ເນັ້ນ ຄະນະໜ່ວຍພັກຮາກຖານ ຫ້ອງເສນາທິການ ຊີ້ນຳ-ນຳພາວຽກງານປ້ອງກັນເວນຍາມ

0
1500

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ IV ຂອງ ໜ່ວຍພັກຮາກຖານ ຫ້ອງເສນາທິການ, ສະຫາຍ ພົຈວ ບົວພັນ ຍໍລະວົງສາ ຄະນະພັກກະຊວງ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ ໄດ້ເນັ້ນໃຫ້ ຄະນະໜ່ວຍພັກຮາກຖານ ຫ້ອງເສນາທິການ ສືບຕໍ່ຊີ້ນໍາ-ນໍາພາ ສະມາຊິກພັກ ແລະ ພະນັກງານ-ນັກຮົບ ປະຕິບັດວຽກງານວິຊາສະເພາະ ຢ່າງຕັ້ງໜ້າ ໂດຍສະເພາະກໍແມ່ນ ການປ້ອງກັນເວນຍາມ ກອງປະຊຸມ, ສໍານັກງານ-ອົງການ ແລະ ສະຖານທີ່ອື່ນໆ ທີ່ຂຶ້ນກັບ ຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມສະຫງົບປອດໄພ 100%.

ໂດຍໃນກອງປະຊຸມ ທ່ານໄດ້ກ່າວວ່າ:

ຢາກປະຕິບັດໜ້າທີ່ໃຫ້ສໍາເລັດ ຕາມຄາດໝາຍທີ່ວາງໄວ້ນັ້ນ, ຄະນະໜ່ວຍພັກ ຕ້ອງເພີ່ມທະວີຊີ້ນໍາ-ນໍາພາ ວຽກງານວິຊາສະເພາະ ໃນພະແນກການຂອງຕົນ ໃຫ້ສາມາດຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ເພື່ອເປັນເສນາທິການໃຫ້ແກ່ ການຈັດຕັ້ງຂັ້ນເທິງ ແລະ ຮັບປະກັນໃນການຮັກສາຄວາມລັບຂອງວິຊາສະເພາະ ທີ່ຂັ້ນເທິງກໍານົດໄວ້, ພ້ອມທັງຊີ້ນໍາ ພະນັກງານ-ສະມາຊິກພັກ ໃນການປະຕິບັດວຽກງານວິຊາສະເພາະ ເຊັ່ນ:

ການປ້ອງກັນເວນຍາມ ປະຈໍາການກຽມພ້ອມສູ້ຮົບ, ເຄື່ອນໄຫວປ້ອງກັນ ບັນດາກອງປະຊຸມລະດັບຊາດ, ລະດັບສາກົນ, ປ້ອງກັນງານລ້ຽງ, ງານສະແດງ, ງານໂຮມຊຸມນຸມມິດຕິ້ງ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດ, ປ້ອງກັນງານບຸນປະເພນີຕ່າງໆ, ປ້ອງກັນການເຄື່ອນຍ້າຍວັດຖຸມີຄ່າ ແລະອື່ນໆ ຢູ່ພາຍໃນນະຄອນຫຼວງ ແລະ ຕ່າງແຂວງ ໃຫ້ມີຄວາມສະຫງົບປອດໄພ 100%.

ພ້ອມດຽວກັນນັ້ນ, ກໍຕ້ອງມີການຂຶ້ນແຜນປ້ອງກັນ ການປະຕິບັດໜ້າທີ່ປ້ອງກັນເວນຍາມຈຸດທີ່ຕັ້ງສໍາຄັນຕ່າງໆ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຮອບດ້ານ.

ໃນໄລຍະ 3 ປີຜ່ານມາ, ຄະນະໜ່ວຍພັກຮາກຖານ ຫ້ອງເສນາທິການ ໄດ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງ ເຫຼົ່າວິຊາສະເພາະ ຢູ່ຕາມພະແນກການຕ່າງໆ ໃຫ້ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ທັງຮັບປະກັນໄດ້ຄວາມສະຫງົບປອດໄພ 100% ເຊິ່ງສະແດງອອກໃນຜົນງານການປະຕິບັດວຽກງານຕົວຈິງ ຄື:

  • ປ້ອງກັນ ການເຄື່ອນຍ້າຍວັດຖຸມີຄ່າ ໄປຕ່າງແຂວງ – ໃນນະຄອນຫຼວງ ໄດ້ 81 ຄັ້ງ
  • ປ້ອງກັນ ກອງປະຊຸມລະດັບຊາດ – ລະດັບສາກົນ ໄດ້ 18 ຄັ້ງ
  • ປ້ອງກັນ ງານລ້ຽງ – ງານວາງສະແດງ, ງານສະເຫຼີມສະຫຼອງວັນຊາດ, ງານບຸນປະເພນີ, ງານແຂ່ງຂັນກິລາ ແລະອື່ນໆ ລວມມີ 18 ຄັ້ງ

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2019 ໂດຍການເປັນປະທານຂອງ ສະຫາຍ ພັທ ວິຊຽນ ຊິນນະວົງ ເລຂາໜ່ວຍພັກຮາກຖານ ຫົວໜ້າຫ້ອງເສນາທິການ, ມີ ຄະນະພັກ ຈາກ 4 ຫ້ອງ 3 ກອງພັນ, ກອງຮ້ອຍເອກະລາດ ແລະ ສະມາຊິດພັກ ເຂົ້າຮ່ວມ.

ເຊິ່ງໃນກອງປະຊຸມ, ຜູ້ແທນສົມບູນ ໄດ້ພ້ອມກັນປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຊຸດໃໝ່ ເຊິ່ງມີຜູ້ລົງສະໝັກ 7 ສະຫາຍ ເລືອກເອົາ 3 ສະຫາຍ; ໂດຍຜົນການປ່ອນບັດໄດ້ປະຊາມະຕິເລືອກເອົາ ສະຫາຍ ພັທ ແສງຄໍາ ໄຊຍະວົງ ເປັນເລຂາ, ສະຫາຍ ພັທ ຄໍາຜ່ອນ ອິນທະພອນເດດ ເປັນຮອງເລຂາ ທັງເປັນ ປະທານກວດກາ ແລະ ສະຫາຍ ພັທ ຄໍາສີ ຄອນສະຫວັດ ເປັນຄະນະ.