ພິທີຮັບຮອງເອົາບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນບ້ານສາມັກຄີປອງດອງ ເປັນລຳດັບ ທີ 10 ຂອງເມືອງ ແລະ ເປັນລຳດັບ ທີ 155 ຂອງນະຄອນຫຼວງວຽງ; ໃນວັນທີ 19 ກັນຍາ 2019, ເຂົ້າຮ່ວມໂດຍທ່ານ ນາງ ບົວລອນ ວົງດາລາແສນ ເຈົ້າເມືອງໆຈັນທະບູລີ, ມີບັນດາພະແນກການອ້ອມຂ້າງເມືອງ, ເລຂາພັກບ້ານ ແລະ ພໍ່-ແມ່ ປະຊາຊົນພາຍໃນບ້ານເຂົ້າຮ່ວມ.

ທ່ານ ວິໄລ ວົງໄຊ
ທ່ານ ວິໄລ ວົງໄຊ

ທ່ານ ວິໄລ ວົງໄຊ ນາຍບ້ານໆຮ່ອງໄກ່ແກ້ວ ໄດ້ຂຶ້ນລາຍງານວ່າ:

ຜົນໄດ້ຮັບຕົວຈິງໃນແຕ່ລະມາດຖານ ຂອງບ້ານສາມັກຄີປອງດອງ ຄືປະຊາຊົນພາຍໃນບ້ານມີສາມັກຄີປອງດອງ, ເຄົາລົບນັບຖືໃຫ້ກຽດເຊິ່ງກັນແລະກັນ, ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ, ມີນໍ້າໃຈເອື້ອຍເຟື້ອເພື່ອແຜ່ ຊ່ວຍເຫຼືອເຊິ່ງກັນແລະກັນ, ພ້ອມທັງເປັນບ້ານທີ່ມີຄວາມສາມັກຄີ ແລະ ຖືກຕ້ອງປອງດອງກັນກັບບ້ານໃກ້ຄຽງ ໂດຍບໍ່ໄດ້ມີການຈຳແນກເຜົ່າ ແລະ ສາສະໜາ. ນອກນັ້ນ, ລະບົບການເມືອງ-ການປົກຄອງມີຄວາມໜັກແໜ້ນ, ອົງການແນວລາວສ້າງຊາດບ້ານ ມີຄວາມເຂັ້ມແຂງ; ເປັນໃຈກາງສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປອງດອງບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດໄວ, ໄກ່ເກ່ຍ, ແກ້ໄຂຂໍ້ຂັດແຍ່ງ, ປະກົດການຫຍໍ້ທໍ້ຕ່າງໆພາຍໃນບ້ານ ເຮັດໃຫ້ບ້ານ ມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເປັນພື້ນຖານການເມືອງໜຶ່ງຂອງລະບອບປະຊາທິປະໄຕ ປະຊາຊົນ ຢູ່ພາຍໃນບ້ານ. ຜ່ານການກວດກາ-ປະເມີນຜົນຮອບທີ III ບ້ານຮ່ອງ ໄກ່ແກ້ວ ມີທັງໝົດ 241 ຄອບຄົວ, ໄດ້ເປັນຄອບຄົວສາມັກຄີ 223 ຄອບຄົວ ເທົ່າກັບ 95,7% ຂອງຈຳນວນຄອບ ຄົວທັງໝົດ.

ພິທີຮັບຮອງເອົາບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນບ້ານສາມັກຄີປອງດອງ
ພິທີຮັບຮອງເອົາບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນບ້ານສາມັກຄີປອງດອງ

ທ່ານ ນາງ ສຸກສະຫວັນ ວັນໂນລາດ ຮອງປະທານແນວລາວສ້າງຊາດເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 0625/ ຈນວ ລົງວັນທີ 13 ສິງຫາ 2019 ວ່າດ້ວຍການຮັບຮອງເອົາບ້ານສາມັກຄີ, ໃນນີ້, ຮັບຮອງບ້ານຮ່ອງໄກ່ແກ້ວ ເປັນ ບ້ານສາມັກຄີປອງດອງ ເປັນລຳດັບທີ 10 ຂອງເມືອງ ແລະ ເປັນລໍາດັບທີ 155 ຂອງນະ ຄອນຫຼວງວຽງຈັນ.

ມອບໃບຍ້ອງຍໍຂັ້ນເມືອງ ໃຫ້ 8 ທ່ານ ຍິງ 1 ທ່ານ
ມອບໃບຍ້ອງຍໍຂັ້ນ ເມືອງ ໃຫ້ 8 ທ່ານ ຍິງ 1 ທ່ານ

ໃນພິທີຍັງໄດ້ມອບໃບຍ້ອງຍໍຂັ້ນເມືອງ ໃຫ້ 8 ທ່ານ ຍິງ 1 ທ່ານ ປະກອບສ່ວນດີເດັ່ນໃນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.