ໃນວັນທີ 23 ກັນຍາ 2019, ປກສ ບ້ານ ກຸ່ມອຸດົມສິນ ເມືອງສິງ ແຂວງຫຼວງນໍ້າທາ ໄດ້ເປີດຊຸດຝຶກອົບຮົມວິຊາສະເພາະ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ ກຸ່ມອຸດົມສິນ ເພື່ອເປັນການຍົກສູງວຽກງານ ປກສ ບໍລິຫານປະຊາຊົນ ໃຫ້ກຳລັງ ປກສ ບ້ານດັ່ງກ່າວ ໃຫ້ມີຄຸນນະພາບສູງຂຶ້ນ, ໂດຍມີ ທ່ານ ບຸນພວມ ສໍສຸພາບ ຮອງປະທານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຮອງເຈົ້າເມືອງໆສິງ, ມີ ພັທ ພຸດທະສອນ ວົງແຝງຄໍາ ຫົວ ໜ້າກອງບັນຊາການ ປກສ ເມືອງສິງ ພ້ອມດ້ວຍຄະນະ, ມີ ຫົວໜ້າ ປກສ ກຸ່ມ 9 ກຸ່ມ ບ້ານທົ່ວ ເມືອງສິງ, ອໍານາດການປົກຄອງ 10 ບ້ານ, ນັກສໍາມະນາກອນ ແລະ ປກສ ບ້ານ ເຂົ້າຮ່ວມ 71 ສະຫາຍ.

ຮອ ຫຼ້າພັນ ເລືອງໄຊ ຫົວໜ້າ ປກສ ກຸ່ມ ບ້ານອຸດົມສິນ ໄດ້ຂຶ້ນຜ່ານແຜນການຝຶກອົບຮົມ ວຽກງານວິຊາສະເພາະ ໄລຍະສັ້ນ ໃຫ້ ປກສ ກຸ່ມ ແລະ ປກສ ບ້ານ ກຸ່ມອຸດົມສິນ ເລກທີ 79/ພຄຖ ລົງວັນທີ 23 ກັນຍາ 2019 ໂດຍການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 513-514/ປກສ ລົງວັນທີ 17 ມິຖຸນາ 2008 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກໍາລັງ ປກສ ກຸ່ມບ້ານ ແລະ ປກສ ບ້ານ, ຂໍ້ຕົກລົງຂອງ ກອງບັນຊາການ ປກສ ເມືອງສິງ ສະບັບເລກ ທີ 206/ປກສມສ ລົງວັນທີ 9 ກັນຍາ 2019 ວ່າດ້ວຍ ການອະນຸມັດໃຫ້ເປີດພິທີຝຶກອົບຮົມ ປກສ ກຸ່ມ ແລະ ປກສ ບ້ານ ກຸ່ມອຸດົມສິນ.

ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ໃຊ້ເວລາ 5 ວັນ ເຊິ່ງເລີ່ມແຕ່ວັນທີ 23-27 ກັນຍາ 2019 ແມ່ນຈະໃຫ້ສໍາເລັດ, ການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເຊິ່ງໃຊ້ເວລາຮຽນ ທັງໝົດ 31 ຊົ່ວໂມງ.

ໃນໄລຍະຝຶກອົບຮົມ, ນັກສໍາມະນາກອນ ຈະໄດ້ຮຽນຮູ້ ແລະ ເຊື່ອມຊຶມບັນດາເອກະສານຕ່າງໆ ແລະ ປະຕິບັດຕົວຈິງ ໂດຍພາກທິດສະດີຈະໄດ້ຮຽນຮູ້ ດັ່ງນີ້:

  • ຂໍ້ຕົກລົງ ເລກທີ 513/ປກສ ລັງວັນທີ 17 ມິຖຸນາ 2008 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກໍາລັງ ປກສ ກຸ່ມບ້ານ
  • ຂໍ້ຕົກລົງ 514/ປກສ ລົງວັນທີ 17 ມິຖຸນາ 2008 ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ກໍາລັງ ປກສ ບ້ານ
  • ເອກະສານຜົນຮ້າຍຂອງຢາເສບຕິດ
  • ວຽກງານຄຸ້ມຄອງຄົນຕ່າງປະເທດ
  • ກົດໝາຍ ວ່າດ້ວຍ ການຄ້າມະນຸດ
  • ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 655/ປກສ ລົງວັນທີ 8 ພຶດສະພາ 2012 ວ່າດ້ວຍ ການຈົດທະບຽນສໍາມະໂນຄົວ
  • ຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 818/ປກສ ລົງວັນທີ 15 ມິຖຸນາ 2012 ວ່າດ້ວຍ ການສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ

ສ່ວນພາກປະຕິບັດຕົວຈິງ ຈະໄດ້ຮໍ່າຮຽນ ການແນະນໍາວິທີຈົດກ່າຍປຶ້ມບັນທຶກ 5 ຊະນິດ ຂອງ ປກສ ບ້ານ ແລະ ເກັບກໍາຂໍ້ມູນສໍາມະໂນຄົວແບບໃໝ່ ( PIM ).

ທ່ານ ບຸນພວມ ສໍສຸພາບ ໄດ້ເນັ້ນໃຫ້ນັກສໍາມະນາກອນ ແລະ ປກສ ບ້ານ ທີ່ໄດ້ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ ໃຫ້ພ້ອມກັນເອົາໃຈໃສ່ຮັບຟັງການບັນລະຍາຍຂອງຄູ – ອາຈານ, ການຂຶ້ນຫ້ອງ – ລົງຫ້ອງ ຕອນເຊົ້າ ແລະ ຕອນແລງ ແມ່ນໃຫ້ປະຕິບັດຕາມໂມງເວລາທີ່ໄດ້ກໍານົດໄວ້, ໃຫ້ມີຄວາມສາມັກຄີອົດທົນ, ພ້ອມກັນຮໍ່າຮຽນເອົາຄວາມຮູ້ ແລະ ປະສົບການຕ່າງໆໃຫ້ໄດ້ຮັບຜົນສໍາເລັດ ຕາມລະດັບຄາດໝາຍທີ່ວາງໄວ້.