະນະ
  • ທ່ານ ກອງມາລາ ພົມມາໄລ
  • ທ່ານ ທອງດຳ ສີຫາມາຍາ
  • ທ່ານ ວັນເພັງ ສົມຊະນະ
  • ທ່ານ ບຸນຖອງ ຫຼວງໂຄດ
  • ເຟີນິເຈີເທືອງ
  • ທ່ານ ນາງ ພອນບູລີ ນໍລະສິດ
  • ທ່ານ ຄຳປຸ່ນ ເຈົ້າພະສີຮົ່ມຂາວ
  • ທ່ານ ນາງ ຈັນໄຕ ທຳມະວົງສາ
  • ທ່ານ ນາງ ເພັດສະໝອນ ເນື່ອງກອງມະນີ
  • ທ່ານ ນາງ ວອນມະນີ ວົງສະເຕີນ
  • ທ່ານ ກອງແຊງ ລາດຊະມູນ
  • ທ່ານ ນາງ ໄມພອນ ເພັງພະຈັນ
  • ທ່ານ ກົງສາ ດວງມາລາ
  • ທ່ານ ນາງ ສົມບູນ ພິມມະສອນ
  • ເຟີນິເຈີຂຽນທອງ
  • ເຟີນິເຈີອາສິດ
  • ເຟີນິເຈີຕ໋ອງ
  • ເຟີນິເຈີສົມໃຈ