ທ່ານ ປອ ບຸນທອງ ຈິດມະນີ ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະນໍາຂອງເມືອງຈຳພອນ
ທ່ານ ປອ ບຸນທອງ ຈິດມະນີ ໃຫ້ທິດຊີ້ນຳຕໍ່ຄະນະພັກ-ຄະນະນໍາຂອງເມືອງຈຳພອນ

ວັນທີ 21 ກັນຍາ 2019, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງຈຳພອນ ແຂວງສະຫວັນນະເຂດ; ໂດຍມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນນະເຂດ ພ້ອມດ້ວຍບັນດາຄະນະພັກ-ຄະນະນຳຂອງແຂວງ, ພະແນກການອ້ອມຂ້າງແຂວງ, ບັນດາເຈົ້າເມືອງ 3 ເມືອງ, ພະນັກງານ, ທະຫານ-ຕໍາຫຼວດ ພາຍໃນເມືອງຈຳພອນ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງໃນໄລຍະຜ່ານມາ ໂດຍສັງເຂບຈາກ ທ່ານ ສັນຕິພາບພາບ ພົມວິຫານ ໃນໄລຍະ 6 ເດືອນຕົ້ນປີ 2019 ວ່າ: GDP ຂອງແຂວງ ຂະຫຍາຍຕົວໃນລະດັບ 6,98% (ແຜນ 9,5%) ມີມູນຄ່າ 9.437 ຕື້ກີບ, ເທົ່າກັບ 49,47% ຂອງແຜນການ (ແຜນ 18.987,7 ຕື້ກີບ); ໃນນັ້ນ, ກະສິກໍາ ຂະ ຫຍາຍຕົວ 2,25% ມີມູນຄ່າ 1.801,48 ຕື້ກີບ, ກວມເອົາ 19,18%; ອຸດສາຫະກໍາ-ຫັດຖະກໍາ ຂະຫຍາຍຕົວ 10,08% ມີມູນຄ່າ 3.582,1 ຕື້ກີບ, ກວມເອົາ 38,13% ແລະ ບໍລິການຂະຫຍາຍຕົວ 6,57% ມີມູນຄ່າ 4.010,4 ລ້ານກີບ, ກວມເອົາ 42,69% ຂອງມູນຄ່າ GDP.

ພ້ອມນັ້ນ, ຍັງໄດ້ລາຍງານກ່ຽວກັນການກະກຽມຈັດກອງປະຊຸມໃຫຍ່ 3 ຂັ້ນ ແຂວງສະຫວັນນະເຂດ ໂດຍໄດ້ແຕ່ງຕັ້ງຄະນະຊີ້ນໍາ ປະກອບມີ 9 ອະນຸກໍາມະການ ຄື: ອະນຸກຳມະການເນື້ອໃນ, ອະນຸກໍາມະການບຸກຄະລາກອນ, ອະນຸກໍາມະການເສດຖະກິດ, ອະນຸກຳມະການປຸກລະດົມຂະບວນການແຂ່ງຂັນ ແລະ ຍ້ອງຍໍ, ອະນຸກຳມະການປ້ອງການ ຄວາມສະຫງົບ, ອະນຸກຳມະການສະຖານທີ່ ແລະ ປະດັບປະດາ, ອະນຸກຳມະການຮັບແຂກ-ເຊີນແຂກ ແລະ ຕິດຕາມແຂກ, ອະນຸກຳມະການຕິດຕາມສຸຂະພາບ ແລະ ກອງເລຂາຂອງຄະນະຊີ້ນໍາລວມ; ພ້ອມທັງໄດ້ສ້າງຕາຕະລາງຄາດກະເວລາດໍາເນີນກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ-ນະຄອນ, ປກຊ-ປກສ ແຂວງ ແລະ ຮາກຖານພັກພະແນກການ, ກົມກອງອ້ອມຂ້າງແຂວງ ໂດຍອີງໃສ່ຂໍ້ມູນກອງປະຊຸມໃຫຍ່ຄັ້ງຜ່ານມາ ແລະ ໄດ້ແນະນໍາໃຫ້ເມືອງ-ນະ ຄອນ ກະກຽມເນື້ອໃນກອງປະຊຸມໃຫຍ່ ຄື: ຮ່າງບົດລາຍງານການເມືອງ, ຮ່າງ ແຜນພັດທະນາເສດຖະກິດ-ສັງຄົມ, ຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ-ນະຄອນ ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວມີຜົນສຳເລັດຕາມຄາດໝາຍ.

ພາຍຫຼັງໄດ້ຮັບຟັງການລາຍງານສະພາບການຕ່າງໆແລ້ວ. ທ່ານຮອງນາຍົກລັດຖະມົນຕີ ໄດ້ມີທິດຊີ້ນຳຕໍ່ຄະນະພັກ-ຄະນະນໍາຂອງແຂວງ, ເມືອງຕະຫຼອດຮອດພໍ່-ແມ່ປະຊາຊົນ ໃຫ້ເອົາໃຈໃສ່ຊີ້ນຳ-ນຳພາທຸກພາກສ່ວນກ່ຽວຂ້ອງ ຈົ່ງເພີ່ມທະວີຕັ້ງໜ້າເຮັດວຽກງານຮອບດ້ານ ເປັນຕົ້ນ ປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ແລະ ສະເພາະການກະກຽມຈັດກອງປະຊຸມໃຫຍ່ 3 ຂັ້ນ ແຂວງສະຫວັນນະເຂດ ໃຫ້ຈັດຕັ້ງປະຕິບັດ ຢ່າງລະອຽດ, ຖືກຕ້ອງຕາມຫຼັກວິທີການ ເພື່ອເຮັດໃຫ້ກອງປະຊຸມດັ່ງກ່າວມີຜົນ ສຳເລັດຢ່າງເປັນຂະບວນຟົດຟື້ນ; ຈາກນັ້ນ, ໄດ້ມອບເງິນສົດໃຫ້ແຂວງສະຫວັນນະເຂດ ເພື່ອນຳເອົາໄປຊ່ວຍເຫຼືອປະຊາຊົນຜູ້ທີ່ປະສົບໄພນ້ຳຖ້ວມ ຈຳນວນ 100.000.000 ກີບ, ມອບໃຫ້ເມືອງຈຳພອນ 50.000.000 ກີບ, ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 30.000.000 ກີບ ແລະ ມອບໃຫ້ເມືອງຊົນນະບູລີ 50.000.000 ກີບ ພ້ອມດ້ວຍເຄື່ອງອຸປະໂພກ-ບໍລິໂພກ ມູນຄ່າ 30. 000.000 ກີບ ລວມມູນຄ່າທັງໝົດ 260.000.000 ກີບ.