ວັນທີ 19 ກັນຍາ 2019, ກອງບັນຊາການ ປກສ ແຂວງຄຳມ່ວນ ໄດ້ເປັນເຈົ້າພາບຈັດກອງປະຊຸມສ່ອງແສງລາຍງານ ວຽກງານພັກ-ວຽກງານການເມືອງ ຂອງ ກຳລັງ ປກສ 3 ແຂວງພາກກາງ ປະຈຳເຂດ IV ຄື: ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ແຂວງສະຫວັນນະເຂດ, ເຊິ່ງເຂົ້າຮ່ວມໂດຍ ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ, ພ້ອມທັງມີບັນດາສະຫາຍ ທີ່ມາຈາກກົມອ້ອມຂ້າງ ກະຊວງ ປກສ, ຄະນະກອງບັນຊາການ ປກສ ທັງ 3 ແຂວງ ແລະ ຄະນະຫ້ອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພົຕ ວັນທອງ ກອງມະນີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ

ໃນກອງປະຊຸມ, ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງຄຳມ່ວນ, ແຂວງບໍລິຄຳໄຊ ແລະ ແຂວງສະຫວັນນະເຂດ ໄດ້ລາຍງານ ສະພາບປະກົດການຫຍໍ້ທໍ້ທາງດ້ານສັງຄົມຂອງແຂວງຕົນ ໃຫ້ຄະນະປະທານໄດ້ຮັບຊາບ ເປັນຕົ້ນແມ່ນ ບັນຫາຢາເສບຕິດ, ອຸບັດຕິເຫດ, ອັກຄີໄພ, ປຸ້ນຈີ້-ຊີງຊັບ, ຄາດຕະກຳ, ຄ້າຂາຍເຖື່ອນ, ບັນຫາສາສະໜາ ແລະອື່ນໆ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ ການພັດທະນາເສດຖະກິດ-ສັງຄົມ, ສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ.

+ ສະເພາະ ແຂວງຄຳມ່ວນ ໃນໄລຍະ 3 ເດືອນຜ່ານມາ:

ມີຄະດີເກີດຂຶ້ນທັງໝົດ 51 ເລື່ອງ ມີຜູ້ຖືກຫາ 74 ຄົນ, ແກ້ໄຂສຳເລັດ 42 ເລື່ອງ ຜູ້ຖືກຫາ 56 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

  • ຄະດີອາຍາ ມີ 25 ເລື່ອງ ກັບ ຜູ້ຖືກຫາ 40 ຄົນ.
  • ຄະດີຢາເສບຕິດ ເກີດຂຶ້ນທັງໝົດ 26 ເລື່ອງ ກັບ ຜູ້ຖືກຫາ 34 ຄົນ ແລະ ແກ້ໄຂສຳເລັດ 5 ເລື່ອງ.
  • ຂອງກາງທີ່ສາມາດຢຶດໄດ້ ມີ ຢາບ້າ ຈຳນວນ 12.931 ເມັດ, ໂທລະສັບ 12 ໜ່ວຍ, ລົດຈັກ 10 ຄັນ, ລົດໃຫຍ່ 1 ຄັນ, ເງິນກີບ 4.908.000 ກີບ ແລະ ເງິນບາດ 8.540 ບາດ.
  • ສ່ວນອຸບັດຕິເຫດ ເກີດຂຶ້ນທັງໝົດ 7 ເລື່ອງ, ແກ້ໄຂສຳເລັດ 5 ເລື່ອງ, ຄົນໄດ້ຮັບບາດເຈັບ 12 ຄົນ ແລະ ພາຫະນະເປ່ເພ 15 ຄັນ.
ກອງປະຊຸມສ່ອງແສງລາຍງານ ວຽກງານພັກ – ວຽກງານການເມືອງ ຂອງ ກຳລັງ ປກສ 3 ແຂວງພາກກາງ ປະຈຳເຂດ IV

ໂອກາດນີ້, ພົຕ ວັນທອງ ກອງມະນີ ໄດ້ເນັ້ນໃຫ້ ຄະນະພັກ-ຄະນະກອງບັນຊາການ ປກສ 3 ແຂວງ ຈົ່ງສືບຕໍ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ຢ່າງເນື່ອງນິດລຽນຕິດ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ມີສະຕິລະວັງຕົວຕໍ່ກຸ່ມຄົນບໍ່ດີ, ເພີ່ມທະວີການເຄື່ອນໄຫວເຮັດວຽກງານວິຊາສະເພາະ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງໄປເລື້ອຍໆ.