ບັນດາຮູບພາບທີ່ພວກເຂົາລັກມາໄດ້ນັ້ນ ແມ່ນຖືກແນະນຳໂດຍ Domenico Quirico ນັກຂ່າວຂອງສື່ຂ່າວ La Stampa ທີ່ໄດ້ຕົວະເປັນນັກສະສົມຂອງເກົ່າ, ທ່ານໄດ້ສົມທົບກັບ ກຳລັງຕຳຫຼວດປ້ອງກັນຊັບສິນບູຮານ ແລະ ວັດທະນະທຳຂອງອີຕາລີ ໃນບັ້ນການປາບປາມບັນດາຂະບວນການຊື້-ຂາຍ, ແລກປ່ຽນອາວຸດ ແລະ ຜະລິດຕະພັນຮູບແຕ້ມຂອງມາເຟຍ.

ຮູບປັ້ນສ່ວນເທິງຄໍທີ່ເຮັດດ້ວຍຫີນ ເຊິ່ງເປັນສົມບັດທີ່ຜະລິດມາແຕ່ສະໄໝຟາຊິດລາມາ, ຖືກປະມູນຂາຍໃນລາຄາ 66.000 ໂດລາ, ສ່ວນຮູບປັ້ນອື່ນທີ່ມີຂະໜາດໃຫຍ່ກວ່າ ແລະ ເກົ່າແກ່ກວ່າ ຫຼື ເປັນສົມບັດທີ່ມາແຕ່ສະໄໝຮີຣັບບູຮານ ແມ່ນຈະມີລາຄາທີ່ 1 ລ້ານໂດລາ, ແຕ່ສຳລັບ Quirico ແມ່ນຖືກກຸ່ມເຄື່ອນໄຫວຕົກລົງຂາຍໃຫ້ໃນລາຄາ 880.000 ໂດລາ.

ຂະບວນການປາບປາມຂອງ Quirico ໃຫ້ຮູ້ວ່າ:

ຮູບແບບການຊື້-ຂາຍແບບຜິດຕໍ່ລະບຽບກົດໝາຍເຫຼົ່ານັ້ນ ແມ່ນໄດ້ເກີດຂຶ້ນຢ່າງຫຼວງຫຼາຍ.

ບັນດາຊິ້ນສ່ວນວັດຖຸບູຮານ ທີ່ພວກເຂົາເຄື່ອນໄຫວຄ້າຂາຍເຖື່ຶອນ ແມ່ນຈະຖືກຂົນຍ້າຍຜ່ານທາງບົກ ໂດຍລົດຂົນສົ່ງສິນຄ້າທີ່ພວກກ່ຽວ ຈະເອົາທຸງປະເທດຈີນ ຕິດໃສ່ລົດທີ່ໃຊ້ເຄື່ອນຍ້າຍວັດຖຸເຫຼົ່ານັ້ນ ເຊິ່ງຈະເລີ່ມຈາກ Sirte ນະຄອນລີເບຍ ທີ່ທ່າກຳປັ່ນ Gioia Tauro ຂອງເຂດກາລະເບຍ.

ທ່າກຳປັ່ນ Gioia Tauro ຖືກເບິ່ງເປັນທ່າເຮືອທີ່ອັນຕະລາຍທີ່ສຸດໃນອີຕາລີ ໂດຍມີເອກະລັກພິເສດ ແມ່ນມີບັນດາຕຶກ, ເຮືອນຊານ, ຫ້າງຮ້ານຈຳນວນຫຼາຍ ຖືກສ້າງຂຶ້ນໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ, ໃນນັ້ນສ່ວນຫຼາຍ ແມ່ນສ້າງຂຶ້ນຈາກຕູ້ຄອນເທັນເນີທີ່ຖືກປະຖິ້ມ.

ກຸ່ມ Ndrangheta ແມ່ນມີການເຄື່ອນໄຫວເປັນເວລາຫຼາຍປີ ໃນເຂດທ່າກຳປັ່ນ Gioia Tauro ພວກເຂົາແມ່ນໄດ້ບັນຊາຂະບວນການຄ້າຂາຍເຖື່ອນ ໂດຍສະເພາະ ແມ່ນຄ້າຢາເສບຕິດລະດັບໃຫຍ່ທີ່ສຸດ ໃນທະວີບເອີຣົບ.

ເດືອນເມສາ 2016 ທີ່ສະຫະປະຊາຊາດ, ທ່ານ Vitaly Churkin ຕາງໜ້າທູດປະເທດຣັດເຊຍ ໄດ້ມີການປະກາດເຕືອນເຖິງ ສະມາຄົມ UNSC ກ່ຽວກັບ ເຄືອຂ່າຍການເຄື່ອນໄຫວຊື້ຂາຍເຄື່ອງວັດຖຸບູຮານ ແມ່ນມີການສະໝັບສະໜູນໃຫ້ກັບກຸ່ມກໍ່ການຮ້າຍ ຈຳນວນປະມານ 100.000 ຊິ້ນສ່ວນ ທີ່ມີຄວາມສຳຄັນລະດັບໂລກ ແລະ ມີ 4.500 ຈຸດ ທີ່ກຳລັງຢູ່ໃນການຕິດຕາມຂອງ ກຸ່ມ IS ທີ່ປະເທດຊີຣີ ແລະ ອີລັກ.

ຜົນໄດ້ຮັບຈາກການຄ້າວັດຖຸບູຮານ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ທີ່ນຳຜົນກຳໄລມາໃຫ້ IS ແມ່ນປະມານ 150 ຫາ 200 ລ້ານໂດລາສະຫະລັດຕໍ່ປີ; ໂດຍຜູ້ທີ່ຮອງຮັບຊື້ເອົາວັດຖຸບູຮານຂອງພວກເຂົາ ແມ່ນຈະຜ່ານເສັ້ນທາງປະເທດຕວັກກີ ແລະ ຂາຍໂດຍກົງໃຫ້ກັບ ນັກສະສົມຂອງເກົ່າເອກະຊົນ. ເຊິ່ງພວກເຂົາບໍ່ພຽງແຕ່ຈະຄ້າຂາຍວັດຖຸບູຮານເທົ່ານັ້ນ, ກຸ່ມມາເຟຍທີ່ປະເທດອູແກຣນ ຍັງໄດ້ເປີດກວ້າງການເຄື່ອນໄຫວຄ້າຂາຍອາວຸດ ຂ້າມໄປໃນຂົງເຂດປະເທດໃກ້ຄຽງອີກດ້ວຍ.

ເຊິ່ງໃນເດືອນສິງຫາ 2016, ກົມສະກັດກັ້ນກຸ່ມກໍ່ອາດຊະຍາກຳ ທີ່ມີການຈັດຕັ້ງໃນການກໍ່ການຮ້າຍຂອງປະເທດໂລມານີ ໃຫ້ຮູ້ວ່າ: ອົງການດັ່ງກ່າວໄດ້ເລີ່ມຕົ້ນການຕິດຕາມຂໍ້ມູນຈາກ ສະຖານີໂທລະພາບ Anh Sky News ໃນຄະດີຊື້ຂາຍອາວຸດເຖື່ອນ ຈາກປະເທດອູແກຣນ ຂ້າມໄປ ປະເທດໂລມານີ.

ຄະນະປະທານຕິດຕາມການສືບຂ່າວຕ່າງປະເທດ ທີ່ຂຶ້ນກັບ ສະພາແຫ່ງຊາດ ໂລມານີ (SIE) ທ່ານ Miheitse Kalimente ໃຫ້ຮູ້ວ່າ: ພວກກໍ່ອາດຊະຍາກຳ ອາດຈະນຳເຂົ້າອາວຸດແບບບໍ່ຖືກຕ້ອງຈາກຂົງເຂດໃນປະເທດອູແກຣນ ຫຼື ປະຊາຊົນຊາວໂລມານີ ອາດຈະຊື້ອາວຸດທີ່ປະເທດອູແກຣນ ແລະ ຂາຍສົ່ງອອກໄປທີ່ປະເທດຕາເວັນຕົກ ແລະ ຕາເວັນອອກ.

ອະດີດພະນັກງານເຈົ້າໜ້າທີ່ຮັກສາຄວາມສະຫງົບ ຂອງ ໂລມານີ ກໍໄດ້ມີການຢືນຢັນວ່າ:

ມ້ວນຟີມທີ່ໄດ້ມີການເປີດຖະແຫຼງການທາງໂທລະພາບຂອງອັງກິດນັ້ນ ແມ່ນມີແທ້ ຍ້ອນວ່າການຄ້າຂາຍເຖື່ອນກ່ຽວກັບອາວຸດທີ່ບໍ່ຖືກຕ້ອງ ຍັງຄົງຕົວ. ສະນັ້ນ, ຈຶ່ງຕ້ອງການໃຫ້ມີຂໍ້ກຳນົດ ແລະ ວິທີການສະກັດກັ້ນທີ່ມີປະສິດທິຜົນ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ