ຮ່ວມມືພັດທະນາ ລະບົບກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ

0
1837

ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ບໍລິສັດ ໂສມາພາ ອິນຟໍເມຊັນ ເຕັກໂນໂລຊີ ລາວ ຈໍາກັດ ແລະ ບໍລິສັດ ເອັດສບີແລບ 856 ຈໍາກັດຜູ້ດຽວ ໄດ້ລົງນາມເຊັນສັນຍາຮ່ວມມືພັດທະນາ ລະບົບກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ ແລະ ລະບົບບັນທຶກຂໍ້ມູນຜູ້ໂດຍສານ ໃນວັນ ທີ 19 ກັນຍາ 2019 ທີ່ໂຮງແຮມຄຣາວພາຊາ ນະຄອນຫຼວງວຽງຈັນ, ລົງນາມໂດຍ ພົຈວ ບຸນມີ ແສງຄໍາຢອງ ຫົວໜ້າກົມໃຫຍ່ສັນຕິບານ, ທ່ານ ຄວັນຕິພົງ ດວນຫວັນ ຕາງໜ້າບໍລິສັດ ໂສມາພາ ອິນຟໍເມຊັນ ເຕັກໂນໂລຊີ ລາວຈໍາກັດ ແລະ ທ່ານ ນາງ ສົມຈິດ ພົມມະທັນສີ ຕາງຫນ້າຈາກ ບໍລິສັດ ເອັສບີແລບ 856 ຈໍາກັດ; ເຂົ້າຮ່ວມເປັນສັກຂີພະຍານມີ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີ ຮອງລັດຖະມົນຕີ, ຄະນະພັກກົມໃຫຍ່, ຫ້ອງວ່າການ, ຕາງໜ້າພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ສາຍສະໝີງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ – ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ:

ການລົງນາມໃນສັນຍາຄັ້ງນີ້ ເຊິ່ງໄດ້ຮັບອະນຸມັດຈາກລັດຖະບານ ແຫ່ງ ສປປ ລາວ ຕາມແຈ້ງການ ເລກທີ 1563/ຫສນຍ ລົງວັນທີ 10 ກັນຍາ 2019 ໃນການສະໜອງລະບົບໂປຣແກຣມກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ ກ່ອນຂຶ້ນເຮືອບິນ ແລະ ລະບົບບັນທຶກຂໍ້ມູນຂອງຜູ້ໂດຍສານ.

ເຊິ່ງທາງກົມຕໍາຫຼວດກວດຄົນເຂົ້າ – ອອກເມືອງ ກົມໃຫຍ່ສັນຕິບານ ເຫັນໄດ້ເຖິງຄວາມໝາຍ – ຄວາມສໍາຄັນ ແລະ ຈໍາເປັນພາວະວິໄສຂອງ ວຽກງານປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ໂດຍສະເພາະແມ່ນ ວຽກງານກວດຄົນເຂົ້າ – ອອກເມືອງ; ໂຄງການດັ່ງກ່າວນີ້ ແມ່ນໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈກັບ ບໍລິສັດ ໂສມາພາ ອິນຟໍເມຊັນ ເຕັກໂນໂລຊີ ລາວຈໍາກັດ ໃນຄັ້ງວັນທີ 19 ຕຸລາ 2016 ເພື່ອສຶກສາຄົ້ນຄວ້າຄວາມເປັນໄປໄດ້ ໃນການສະໜອງລະບົບດັ່ງກ່າວ, ຂະບວນການ, ຂັ້ນຕອນ, ຂໍ້ກົດໝາຍ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງ ເພື່ອນໍາເອົາ ລະບົບກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ ແລະ ລະບົບບັນທຶກຂໍ້ມູນຜູ້ໂດຍສານ ມານໍາໃຊ້ຢູ່ ສປປ ລາວ ທີ່ເປັນລະບົບມາດຕະຖານສາກົນຂອງ ອົງການການບິນພົນລະເຮືອນສາກົນ ວາງອອກ.

ໂຄງການກວດກາຂໍ້ມູນຜູ້ໂດຍສານລ່ວງໜ້າ ແລະ ລະບົບບັນທຶກຂໍ້ມູນຜູ້ໂດຍສານ ຈະຊ່ວຍໃຫ້ວຽກງານປ້ອງກັນຄວາມສະຫງົບ ໂດຍສະເພາະແມ່ນ ວຽກງານກວດຄົນເຂົ້າ – ອອກເມືອງ ໄດ້ຮັບການພັດທະນາຂຶ້ນ ຢ່າງບໍ່ຢຸດຢັ້ງ, ຮັບປະກັນໄດ້ຄວາມສະດວກ, ຄ່ອງຕົວ, ຮັດກຸມ, ຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງປະເທດ ກໍຄື ສາກົນ ເພາະທຸກປະເທດໃນໂລກໄດ້ຫັນເອົາລະບົບນີ້ ມາໃຊ້ເຂົ້າໃນການກວດກາ ແລະ ມີມາດຕະການສະກັດກັ້ນແຕ່ຕົ້ນທາງ.