ທ່ານ Pettro Poroshenko ປະທານາທິບໍດີປະເທດອູແກຣນ ໄດ້ເວົ້າວ່າ:

ການເກັບກູ້ເອົາວັດຖຸທາງສິລະປະວັນນະຄະດີບູຮານ ລວມມູນຄ່າຫຼາຍກວ່າ 18,3 ລ້ານໂດລາ ທີ່ຖືກພວກກຸ່ມຄົນບໍ່ດີລັກໄປ ໄດ້ສຳເລັດນັ້ນ ແມ່ນສະແດງໃຫ້ເຫັນເຖິງຜົນສຳເລັດອັນຍິ່ງໃຫຍ່ຂອງການຕໍ່ສູ້ ເພື່ອປ້ອງກັນການຄ້າຂາຍເຖື່ອນ ບັນດາຊັບສິນດ້ານວັດຖຸບູຮານຂອງ ປະເທດອູແກຣນ.

ໃນບັນດາຮູບແຕ້ມດັ່ງກ່າວ, ບາງຮູບພາບ ແມ່ນໄດ້ມາຈາກຜົນງານຂອງນັກແຕ້ມທີ່ມີຊື່ສຽງໂດ່ງດັງ ເຊັ່ນ: ທ່ານ Tintoretto, Rubens ແລະ Mantegna; ພວກເຮົາບໍ່ພຽງແຕ່ຈະປົກປ້ອງ ອັນທີ່ເປັນຊັບສິນຂອງບັນດາຮູບແຕ້ມນີ້ເທົ່ານັ້ນ ແຕ່ມັນຍັງເປັນທັງການຢັ້ງຢືນຄວາມເຊື່ອໝັ້ນຂອງ ປະເທດອູແກຣນ ດ້ວຍພາລະບົດບາດທີ່ສາມາດປະຕິບັດໜ້າທີ່ສຳເລັດ ດ້ວຍໝາກຜົນອັນຈົບງາມ. ເຊິ່ງບັນດາຮູບແຕ້ມດັ່ງກ່າວ ແມ່ນຜົນງານຜະລິດຕະພັນຂອງ ສອງບັນຊີລາຍຊື່ລະດັບອາຈານ ສະໄໝຟຸກຮຶງ ໂດຍແມ່ນ ທ່ານ Piter Paul Rubens ແລະ ທ່ານ Jacopo.

ນັກແຕ້ມ Tintoretto ( 1518-1594 ) ເກີດທີ່ເຂດ Jacopo Robusi ແຂວງ Venice ປະເທດອີຕາລີ, ຜົນງານຮູບແຕ້ມຂອງທ່ານ ແມ່ນໄດ້ປະກອບສ່ວນດ້ານສາສະໜາ ແລະ ຍັງມີຫຼາຍຮູບໄດ້ສ່ອງແສງເຖິງ ວັດທະນະທຳ ແລະ ການດຳລົງຊີວິດຂອງຊາວແຂວງ Venice.

ຜົນງານທີ່ໂດ່ງດັງອັນດັບໜຶ່ງຂອງ ທ່ານ Tintoretto ແມ່ນຮູບພາບທີ່ຊື່ The Last Supper, ສ້າງຂຶ້ນໃນປີ 1594, ເປັນຮູບພາບທີ່ສະແດງເຖິງ ລະບອບຂ້າທາດ Sunsanna ແລະ ບັນດາຜົນງານຮູບພາບໃນຂອບໄຟຂອງ Dego.

ນັກແຕ້ມລະດັບອາຈານຊາວແບນຊິກ ຊື່ Piter Paul Rubens ( 1577-1640 ) ເຊິ່ງເປັນບຸກຄົນໜຶ່ງທີ່ມີຊື່ສຽງໂດ່ງດັງລະດັບໂລກ ດ້ວຍຜົນງານຮູບແຕ້ມໃນແນວທຳມະຊາດ, ບັນດາຮູບແຕ້ມປະຫວັດສາດ, ສັດໂລກທີ່ສູນພັນໄປແລ້ວ ຫຼື ຍັງບໍ່ທັນສູນພັນຕ່າງໆ ໂດຍເຂົາໄດ້ອອກແບບໃຫ້ມີສີສັນທີ່ແປກຕາຕ່າງກັບບຸກຄົນອື່ນ. ຈາກຜົນງານດັ່ງກ່າວ, ທ່ານແມ່ນບຸກຄົນໜຶ່ງທີ່ເຄີຍໄດ້ຮັບນາມມະຍົດ ເປັນນັກແຕ້ມດີເດັ່ນຈາກເຈົ້າຊີວິດ ປະ ເທດແອັດສະປາຍ ແລະ ເຈົ້າຊີວິດ ປະເທດອັງກິດ.

ມາເຖິງປີ 1600, Piter Paul Rubens ໄດ້ໄປທີ່ປະເທດອີຕາລີ ເພື່ອຄົ້ນຄວ້າກ່ຽວກັບຮູບພາບແຕ້ມຂອງ Titian, Veronese ແລະ Tintoretto ໂດຍໄດ້ຮັບການສະໜັບສະໜູນຈາກ ບັນດາຊົນຊັ້ນຂຸນນາງ, ຜູ້ກ່ຽວຈຶ່ງໄດ້ໄປທີ່ນະຄອນຫຼວງໂຣມ ໃນປີ 1601 ເພື່ອຄົ້ນຄວ້າກ່ຽວກັບສິລະປະຂອງ ສະໄໝຮີຣັບ ແລະ ຣາມາບູຮານ ແລະ ໄດ້ມີການຈົດກ່າຍບັນດາຜະລິດຕະພັນຂອງ ບັນດາອາຈານຊາວອີຕາລີ.

ຖ້າຫາກ ເຈົ້າໜ້າທີ່ຕຳຫຼວດຂອງ ປະເທດອູແກຣນ ບໍ່ສາມາດເກັບກູ້ ບັນດາຮູບພາບທີ່ມີມູນຄ່າມະຫາສານເຫຼົ່ານັ້ນ ຄືນມາໄດ້ ບໍ່ຮູ້ວ່າສົມບັດເຫຼົ່ານີ້ຈະໄປຕົກຢູ່ໃສ, ແຕ່ມີຄວາມເປັນໄປໄດ້ສູງທີ່ພວກຮູບພາບເຫຼົ່ານັ້ນ ຈະຕ້ອງຕົກເຂົ້າມືພວກມາເຟຍ ທີ່ປະເທດອີຕາລີ.

ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງປະເທດດັ່ງກ່າວ ໄດ້ໃຫ້ຮູ້ວ່າ: ຜ່ານມາ ແມ່ນເຄີຍມີກຸ່ມເຄື່ອນໄຫວຄ້າຂາຍຢາເສບຕິດສອງກຸ່ມ ທີ່ເຄື່ອນໄຫວໃນປະເທດ ໂດຍແມ່ນກຸ່ມ Ndrangheta ທີ່ແຂວງ Calabria ແລະ ກຸ່ມ Camorra ທີ່ແຂວງ Neapolitan ທາງພາກໃຕ້ຂອງປະເທດດັ່ງກ່າວ.

ເຊິ່ງທັງ 2 ກຸ່ມນີ້ ໄດ້ຮ່ວມຫົວກັນນຳເອົາບັນດາຮູບແຕ້ມທີ່ມີຄຸນຄ່າ ຈາກຜົນງານຂອງບັນດານັກແຕ້ມທີ່ຊື່ສຽງໂດ່ງດັງເຫຼົ່ານັ້ນ ອອກໄປຂາຍຕາມຕະຫຼາດມືດ ( ຕະຫຼາດເຖື່ອນ ).

ຄືດັ່ງທີ່ໃນຫ້ອງວາງສະແດງທີ່ມີມູນຄ່າມະຫາສານຂອງ ມາເຟຍຄົນໜຶ່ງ ທີ່ນອນຢູ່ໃນໂຮງງານຜະລິດຮັອດດັອກແຫ່ງໜຶ່ງ ທີ່ພາກໃຕ້ຂອງປະເທດອີຕາລີ, ຊັບສິນທີ່ເປັນ ຮູບພາບທີ່ມີມູນຄ່າມະຫາສານນີ້ ແມ່ນບໍ່ມີໜັງສືຢັ້ງຢືນໃດໆກ່ຽວກັບທີ່ໄປທີ່ມາ ໂດຍມີພຽງແຕ່ແຜ່ນແຜນທີ່ທີ່ໝາຍຈຸດສີແດງໄວ້ເທົ່ານັ້ນ.

( ຕິດຕາມຕອນຕໍ່ໄປ… )