ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີປະກາດໂຍກຍ້າຍ – ແຕ່ງຕັ້ງນາຍຕໍາຫຼວດຂັ້ນຫ້ອງ, ກອງບັນຊາການ ປກສ ເມືອງ ທີ່ຂຶ້ນກັບ ໃນວັນທີ 20 ກັນຍາ 2019 ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ, ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ – ຄະນະກອງບັນຊາການ, ຄະນະຫ້ອງ, ຂັ້ນພະແນກ, ຄະນະກອງບັນຊາການ 4 ຕົວເມືອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ທ່ານ ຄໍາເຜີຍ ບຸດດາວຽງ ເຈົ້າແຂວງໆເຊກອງ

ພັທ ສົມສັກ ຂັດຕິຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 1884/ປກສ ລົງວັນທີ 12 ກັນຍາ 2019 ວ່າດ້ວຍ ການໂຍກຍ້າຍນາຍຕໍາຫຼວດ ແລະ ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 1885/ປກສ 12 ກັນຍາ 2019 ວ່າດ້ວຍ ການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງເຊກອງ.

ໃນນີ້, ໄດ້ປະກາດໂຍກຍ້າຍ ແລະ ແຕ່ງຕັ້ງ ມີທັງໝົດ 20 ສະຫາຍ ດັ່ງນີ້:

ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງ
  • ພັທ ທອງສາ ສິນລາວົງ ຈາກ ຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນ ຮອງຫ້ອງການປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ
  • ໂຍກຍ້າຍ ພັທ ແສງເດືອນ ແກ້ວເມກ ຈາກ ຫ້ອງການກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າຄ້າຍຄຸມຂັງ – ດັດສ້າງ
  • ໂຍກຍ້າຍ ພັທ ທອງຂຽວ ອໍລະສິງ ຈາກ ຄ້າຍຄຸມຂັງ – ດັດສ້າງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງລະມາມ
  • ໂຍກຍ້າຍ ພັທ ແສງວົງຈອນ ດາວລາສິງ ຈາກ ຫ້ອງການປ້ອງກັນຊາດ – ປ້ອງກັນຄວາມສະຫງົບແຂວງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າຫ້ອງການເມືອງ
  • ໂຍກຍ້າຍ ພັທ ພອນວິຈິດ ກີບເກສອນ ຈາກ ຫ້ອງການກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫ້ອງການເມືອງ
  • ໂຍກຍ້າຍ ພັທ ມູນສະຫວັດ ສີລິວັດ ຈາກ ຫ້ອງການກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫ້ອງພະລາທິການ
  • ໂຍກຍ້າຍ ພັຕ ສີພັນ ພີມມະເສນ ຈາກ ຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫ້ອງການກອງບັນຊາການ ປກສ ແຂວງ
  • ໂຍກຍ້າຍ ພັທ ວິໄລສຸກ ຈະເລີນໄຊ ຈາກ ຫ້ອງພະລາທິການ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າຮາກຖານ
  • ໂຍກຍ້າຍ ພັທ ໄພວັນ ເນີດສະຫວາດ ຈາກ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ຢູ່ ຫ້ອງ 504
  • ໂຍກຍ້າຍ ພັທ ພອນປະເສີດ ໝື່ນວິເສດ ຈາກ ຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງທ່າແຕງ
  • ໂຍກຍ້າຍ ພັທ ນາງ ວັນດີ ຈະເລີນສຸກ ຈາກ ຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ເປັນ ຮອງກອງບັນຊາການ ປກສ ເມືອງລະມາມ
  • ໂຍກຍ້າຍ ພັທ ເພັດສະໝອນ ສຸວັນໄຊ ຈາກ ຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ເປັນ ຮອງກອງບັນຊາການ ປກສ ເມືອງດາກຈຶງ
  • ໂຍກຍ້າຍ ພັທ ສັນມະລາ ຂຸນພິຊິດ ຈາກ ກອງບັນຊາການ ປກສ ເມືອງລະມາມ ໄປຮັບໜ້າທີ່ໃໝ່ເປັນ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ
  • ໂຍກຍ້າຍ ພັທ ກິສີນວນ ແສນແກຍະວົງ ຈາກ ກອງບັນຊາການ ປກສ ເມືອງລະມາມ ໄປຮັບໜ້າທີ່ໃໝ່ເປັນ ຮອງຫ້ອງການເມືອງ
  • ໂຍກຍ້າຍ ພັຕ ສິນໃຈ ດວງມະນີວົງ ຈາກ ຫ້ອງການກອງບັນຊາການ ປກສ ແຂວງ ໄປຮັບໜ້າທີ່ໃໝ່ເປັນ ຮອງກອງບັນຊາການ ປກສ ເມືອງທ່າແຕງ
  • ໂຍກຍ້າຍ ພັທ ສຸພັນ ຈັນທະລັງສີ ຈາກ ກອງບັນຊາການ ປກສ ເມືອງທ່າແຕງ ໄປຮັບໜ້າທີ່ໃໝ່ເປັນ ຮອງຄ້າຍຄຸມຂັງ – ດັດສ້າງ
  • ໂຍກຍ້າຍ ພັຕ ສັກປະເສີດ ວັນມິ່ງ ຈາກ ຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນ ຮອງຫ້ອງການກອງບັນຊາການ ປກສ ແຂວງ
  • ໂຍກຍ້າຍ ພັທ ສົມພອນ ແກ້ວປະເສີດ ຈາກ ຄ້າຍຄຸມຂັງ – ດັດສ້າງ ໄປຮັບໜ້າທີ່ໃໝ່ເປັນ ຮອງກອງພັນປ້ອງກັນເຄື່ອນທີ່
  • ໂຍກຍ້າຍ ພັທ ນາງ ຕິມມະໄລ ສະຫວັດດີໄຊ ຈາກ ຫ້ອງສັນຕິບານ ໄປຮັບໜ້າທີ່ໃໝ່ເປັນ ຮອງຫ້ອງການເມືອງ
  • ໂຍກຍ້າຍ ພັທ ເພັດສະຫວັນ ສຸນີສອນ ຈາກ ຫ້ອງການເມືອງ ໄປຮັບໜ້າທີ່ໃໝ່ເປັນ ຮອງກອງບັນຊາການ ປກສ ເມືອງດາກຈຶງ

ທັງນີ້, ກໍເພື່ອເປັນການປັບປຸງກົງຈັກການຈັດຕັ້ງ ແລະ ການຊີ້ນໍາ – ນໍາພາ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ – ແນວຄິດ ເພື່ອຕອບສະໜອງກັບໜ້າທີ່ການເມືອງ ໃນໄລຍະໃໝ່.

ໃນຕອນທ້າຍ, ທ່ານ ຄໍາເຜີຍ ບຸດດາວຽງ ຍັງໄດ້ເນັ້ນໃຫ້ ຄະນະພັກ – ຄະນະບັນຊາ ທີ່ໄດ້ຮັບຕຳແໜ່ງໃໝ່ ຈົ່ງເພີ່ມທະວີຄວາມເປັນແບບຢ່າງ ນຳໜ້າໃນການປະຕິບັດໜ້າທີ່ວິຊາສະເພາະ, ເຂັ້ມງວດໃນການປະຕິບັດລະບຽບວິໄນທີ່ວາງອອກ ແນໃສ່ໃຫ້ບັນດາພະນັກງານ – ນັກຮົບ ຮຽນຮູ້ເອົາເປັນແບບຢ່າງ ເພື່ອສູ້ຊົນສ້າງຕົນເອງໃຫ້ກ້າວຂຶ້ນສູ່ ພະນັກງານຂັ້ນນຳພາ – ບັນຊາ ທີ່ມີຄວາມຮູ້ – ຄວາມສາມາດ ໃນຕໍ່ໜ້າ; ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍ ມີຄວາມຈົງຮັກພັກດີຕໍ່ພັກ – ລັດ, ເປັນເອກະພາບກັບແນວທາງ, ທັດສະນະຂອງພັກ, ຕັ້ງໜ້າປະຕິບັດທັດສະນະຂອງພັກ ກ່ຽວກັບ ການປັບປຸງກໍ່ສ້າງ ກຳລັງ ປກສ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.