ໃນວັນທີ 19 ກັນຍາ 2019, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ບ້ານແຊລະບຳ ເມືອງຊະນະສົມບູນ ແຂວງຈຳປາສັກ ໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ ບຸນຖອງ ດີວີໄຊ ເຈົ້າແຂວງໆຈຳປາສັກ, ທ່ານເຈົ້າເມືອງໆຊະນະສົມບູນ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງເມືອງ

ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ
ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ

ທ່ານເຈົ້າເມືອງຊະນະສົມບູນ ລາຍງານຜົນເສຍຫາຍຈາກໄພນ້ຳຖ້ວມຂອງ ບ້ານແຊລະບຳ ໃຫ້ຮູ້ວ່າ:

ບ້ານແຊລະບໍາ ປະກອບມີ 2 ຄຸ້ມ ມີ 368 ຫຼັງຄາເຮືອນ 388 ຄອບຄົວ ມີປະຊາກອນທັງໝົດ 2.056 ຄົນ, ມີເນື້ອທີ່ທັງໝົດ 778,26 ເຮັກຕາ ໃນນັ້ນເນື້ອທີ່ເຮັດການຜະລິດ 247,63 ເຮັກຕາ, ຖືກນ້ຳຖ້ວມເສຍຫາຍ 100% ບ້ານເຮືອນສູນເສຍ 19 ຫຼັງຄາ, ເປ່ເພບໍ່ສາມາດສ້ອມແປງໄດ້ 90 ຫຼັງຄາ, ມີສັດລ້ຽງສູນຫາຍຄື: ງົວ 25 ໂຕ, ຄວາຍ 6 ໂຕ, ໝູ 26 ໂຕ, ແບ້ 6 ໂຕ ແລະ ສັດປີກ 1.561 ໂຕ; ນອກຈາກນັ້ນ, ຍັງມີຊົນລະປະທານຖືກເຊາະເຈື່ອນ 500 ແມັດ, ຂົວຂາດ 1 ແຫ່ງ, ໂຮງຮຽນເສຍຫາຍ 3 ຫຼັງ ລວມຜົນເສຍຫາຍໃນໄພພິບັດຄັ້ງນີ້ແມ່ນ ປະມານ 16 ຕື້ກວ່າກີບ ( ຍັງບໍ່ໄດ້ປະເມີນຂົວ, ຊົນລະປະທານ ແລະ ເສັ້ນທາງ ).

ທ່ານ ພູວັນ ແພງມະເກດ ວ່າການຜູ້ອໍານວຍການ ເຂື່ອນໄຟຟ້າ ແຊລະບໍາ ລາຍງານວ່າ: ເຂື່ອນໄຟຟ້າແຊລະບຳ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຄັ້ງນີ້ ໜັກສົມຄວນເຮັດໃຫ້ໂຮງຈັກ work shoft ແລະ Swichy ard ຖືກນ້ຳຖ້ວມທັງໝົດ ( ຍັງບໍ່ສາມາດປະເມີນຜົນເສຍຫາຍໄດ້ ) ເສັ້ນທາງແຕ່ທ່າບັກລົງຮອດໂຮງຈັກຖືກຕັດຂາດ ແລະ ເຊາະເຈື່ອນຍາວ 680 ແມັດ.

ໂອກາດນີ້,  ຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງປະຊາຊົນໃຫ້ມີຄວາມສາມັກຄີຮ່ວມແຮງຮ່ວນໃຈກັນ ຟື້ນຟູໃຫ້ກັບໄປສູ່ປົກກະຕິໂດຍໄວ; ດ້ານການຈັດຕັ້ງພັກ-ລັດ ກໍໄດ້ພະຍາຍາມທຸ້ມເທຊັບສິນທັງໝົດ ເທົ່າທີ່ພວກເຮົາມີ ນັບທັງສ່ວນທີ່ລະດົມນຳສັງຄົມ ພ້ອມກັນປະກອບສ່ວນໃນການຟື້ນຟູບັນຫາຕ່າງໆ ເປັນຕົ້ນແມ່ນ ພື້ນຖານໂຄງລ່າງ ແລະ ສິ່ງສາທາລະນະຂອງແຕ່ລະບ້ານທີ່ເສຍຫາຍຕາມຄວາມສາມາດທີ່ພວກເຮົາມີ, ຮັກສາສຸຂະພາບ ເປັນຕົ້ນແມ່ນ ປ້ອງກັນພະຍາດລະບາດທີ່ມາຕາມນ້ຳ, ບໍ່ຫູເບົາຕໍ່ການສວຍໂອກາດຂອງກຸ່ມຄົນບໍ່ດີ ທີ່ໂຄສະນາຊວນເຊື່ອບິດເບືອນຈາກຄວາມເປັນຈິງ ແລະອື່ນໆ.

ນອກນີ້, ຍັງໄດ້ມອບເງິນສົດໃຫ້ແກ່ປະຊາຊົນ ຜູ້ທີ່ປະສົບໄພພິບັດທາງທຳມະຊາດຂອງ ເມືອງຊະນະສົມບູນ ຈຳນວນ 100.000.000 ກີບ ແລະ ເຄື່ອງອຸປະໂພກ – ບໍລິໂພກ, ເຄື່ອງໃຊ້ຄົວເຮືອນ ມູນຄ່າ 40.000.000 ກີບ.