An Indonesian customs officer holds up a newspaper from a container filled with trash originating from Australia

ໃນວັນທີ 19 ກັນຍາ ທີ່ຜ່ານມາ, ສຳນັກຂ່າວ ສະເຕຣດທາມ ລາຍງານການດຳເນີນການສົ່ງຄືນ ຂີ້ເຫຍື້ອທີ່ປະເທດມະຫາອຳນາດໃນເອີຣົບ ແລະ ອາຊີ ລັກລອບສົ່ງເຂົ້າມາຖິ້ມ ໃນອາຊີຕາເວັນອອກສຽງໃຕ້ ອີກຄັ້ງ ວ່າ: ທາງການອິນໂດເນເຊຍ ເດີນໜ້າສົ່ງຕູ້ຄອນເທນເນີບັນຈຸຂີ້ເຫຍື້ອ 547 ຕູ້ ກັບຄືນໄປຍັງປະເທດຕົ້ນທາງ ເຊິ່ງລວມມີ ສະຫະລັດອາເມລິກາ, ອັງກິດ, ຝຣັ່ງ, ເຢຍລະມັນ ແລະ ການາດາ.

An officer stands inside a container full with plastic waste at Tanjung Priok port in Jakarta, Indonesia, September 18, 2019
An officer stands inside a container full with plastic waste at Tanjung Priok port in Jakarta, Indonesia, September 18, 2019

ທ່າມກາງກະແສຮຽກຮ້ອງໃຫ້ລັດຖະບານ ຍົກມາດຕະການລົງໂທດຂັ້ນເດັດຂາດກັບ ບໍລິສັດເອກະຊົນ ທີ່ລັກລອບເຮັດທຸລະກິດນຳເຂົ້າຂີ້ເຫຍື້ອເປັນພິດ ລວມເຖິງ ຂີ້ເຫຍື້ອທີ່ແອບອ້າງວ່າ ເປັນພລາສະຕິກຣີໄຊເຄິນ.

ທ່ານ ເຮຣູ ປຳບູດີ ຜູ້ອຳນວຍການ ສຳນັກງານພາສີອາກອນ ອິນໂດເນເຊຍ ຖະແຫຼງການວ່າ:

ສົ່ງຄືນຕູ້ຄອນເທນເນີຂີ້ເຫຍື້ອໄປແລ້ວ 331 ຕູ້ ຈາກທັງໝົດ 547 ຕູ້, ໃນຈຳນວນນີ້ມີ 91 ຕູ້ ມາຈາກ ອົດສະຕຣາລີ, 156 ຕູ້ ຢູ່ທີ່ທ່າເຮືອເມືອງທັງເກີຣັງ ຢູ່ເກາະຊວາ ມາຈາກ ອັງກິດ, ນູແວນເຊລັງ, ແອັດສະປາຍ, ສະຫະລັດອາເມລິກາ ແລະ ຈະດຳເນີນການສົ່ງຄືນຕູ້ຂີ້ເຫຍື້ອ ທີ່ຍັງເຫຼືອອີກ 216 ຕູ້ ກັບໄປຍັງ ຝຣັ່ງ, ເຢຍລະມັນ, ເກຼັກ, ຮອນແລນ, ການາດາ, ຍີ່ປຸ່ນ ແລະ ຮົງກົງ.

Indonesia’s custom officials open containers suspected of containing plastic waste, at Jakarta International seaport on September 18, 2019. Indonesia will ensure that hundreds of containers with rubbish containing hazardous waste are returned to their country

ທ່ານ ເຮຣູ ປຳບູດີ ກ່າວວ່າ: ຂີ້ເຫຍື້ອບາງສ່ວນ ເປັນເສດອາຫານທີ່ຍັງມີຂອງແຫຼວລອຍຢູ່, ເຊິ່ງຕັ້ງແຕ່ຕົ້ນປີທີ່ຜ່ານມາ ທາງການສາມາດສະກັດຕູ້ຄອນເທນເນີຂີ້ເຫຍື້ອ ໄດ້ຫຼາຍກວ່າ 2.000 ຕູ້ ຢູ່ທີ່ທ່າເຮືອແຂວງຊວາຕາເວັນອອກ, ທັງເກີຣັງ ແລະ ບາຕຳ.