ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດພິທີປາຖະກະຖາຫວນຄືນມູນເຊື້ອ ວັນຢຶດອຳນາດ 23 ສິງຫາ ຄົບຮອບ 44 ປີ ແລະ 74 ປີ ( 23 ສິງຫາ 1945 ແລະ 23 ສິງຫາ 1975 – 23 ສິງຫາ 2019 ) ແລະ ວັນລັດຖະທໍາມະນູນ ຄົບຮອບ 28 ປີ ( 15 ສິງຫາ 1991 – 15 ສິງຫາ 2019 ) ໃນວັນທີ 25 ກັນຍາ 2019, ປາຖະກະຖາໂດຍ ພັທ ຊຽງພັນ ອິນທະປັນຍາ ຮັກສາການຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ, ໂດຍມີ ພະນັກງານ – ນັກຮົບ ທົ່ວກອງບັນຊາການເມືອງ ເຂົ້າຮ່ວມ.

ພັທ ຊຽງພັນ ອິນທະປັນຍາ ໄດ້ຍົກໃຫ້ເຫັນໂດຍຫຍໍ້ກ່ຽວກັບ ມູນເຊື້ອ 2 ວັນດັ່ງກ່າວວ່າ:

ປະເທດລາວ ໄດ້ຕົກເປັນຫົວເມືອງຂຶ້ນຂອງຝຣັ່ງ ໃນປີ 1893, ເຊິ່ງປະຊາຊົນລາວບັນດາເຜົ່າ ໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນຕ່າງດ້າວ ແລະ ຖືກຂູດຮີດຢ່າງແສນສາຫັດ, ແຕ່ດ້ວຍນໍ້າໃຈຮັກຊາດ, ຄວາມຄຽດແຄ້ນ ແລະ ການກົດຂີ່ຂູດຮີດຂອງພວກລາເມືອງຂຶ້ນແລ້ວ, ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ພ້ອມກັນລຸກຮື້ຂຶ້ນ ຕໍ່ສູ້ຍາດເອົາໄຊຊະນະ ເພື່ອຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງປະຊາຊົນລາວ ທັງປວງ.

ດັ່ງນັ້ນ, ມາປີ 1930 ພັກກອມມູນິດ ໄດ້ກຳເນີດເກີດຂຶ້ນພາຍໃຕ້ການນຳພາຂອງ ພັກປະຕິວັດ, ການຕໍ່ສູ້ຂອງປະຊາຊົນລາວ ຈຶ່ງໄດ້ກ້າວເຂົ້າສູ່ໄລຍະໃໝ່, ດ້ວຍຄຸນນະພາບໃໝ່ ແລະ ພັກໄດ້ນຳພາປະຊາຊົນລາວ ລຸກຮື້ຂຶ້ນຢຶດອຳນາດການປົກຄອງ ໃນທົ່ວປະເທດ ໃນວັນທີ 23 ສິງຫາ 1945.

ວັນຢຶດອໍານາດ 23 ສິງຫາ 1975 ມີຄວາມສຳຄັນຫຼາຍສຳລັບປະຊາຊົນລາວທັງຊາດ ເພາະວ່າ:

  • ໄຊຊະນະດັ່ງກ່າວນີ້ ແມ່ນໝາກຜົນແຫ່ງການຕໍ່ສູ້ປະຫວັດສາດອັນຍືດເຍື້ອຍາວນານຂອງ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ
  • ແມ່ນຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງ ແຫ່ງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອຳນາດການປົກຄອງໃນທົ່ວປະເທດແບບ “ ບົວບໍ່ຊໍ້ານໍ້າບໍ່ຂຸ່ນ ”
  • ແມ່ນໄຊຊະນະຂອງແນວທາງປະຕິວັດ ອັນຖືກຕ້ອງ ແລະ ການນຳພາອັນສະລາດສ່ອງໃສຂອງພັກ ທີ່ຮູ້ໝູນໃຊ້ ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ
  • ແມ່ນໄຊຊະນະຂອງກຳລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ຄວາມສາມັກຄີຮ່ວມສຳພັນສູ້ຮົບ ລະຫວ່າງ ປະຊາຊົນລາວ, ຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຕ້ານສັດຕູໂຕດຽວກັນ ຕະຫຼອດໄລຍະການປະຕິວັດປົດປ່ອຍຊາດ ໃນໄລຍະຜ່ານມາ ກໍຄື ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸບັນ.

ລັດຖະທຳມະນູນ ເປັນກົດໝາຍພື້ນຖານຂອງຊາດ, ທັງເປັນການຫັນແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ທີ່ມີຫຼັກການຂອງ ພັກປະຊາຊົນ ປະຕິວັດລາວ ເພື່ອສຶກສາອົບຮົມປະຊາຊົນລາວບັນດາເຜົ່າ ໃຫ້ຍົກສູງນ້ຳໃຈຮັກຊາດ, ເຊີດຊູບົດບາດເປັນເຈົ້າການ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມຈຸດໝາຍທີ່ໄດ້ກຳນົດໄວ້, ສ້າງສະຕິບຸກຄົນພາຍໃນຊາດ ໃຫ້ເປັນເອກະພາບອັນໜຶ່ງອັນດຽວກັນ ພາຍໃຕ້ການນຳພາຂອງ ພັກປະຊາທິປະໄຕ ປະຊາຊົນລາວ ພ້ອມທັງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງພວກເຮົາ ໃຫ້ມີໃບໜ້າໃໝ່, ແນໃສ່ເຮັດໃຫ້ປະເທດຊາດ ມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ, ປະຊາຊົນມີຄວາມຜາສຸກ, ມີຄວາມປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລກ້າວຂຶ້ນເລື້ອຍໆ.