ວັນທີ 20 ກັນຍາ ທີ່ຜ່ານມາ, ກອງບັນຊາການທະຫານ ແຂວງວຽງຈັນ ໄດ້ຈັດພິທີປະກາດແຕ່ງຕັ້ງ ປະທານ, ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ( ປກຊ – ປກສ ) ແຂວງວຽງຈັນ ເພື່ອເຮັດໃຫ້ການຈັດຕັ້ງຂັ້ນແຂວງ ມີຄວາມໜັກແໜ້ນທາງດ້ານການເມືອງ – ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງຕາມ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຢ່າງມີປະສິດທິພາບ, ເຊິ່ງເຂົ້າຮ່ວມໂດຍ ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ພ້ອມທັງມີບັນດາການນໍາຂັ້ນແຂວງ, ຂັ້ນເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກ ພະແນກການ ແລະ ກົມກອງອ້ອມຂ້າງ ເຂົ້າຮ່ວມ.

ພົທ ວິໄລ ຫຼ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ

ພົຕ ໄຊສະຫວ່າງ ສິນນະວົງ ຫົວໜ້າຫ້ອງການ ຄະນະກຳມະການ ປກຊ – ປກສ ສູນກາງ ໄດ້ຂຶ້ນຜ່ານມະຕິຕົກລົງຂອງ ຄະນະເລຂາທິການ ສູນກາງພັກປະຊາຊົນ ປະຕິວັດລາວ ສະບັບເລກທີ 157/ຄລສພ ລົງວັນທີ 21 ສິງຫາ 2019 ວ່າດ້ວຍ ການແຕ່ງຕັ້ງ ປະທານ, ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ – ປກສ ແຂວງວຽງຈັນ, ໂດຍອີງຕາມມະຕິຕົກລົງຂອງ ກົມການເມືອງ ສູນກາງພັກປະຊາຊົນ ປະຕິວັດລາວ ສະບັບເລກທີ 031/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ.

ເຊິ່ງໃນການປະກາດຄັ້ງນີ້ ໄດ້ແຕ່ງຕັ້ງດັ່ງຕໍ່ໄປນີ້:

  • ທ່ານ ຄຳພັນ ສິດທິດຳພາ ເປັນ ປະທານຄະນະກຳມະການ ປກຊ – ປກສ ແຂວງວຽງຈັນ
  • ແຕ່ງຕັ້ງ ພົຈວ ບຸນມາ ວົງດາລາແສນ ເປັນ ຮອງປະທານຄະນະກຳມະການ ປກຊ – ປກສ ແຂວງວຽງຈັນ
  • ແຕ່ງຕັ້ງ ພົຈວ ແສງຢືນ ລັດສະໝີ, ພັທ ຄຳສຸກ ໄຊມວນສິນ, ທ່ານ ພູຄຳ ສຸດທິຈັກ ແລະ ພັທ ບຸນສຸກ ສຸພັດລັກ ເປັນ ກຳມະການຄະນະກຳມະການ ປກຊ – ປກສ ແຂວງວຽງຈັນ.
ກອງບັນຊາການທະຫານ ແຂວງວຽງຈັນ ໄດ້ຈັດພິທີປະກາດແຕ່ງຕັ້ງ ປະທານ, ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ( ປກຊ – ປກສ ) ແຂວງວຽງຈັນ

ໂອກາດດຽວກັນ, ພົທ ວິໄລ ຫຼ້າຄຳຟອງ ໃຫ້ກຽດໂອ້ລົມ ໂດຍທ່ານໄດ້ຍົກໃຫ້ເຫັນຄວາມໝາຍ – ຄວາມສຳຄັນ ໃນການປັບປຸງກົງຈັກການຈັດຕັ້ງດັ່ງກ່າວ ເພາະເປັນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່. ມັນແມ່ນກົດເກນພາວະວິໄສ ໃນການປະກາດແຕ່ງຕັ້ງ ປະທານ, ຮອງປະທານ ແລະ ຄະນະກຳມະທິການ ປກຊ – ປກສ ແຂວງວຽງຈັນ ແນໃສ່ເພື່ອຊີ້ນຳ – ນຳພາ ກຳລັງ ປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ແຂວງວຽງຈັນ ໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ, ພ້ອມທັງຮຽກຮ້ອງໃຫ້ ປະທານ, ຮອງປະທານ ແລະ ກຳມະການ ປກຊ – ປກສ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເພີ່ມທະວີເອົາໃຈໃສ່ເຮັດໜ້າທີ່ວຽກງານຂອງຕົນ ໃຫ້ສຳເລັດຜົນ ແລະ ພ້ອມກັນຍົກສູງຄວາມຮັບຜິດຊອບໃຫ້ດີຂຶ້ນກວ່າເກົ່າ.