ວັນທີ 24 ກັນຍາ 2019, ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຊີ ເວດສະເຕີ ບູດ ( Szil veszter Bus ) ເອກອັກຄະລັດຖະທູດ ແຫ່ງ ຮົງກາລີ ປະຈໍາ ສປປ ລາວ ໃນໂອກາດທີ່ທ່ານໄດ້ຮັບໜ້າທີ່ເປັນ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຄົນໃໝ່ ເຊິ່ງທັງສອງຝ່າຍເຫັນດີ ຈະສືບຕໍ່ຮ່ວມມືກັນສຸມໃສ່ເກັບກໍາສະຖິຕິປະຊາກອນ ກໍຄື ການຄຸ້ມຄອງພົນລະເມືອງ ໃຫ້ເຂົ້າສູ່ລະບຽບຫຼັກການ ຢ່າງເຂັ້ມງວດ.

ໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ການເຂົ້າຢ້ຽມໃນຄັ້ງນີ້ ພ້ອມທັງຕີລາຄາຕໍ່ການປຶກສາຫາລືກັນໃນດ້ານຕ່າງໆ ໂດຍສະເພາະແມ່ນ ການພົວພັນຮ່ວມມືກັນລະຫ່ວາງສອງປະເທດ ໃນການຈັດຕັ້ງປະຕິບັດ ໂຄງການຄຸ້ມຄອງພົນລະເມືອງລາວ ກໍຄື ການອອກບັດປະຈຳຕົວທັນສະໄໝ ເຊິ່ງເປັນໂຄງການເຊື່ອມຕໍ່ມາແຕ່ປີ 2017 ທີ່ເຫັນວ່າ: ມາຮອດປັດຈຸບັນ ໂຄງການດັ່ງກ່າວຍັງບໍ່ມີຄວາມຄືບໜ້າ. ດັ່ງນັ້ນ, ທາງຄະນະນໍາ ກະຊວງ ປກສ ກໍຄື ພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງໄດ້ປຶກສາຫາລືກັນ ເພື່ອສືບຕໍ່ປະຕິບັດໂຄງການດັ່ງກ່າວ ໃຫ້ປະກົດຜົນເປັນຈິງ.

ການຢ້ຽມຂ່ຳນັບຄັ້ງນີ້, ທ່ານເອກອັກຄະລັດຖະທູດ ແຫ່ງ ຮົງກາລີ ປະຈຳ ສປປ ລາວ ໄດ້ມີການຫາລືວ່າ ຈະສືບຕໍ່ປະຕິບັດໂຄງການດັ່ງກ່າວ ໂດຍແມ່ນ ຮົງກາລີ ຈະເປັນຜູ້ຊ່ວຍເຫຼືອທາງດ້ານທຶນຮອນ ກໍຄື ໃຫ້ເງິນກູ້ຢືມໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ເຊິ່ງເງິນຊ່ວຍເຫຼືອ ແມ່ນຈະໄດ້ເລັ່ງໃສ່ການຊື້ວັດຖຸອຸປະກອນປ່ຽນຖ່າຍເຄື່ອງຈັກທີ່ເກົ່າແກ່ ໃນການພິມບັດໃຫ້ທັນສະໄໝ, ມີການຈັດວາງແຜນງານການເຮັດວຽກຮ່ວມກັນກັບ ພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງຈັດຝຶກອົບຮົມບໍາລຸງ ບຸກຄະລາກອນ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໃຫ້ເກີດດອກອອກຜົນ ເພື່ອແກ້ໄຂບັນຫາປະກົດການຫຍໍ້ທໍ້ ທີ່ຈະເກີດຂຶ້ນໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ.