ນັບແຕ່ກາງເດືອນສິງຫາ ຕົ້ນເດືອນ ກັນຍາ 2019 ອຸທົກກະໄພ ໄດ້ສ້າງຄວາມເສຍຫາຍຈໍານວນຫຼວງຫຼາຍໃຫ້ແກ່ບັນດາເສັ້ນທາງແຕ່ເຂດພາກກາງ ແລະ ໃຕ້ ໂດຍສະເພາະແມ່ນ: ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈໍາປາສັກ, ເຊກອງ, ແຂວງອັດຕະປື; ເຊິ່ງປັດຈຸບັນ, ບາງແຂວງຍັງລໍຖ້າງົບປະມານຈາກຂັ້ນເທິງ ເພື່ອສະໜອງໃຫ້ສ້ອມແປງເສັ້ນ ທາງທີ່ເປ່ເພຈາກອຸທົກກະໄພໃຫ້ກັບຄືນສະພາບເດີມ ສາມາດໄປ-ມາໄດ້ຢ່າງສະ ດວກສະບາຍ.

ສະພາບເສັ້ນທາງແຕ່ແຂວງພາກກາງ-ໃຕ້ ເສຍຫາຍໜັກຈາກອຸທົກກະໄພ
ສະພາບເສັ້ນທາງແຕ່ແຂວງພາກກາງ-ໃຕ້ ເສຍຫາຍໜັກຈາກອຸທົກກະໄພ

ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກໂຍທາທິການ ແລະ ຂົນ ສົ່ງ (ຍທຂ) ແຂວງຄໍາມ່ວນ ກ່າວໃນ ວັນທີ 18 ກັນຍາຜ່ານມາວ່າ:

ເສັ້ນທາງ ເລກທີ 12 ແລະ ທາງເລກທີ 1F ອອກສູ່ຫວຽດນາມ ກັບມາໃຊ້ໄດ້ເປັນປົກກະຕິແລ້ວ ພາຍຫຼັງທີ່ປະກາດປິດເສັ້ນທາງທັງ 2 ເສັ້ນ ມາແຕ່ວັນທີ 2 ກັນຍາ ຜ່ານມາ ຍ້ອນມີນ້ໍາຖ້ວມຂັງ ແລະ ດິນເຊາະເຈື່ອນເຂດເນີນພູ; ສ່ວນເສັ້ນທາງລະຫວ່າງເມືອງ-ເມືອງ ແລະ ບ້ານ-ບ້ານທີ່ ເປັນທາງດິນແດງ, ທາງເກົ່າແກ່ ແລະ ຂົວໄມ້ຕ່າງໆແມ່ນໄດ້ຮັບຄວາມເສຍຫາຍ ແຕ່ກໍສາມາດແກ້ໄຂພໍໄປ-ມາໄດ້ເປັນບາງຕອນ ແຕ່ຕ້ອງໄດ້ລໍຖ້າງົບປະມານ ແກ້ໄຂສຸກເສີນຈາກກະຊວງທີ່ຈະແກ້ ໄຂໃນໄວໆນີ້ຕາມຕົວເລກເກັບກໍາເບື້ອງຕົ້ນຄວາມເສຍຫາຍຂະແໜງ ຍທຂ.

ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກ ຍທຂ ແຂວງສະຫວັນນະເຂດ ລາຍງານວ່າ: ສະເພາະເສັ້ນທາງຍຸດທະສາດທີ່ເປັນສາຍຫຼັກອອກສູ່ຫວຽດນາມ ແລະ ເສັ້ນທາງເລກທີ 13 ຂຶ້ນເໜືອລົງຫາໃຕ້ ຜ່ານແຂວງສະຫວັນນະເຂດ ສາມາດໃຊ້ປົກກະຕິແຕ່ກໍຍັງບໍ່ທັນສົມບູນ ສະເພາະຄວາມເສຍຫາຍທັງໝົດຂະແໜງ ຍທຂ ຈະຕົກຢູ່ປະມານ 68 ຕື້ກີບ; ສ່ວນງົບປະມານທີ່ຕ້ອງການໄຂດ່ວນ ເພື່ອມາປົວແປງແກ້ໄຂເສັ້ນທາງໃນເທດສະບານແຂວງ, ເມືອງຕ່າງໆທີ່ ຈໍາເປັນ ລວມປະມານ 35 ຕື້ກວ່າກີບ.

ສະພາບເສັ້ນທາງແຕ່ແຂວງພາກກາງ-ໃຕ້ ເສຍຫາຍໜັກຈາກອຸທົກກະໄພ
ສະພາບເສັ້ນທາງແຕ່ແຂວງພາກກາງ-ໃຕ້ ເສຍຫາຍໜັກຈາກອຸທົກກະໄພ

ທ່ານ ສຸດສະນະ ສີຫາວົງ ຫົວໜ້າພະແນກ ຍທຂ ແຂວງເຊກອງ ລາຍງານ ວ່າ: ແຂວງເຊກອງກໍາລັງເລັ່ງສ້ອມແປງພື້ນຖານໂຄງລ່າງເສັ້ນທາງ, ໄຟຟ້າ ແລະ ນ້ໍາປະປາ ໃນ 4 ຕົວເມືອງທີ່ກະທົບ ໜັກ ເຊິ່ງເສັ້ນທາງ 16B ເທດສະບານແຂວງ ອອກສູ່ຊາຍແດນຫວຽດນາມ ແມ່ນກັບມາໃຊ້ໄດ້ປົກກະຕິ, ຍັງພຽງແຕ່ເມືອງດາກຈຶງ-ກຸ່ມບ້ານເຂດຈຸດສຸມ ແລະ ເສັ້ນທາງຈາກເມືອງດາກ ຈຶງເກົ່າ-ດາກຈຶງໃໝ່ທີ່ຍັງມີຂົວເປ່ເພ ແລະ ທາງຂາດ; ປັດຈຸບັນ ກໍາລັງຮ່ວມມືກັບອໍານາດການປົກຄອງເມືອງ ແລະ ບ້ານສ້າງຂົວໄມ້ພໍໄດ້ທຽວຊົ່ວຄາວ ຄາດວ່າ 2-3 ວັນ ຈະສາມາດທຽວໄດ້.

ທ່ານ ບົວແພງເພັດ ໂພໄຊ ຫົວໜ້າພະແນກ ຍທຂ ແຂວງສາລະວັນ ກ່າວວ່າ: ໄພນໍ້າຖ້ວມຄັ້ງນີ້ ເຮັດໃຫ້ເສັ້ນທາງຄົມມະນາຄົມຢູ່ແຂວງສາລະວັນ ໄດ້ຮັບຄວາມເສຍຫາຍໜັກໜ່ວງ ຈໍານວນ 135 ເສັ້ນ ຍາວເກືອບ 1.500 ກິໂລແມັດ, ຂົວຫັກ ແລະ ເປ່ເພ 60 ແຫ່ງ ຍາວ 1.713 ກິໂລແມັດ ລວມຄວາມເສຍຫາຍ 500 ກວ່າຕື້ກີບ; ສະເພາະງົບປະມານທີ່ຕ້ອງການໃຊ້ເຂົ້າໃນການແກ້ໄຂສຸກເສີນ ປະມານ 166 ກວ່າຕື້ກີບ ປັດຈຸບັນ ໄດ້ຮ່ວມກັບອໍານາດການປົກຄອງທຸກຂະແໜງການ ສາມາດແກ້ໄຂ ໃຫ້ພໍ່ໄປ-ມາໄດ້ເທົ່ານັ້ນ ຈົນກວ່າລະດູ ຝົນຈະໝົດຈຶ່ງຈະໄດ້ລົງມືສ້ອມແປງໃຫ້ ໃຊ້ໄດ້ ປົກກະຕິ.

ສະພາບເສັ້ນທາງແຕ່ແຂວງພາກກາງ-ໃຕ້ ເສຍຫາຍໜັກຈາກອຸທົກກະໄພ
ສະພາບເສັ້ນທາງແຕ່ແຂວງພາກກາງ-ໃຕ້ ເສຍຫາຍໜັກຈາກອຸທົກກະໄພ

ສ່ວນແຂວງຈໍາປາສັກ ຕາມການລາຍງານເບື້ອງຕົ້ນ ມີເສັ້ນທາງຫຼວງ ທີ່ໄດ້ຮັບຜົນກະທົບປະມານ 100 ກວ່າ ເສັ້ນ. ນອກຈາກນີ້, ຍັງມີຂົວເປ່ເພອີກຫຼາຍແຫ່ງ ປັດຈຸບັນຢູ່ໃນໄລຍະການເກັບກໍາຂໍ້ມູນພາກສະໜາມ ເພື່ອລາຍງານ ໃຫ້ກະຊວງ ຍທຂ.

ອີງຕາມຕົວເລກຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໃຫ້ຮູ້ວ່າ: ຄວາມເສຍຫາຍຈາກຝົນຕົກລິນ, ພາຍຸຕ່າງໆ ທີ່ພັດເຂົ້າມາຕົ້ນເດືອນກັນຍານີ້ ສົ່ງຜົນໃຫ້ທາງຫຼວງໄດ້ຮັບຄວາມເສຍຫາຍ ເກືອບ 300 ກິໂລແມັດ ສ່ວນຄວາມເສຍຫາຍຕ້ອງລໍຖ້າແຕ່ລະແຂວງແຈ້ງມາອີກຄັ້ງ ຄາດວ່າຈະມີການສັງລວມໃນໄວໆນີ້ ກ່ອນຈະມີການພິຈາລະນາອະນຸມັດງົບປະມານແກ້ໄຂສຸກເສີນ ເພື່ອສ້ອມແປງເສັ້ນທາງໃຫ້ສາມາດທຽວໄປ-ມາໄດ້ປົກກະຕິ.