ລະເບີດ ບໍ່ທັນແຕກເປັນສິ່ງທ້າທາຍໃນການແກ້ໄຂ ແລະ ສົ່ງຜົນກະທົບຕໍ່ການທຳມາຫາກິນຂອງພໍ່-ແມ່ປະຊາ ຊົນຢູ່ເຂດຊົນນະບົດ ໂດຍສະເພາະແມ່ນມີຄວາມສ່ຽງໃນເວລາທຳການຜະລິດກະສິກຳຕ່າງໆ; ເຊິ່ງໄລຍະຜ່ານມາ, ມີປະຊາຊົນຈໍານວນບໍ່ໜ້ອຍ ໄດ້ຮັບຜົນກະທົບຈາກລະເບີດທີ່ຍັງບໍ່ທັນແຕກ ບາງຄົນຕາບອດ, ແຂນກຸດ, ຂາຂາດ ແລະ ເສຍຊີວິດຫຼາຍຄົນ.

ລະເບີດ ບໍ່ທັນແຕກເປັນສິ່ງທ້າທາຍໃນການແກ້ໄຂ ແລະ ສົ່ງຜົນກະທົບຕໍ່ການທຳມາຫາກິນຂອງພໍ່-ແມ່ປະຊາ ຊົນ
ລະເບີດ ບໍ່ທັນແຕກເປັນສິ່ງທ້າທາຍໃນການແກ້ໄຂ ແລະ ສົ່ງຜົນກະທົບຕໍ່ການທຳມາຫາກິນຂອງພໍ່-ແມ່ປະຊາ ຊົນ

ຫຼ້າສຸດ, ໃນວັນທີ 21 ກັນຍາ 2019 ມີປະຊາຊົນຢູ່ບ້ານທ່າລີເໜືອ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ຂຸດໜໍ່ກ້ວຍ ຢູ່ຂ້າງເຮືອນຂອງຜູ້ກ່ຽວ ໃນຂະນະທີ່ກໍາລັງຂຸດນັ້ນສຽມໄດ້ຖືກລະເບີດບໍ່ທັນແຕກຢູ່ດິນກ້ອງຕົ້ນກ້ວຍ ເຮັດໃຫ້ລະເບີດແຕກໃສ່ເສຍຊີວິດຄາທີ່.

ລະເບີດ ບໍ່ທັນແຕກເປັນສິ່ງທ້າທາຍໃນການແກ້ໄຂ ແລະ ສົ່ງຜົນກະທົບຕໍ່ການທຳມາຫາກິນຂອງພໍ່-ແມ່ປະຊາ ຊົນ
ລະເບີດ ບໍ່ທັນແຕກເປັນສິ່ງທ້າທາຍໃນການແກ້ໄຂ ແລະ ສົ່ງຜົນກະທົບຕໍ່ການທຳມາຫາກິນຂອງພໍ່-ແມ່ປະຊາ ຊົນ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງນໍ້າບາກ ໃຫ້ຮູ້ວ່າ: ໃນວັນທີ 21 ກັນຍາ 2019, ມີ ທ້າວ ແກ້ວໜູນ (ຜູ້ເສຍຊີວິດ) ອາຍຸ 36 ປີ ປະຊາຊົນຢູ່ບ້ານທ່າລີເໜືອ ເມືອງນໍ້າບາກ ແຂວງຫຼວງພະບາງ ໄດ້ໄປຂຸດໜໍ່ກ້ວຍຢູ່ຂ້າງ ເຮືອນຂອງຜູ້ກ່ຽວ ເພື່ອຈະເອົາໄປປູກຢູ່ບ່ອນອື່ນ, ໃນລະຫວ່າງທີ່ຜູ້ກ່ຽວກໍາລັງຂຸດໜໍ່ກ້ວຍຢູ່ນັ້ນສຽມໄດ້ໄປຖືກລະເບີດທີ່ບໍ່ທັນແຕກຢູ່ດິນກ້ອງຕົ້ນກ້ວຍ ເຮັດໃຫ້ລະເບີດແຕກໃສ່ ທ້າວ ແກ້ວໜູນ ເສຍຊີວິດຄາທີ່. ສ່ວນຜູ້ເສຍຊີວິດນັ້ນ ຍາດພີ່ນ້ອງ ແລະ ອໍານາດການປົກຄອງບ້ານ ໄດ້ທໍາພິທີທາງສາດສະໜາແລ້ວ.

ລະເບີດ ບໍ່ທັນແຕກເປັນສິ່ງທ້າທາຍໃນການແກ້ໄຂ ແລະ ສົ່ງຜົນກະທົບຕໍ່ການທຳມາຫາກິນຂອງພໍ່-ແມ່ປະຊາ ຊົນ
ລະເບີດ ບໍ່ທັນແຕກເປັນສິ່ງທ້າທາຍໃນການແກ້ໄຂ ແລະ ສົ່ງຜົນກະທົບຕໍ່ການທຳມາຫາກິນຂອງພໍ່-ແມ່ປະຊາ ຊົນ

ໃນໂອກາດດຽວກັນນີ້, ທາງເຈົ້າໜ້າທີ່ໄດ້ຮຽກຮ້ອງໃຫ້ພໍ່-ແມ່ປະຊາຊົນ ຜູ້ທີ່ມີອາຊີບທຳການຜະລິດກະສິກຳ ໃຫ້ລະມັດລະວັງໃນເວລາຂຸດດິນບ່ອນທີ່ມີຄວາມສ່ຽງ ໂດຍສະເພາະບ່ອນທີ່ຍັງບໍ່ທັນໄດ້ມີການເກັບກູ້. ກໍລະນີ ພົບເຫັນວັດຖຸລະເບີດທີ່ຍັງບໍ່ທັນແຕກໃຫ້ຮີບແຈ້ງອຳນາດການປົກຄອງບ້ານ ຫຼື ເຈົ້າໜ້າຢ່າງຮີບດ່ວນ ເພື່ອເກັບກູ້ ແລະ ບໍ່ໃຫ້ເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງພໍ່-ແມ່ປະຊາຊົນ.