ສະພາບລັກຊັບພົນລະເມືອງ ໃນນະຄອນຫຼວງວຽງຈັນ ເຫັນວ່າ ເກີດຂຶ້ນບໍ່ເວັ້ນແຕ່ລະວັນ ໂດຍສະເພາະແມ່ນລັກລົດຈັກ ສະແດງອອກໃນໄລຍະ 7 ວັນ ມີປະກົດການຫຍໍ້ທໍ້ເກີດຂຶ້ນທັງໝົດ 39 ເລື່ອງ. ໃນນີ້; ຄະດີ ລັກຊັບ ພົນລະເມືອງ ເກີດຂຶ້ນ 20 ເລື່ອງ ມີລົດຈັກເສຍ 11 ຄັນ.

7 ວັນ ນະຄອນຫຼວງວຽງຈັນ ມີຄະດີ ລັກຊັບ ເກີດຂຶ້ນ 39 ເລື່ອງ ລົດຈັກເສຍ 11 ຄັນ
7 ວັນ ນະຄອນຫຼວງວຽງຈັນ ມີຄະດີ ລັກຊັບ ເກີດຂຶ້ນ 39 ເລື່ອງ ລົດຈັກເສຍ 11 ຄັນ

ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ນັບແຕ່ 10-16 ມີສະພາບປະກົດກາຍຫຍໍ້ທໍ້ເກີດຂຶ້ນທັງໝົດ 39 ເລື່ອງ ທຽບໃສ່ອາທິດຜ່ານມາ ເຫັນວ່າ ຫຼຸດລົງ 26 ເລື່ອງ ໄດ້ສ້າງຄວາມເສຍຫາຍເປັນເງິນຈຳນວນ 99.912.500 ກີບ, 40 ໂດລາສະຫະລັດ, ຄໍາຮູບປະພັນ 59 ບາດ, ໂທລະສັບ 4 ໜ່ວຍ ແລະອື່ນໆ; ເຊິ່ງຄະຄະດີລັກຊັບທີ່ເກີດນັ້ນ ຄື: ໃນວັນທີ 6 ກັນຍາ, ມີຄົນຮ້າຍບໍ່ຊາບຈໍານວນ ເຂົ້າໄປງັດແງະລັກຊັບສະຖາບັນທະນາຄານແຫ່ງໜຶ່ງຕັ້ງຢູ່ບ້ານຄໍາຮຸ່ງ ເມືອງໄຊທານີ, ເຊິ່ງຜົນເສຍຫາຍມີ ຕູ້ເຊັບ 1 ໜ່ວຍ, ເງິນ 63.417.500 ກີບ, ປະຕູ 2 ບານ; ໃນເວລາ 16:20 ໂມງຂອງວັນທີ 9 ກັນຍາ, ໄດ້ມີຄົນຮ້າຍເຂົ້າໄປງັດເຮືອນ ຂອງ ນາງ ສຸດາວັນ ອາຍຸ 37 ປີ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ເຄື່ອງເສຍຫາຍມີ ຄໍາແທ່ງຮູບປະພັນ 58 ບາດ, ແຫວນຄໍາ 1 ວົງ, ບັດເຕີມເງິນມູນຄ່າ 20.000.000 ກີບ, ເງິນ 6.000.000 ກີບ ແລະ ເຄື່ອງອີກຈໍານວນໜຶ່ງ. ໃນວັນດຽວກັນນັ້ນ, ມີຄົນຮ້າຍບໍ່ຮູ້ຈໍານວນເຂົ້າມາລັກລົດຈັກຮອນດາເວບ 100 ປ້າຍທະບຽນ ດລ 4937 ກໍາແພງນະຄອນ ຂອງ ທ້າວ ໂອເລ້ ອາຍຸ 32 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ທີ່ຈອດໄວ້ຮ້ານຂາຍເຄື່ອງເຟີນີເຈີໜອງໜ້ຽວ.

7 ວັນ ນະຄອນຫຼວງວຽງຈັນ ມີຄະດີ ລັກຊັບ ເກີດຂຶ້ນ 39 ເລື່ອງ ລົດຈັກເສຍ 11 ຄັນ
7 ວັນ ນະຄອນຫຼວງວຽງຈັນ ມີຄະດີ ລັກຊັບ ເກີດຂຶ້ນ 39 ເລື່ອງ ລົດຈັກເສຍ 11 ຄັນ

ຕໍ່ມາວັນທີ 10 ກັນຍາ, ມີຄົນຮ້າຍໄດ້ລັກລົດຈັກຍີ່ຫໍ້ ຮອນດາເວັບ 100 ໝາຍເລກທະບຽນ ດລ 4937 ຂອງທ້າວ ເມົາ ອາຍຸ 25 ປີ ຢູ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ. ວັນທີ 11 ກັນຍາ, ມີຄົນຮ້າຍ 3 ຄົນ ງັດປະຕູຫ້ອງການຢູ່ຄະນະນິຕິສາດ ແລະ ລັດຖະສາດ ຢູ່ບ້ານດອນນົກຂຸ້ມ ເມືອງສີສັດຕະນາກ ລວມຜົນເສຍຫາຍ ເປັນເງິນຈໍານວນ 15.000.000 ກີບ, ຕູ້ເຊັບເປ່ເພ 2 ໜ່ວຍ; ວັນທີ 12 ກັນຍາ, ມີ ຄົນຮ້າຍ ເຂົ້າໄປລັກເອົາລົດຈັກຂອງທ້າວ ພູທອນ ອາຍຸ 65 ປີ ທີ່ຈອດໄວ້ຢູ່ເຮືອນເຂດບ້ານດົງໝ້ຽງ ເມືອງຈັນ ທະບູລີ ແລະ ວັນດຽວກັນ, ຄົນຮ້າຍໄດ້ລັກເອົາລົດຈັກຊູໂມເອັກ ສີດໍາແດງ ປ້າຍທະບຽນ ດຮ 2784 ຂອງທ້າວ ສີທົນ ອາຍຸ 26 ປີ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ. ໃນວັນທີ 15 ກັນຍາ, ເຈົ້າໜ້າທີ່ພະແນກຕໍາຫຼວດ ສອບສວນ-ສອບສວນໄດ້ລົງຊັນນະສູດຄົນຮ້າຍງັດແງະລັກຊັບຢູ່ທີ່ໂຮງຮຽນປັນຍາທິບບ້ານໂນນສະຫວັນ ເມືອງໄຊເຊດຖາ ຜົນເສຍຫາຍ ມີ: ກ້ອງບັນທຶກວົງຈອນປິດ 1 ໜ່ວຍ, ເງິນກີບ 995.000 ກີບ ແລະ ປຶ້ມບັນ ຊີເງິນຝາກ 1 ຫົວ.

7 ວັນ ນະຄອນຫຼວງວຽງຈັນ ມີຄະດີ ລັກຊັບ ເກີດຂຶ້ນ 39 ເລື່ອງ ລົດຈັກເສຍ 11 ຄັນ
7 ວັນ ນະຄອນຫຼວງວຽງຈັນ ມີຄະດີ ລັກຊັບ ເກີດຂຶ້ນ 39 ເລື່ອງ ລົດຈັກເສຍ 11 ຄັນ

ຕໍ່ກັບສະພາບການດັ່ງກ່າວ, ທາງເຈົ້າໜ້າທີ່ຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ແມ່ນຈະໄດ້ປະສານສົມທົບກັບ ປກສ ເມືອງ ເອົາໃສ່ໃຈໃສ່ເກບກໍາຂໍ້ມູນຫຼັກຖານ ເພື່ອຕິດຕາມຈັບຕົວຜູ້ກໍ່ເຫດ ແລະ ເກັບກູ້ເຄື່ອງທີ່ມີຄ່າທີ່ຄົນຮ້າຍລັກໄປມາມອບໃຫ້ເຈົ້າຂອງເດີມ. ສະນັ້ນ, ຮຽກຮ້ອງໃຫ້ປະຊາຊົນ ຈົ່ງມີສະຕິຮັກສາຊັບສິນຂອງຕົນເອງໃຫ້ສູງກວ່າເກົ່າ ເພື່ອບໍ່ໃຫ້ເປັນຊ່ອງວ່າງຂອງພວກຄົນບໍ່ດີສວຍໂອກາດລັກໄປໄດ້.