ໃນວັນທີ 22 ມັງກອນ 2019, ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ໄດ້ສົມທົບກັບ ຕຳຫຼວດກຸ່ມ 1 ເຂດ 3 ເຂົ້າກວດກາຄວາມເປັນລະບຽບຮຽບຮ້ອຍໂຮງແຮມ 2 ແຫ່ງ ຄື: ແຫ່ງທີ 1 ຕັ້ງຢູ່ເຂດຖະ ໜົນ Calmette ຄຸ້ມຫງວຽນຖາຍບິ່ງ ແລະ ແຫ່ງທີ 2 ຕັ້ງຢູ່ເຂດຖະໜົນຫງວຽນທິມິ້ງຄາຍ ຄຸ້ມ 5 ເຂດ 3 ນະ ຄອນໂຮ່ຈິມິນ, ເຈົ້າໜ້າທີ່ຈັບໄດ້ຜູ້ຍິງຄົນຕ່າງປະເທດ 3 ຄົນ ເຊິ່ງພວກກ່ຽວມີພຶດຕິກຳຂາຍປະເວນີ ໂດຍຕາມແຫຼ່ງຂ່າວ ໃຫ້ຮູ້ວ່າ: ຜູ້ຍິງຕ່າງປະເທດທັງ 3 ຄົນດັ່ງກ່າວ ແມ່ນນອນຢູ່ໃນເຄືອຂ່າຍຄ້າໂສເພນີຂອງ ນາງ Prokoffva Elena ອາຍຸ 28 ປີ ສັນຊາດລັດເຊຍ ເປັນຫົວໂປໂຕການ.

ຄະດີດັ່ງກ່າວ ເປັນຄະດີທຳອິດທີ່ ເຈົ້າໜ້າທີ່ຕຳຫຼວດ ນະຄອນໂຮ່ຈິມິນ ສາມາດມ້າງໄດ້ສຳເລັດ ແລະ ທີ່ສຳຄັນຜູ້ຖືກຫາໃນຄະດີ ລວມທັງຜູ້ບັນຊາ ແລະ ສະມາຊິກຂາຍປະເວນີ ກໍແມ່ນຄົນຕ່າງປະເທດນຳອີກ, ການເຄື່ອນໄຫວຂອງພວກກ່ຽວ ແມ່ນຖືກເຈົ້າໜ້າທີ່ກວດພົບ ແລະ ຕິດຕາມມາແຕ່ທ້າຍປີ 2018. ເມື່ອມາເຖິງຕົ້ນປີ 2019, ກຳລັງເຈົ້າໜ້າທີ່ຕິດຕາມເປົ້າໝາຍ ແລະ ສືບຂ່າວນອກເຂດຂອງ ໜ່ວຍງານທີ 6 ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດ ນະຄອນໂຮ່ຈິມິນ ໄດ້ຂຶ້ນບັນຊີເປົ້າໝາຍຜູ້ຍິງຕ່າງປະເທດຈຳນວນໜຶ່ງ ທີ່ມີສ່ວນກ່ຽວພັນ ແລະ ມີພຶດຕິກຳຂາຍປະເວນີ ນອນຢູ່ໃນກຸ່ມເຄືອຂ່າຍເຄື່ອນໄຫວຄ້າໂສເພນີ ລະດັບສູງ ທີ່ມີຄົນຕ່າງປະເທດເປັນຜູ້ບັນຊາ.

ຫຼັງຈາກເຈົ້າໜ້າທີ່ ໄດ້ຮີບໂຮມຂໍ້ມູນຫຼັກຖານ ແລະ ເອກະສານທີ່ກ່ຽວຂ້ອງ ມາຮອດເວລາປະມານ 14:15 ໂມງ ຂອງວັນທີ 22 ມັງກອນ 2019 ເຈົ້າໜ້າທີ່ຕຳຫຼວດ ໄດ້ເຂົ້າຈັບກຸມຕົວຜູ້ຍິງ 2 ຄົນ ສັນຊາດຢູເຄຣນ, 1 ຄົນ ສັນຊາດລັດເຊຍ ທີ່ກຳລັງດຳເນີນການຂາຍປະເວນີໃຫ້ແຂກ ຢູ່ທີ່ໂຮງແຮມ 2 ແຫ່ງ ນອນຢູ່ຄຸ້ມ 1 ແລະ ເຂດ 3 ໃຫ້ກັບຜູ້ຊາຍ 3 ຄົນ ທີ່ເປັນຄົນຫວຽດນາມ. ເມື່ອເຈົ້າໜ້າທີ່ສອບສວນໃນເບື້ອງຕົ້ນ ພວກກ່ຽວລ້ວນແຕ່ຍອມຮັບສາລະພາບກັບການກະທຳຂອງຕົນທັງໝົດ ຈາກຂໍ້ມູນທີ່ໄດ້ຈາກພວກກ່ຽວ ເຈົ້າໜ້າທີ່ໄດ້ນຳຈັບຕົວ ນາງ Prokoffva Elena ຜູ້ເປັນຫົວໂປ່ໂຕການຕິດຕໍ່ໃນເຄືອຂ່າຍນີ້ ທີ່ຫ້ອງພັກຂອງອາພາດເມັ້ນແຫ່ງໜຶ່ງ ໃນເຂດ 2 ນະຄອນໂຮ່ຈິມິນ.

ຜ່ານການສອບສວນ ຜູ້ກ່ຽວໄດ້ຮັບສາລະພາບວ່າ:

ປະມານປີ 2015, ຜູ້ກ່ຽວໄດ້ເດີນທາງເຂົ້າມາ ປະເທດຫວຽດນາມ ແລະ ຜູ້ກ່ຽວກໍເປັນຄົນທີ່ມັກຊອກຮູ້ ແລະ ທ່ອງທ່ຽວຢູ່ແລ້ວ, ເມື່ອໄດ້ໄປທ່ອງທ່ຽວຕາມສະຖານທີ່ຕ່າງໆ ໃນທົ່ວປະເທດ ເຊັ່ນ: ດາໜັງ, ເຫວ, ຮ່າໂນ້ຍ, ເກິ່ນເທີ້, ໂຮ່ຈິມິນ, ຝູເຖາະ ແລະອື່ນໆ.

ໃນຂະນະທີໄປຫາເລາະທ່ອງທ່ຽວຕາມສະຖານທີ່ຕ່າງ ຜູ້ກ່ຽວປະກົດເຫັນຄົນຫວຽດນາມ ແລະ ຄົນຕ່າງປະເທດ ມີລັກສະນະມັກ ແລະ ກໍຕ້ອງຄິດຢາກຮູ້ຢາກລອງຂອງແປກຈາກຜູ້ສາວຕາເວັນຕົກ; ດັ່ງນັ້ນ, ຜູ້ກ່ຽວກໍຄິດອອກວ່າ ນີ້ເປັນໂອກາດດີທີ່ຈະໄດ້ເງິນ ແລະ ຜູ້ກ່ຽວກໍຕັດສິນໃຈສ້າງກຸ່ມເຄືອຂ່າຍຄ້າໂສເພນີຂຶ້ນ ເຊິ່ງຜູ້ກ່ຽວໄດ້ຕິດຕໍ່ຫາສາວທີ່ຈະມາເຮັດວຽກບໍລິການໃຫ້ ໂດຍຂັດເລືອກເອົາສາວເນັ້ນໃສ່ຍິງສາວຄົນລັດເຊຍ ແລະ ຢູເຄຣນ ເພື່ອຕອບສະໜອງໃຫ້ຜູ້ທີ່ມັກ.

ແຂກຫຼັກທີ່ຊື້ບໍລິການນຳເຄືອຂ່າຍຂອງຜູ້ກ່ຽວ ແມ່ນແຂກທີ່ຮູ້ຈັກລຶ້ງເຄີຍ ຕັ້ງແຕ່ຕອນໄປທ່ຽວນຳຂະບວນດຽວກັນ ແລະ ໄດ້ປະກາດລົງສື່ອອນລາຍເຟສບຸກ, ຊາໂຣ, ວັອດແອັບ, ວີແຊັດ ແລະອື່ນໆ ເມື່ອສາມາດມີຜູ້ຮຽກຫາບໍລິການ ຜູ້ກ່ຽວຈະຕິດຕໍ່ຫາຍິງສາວທີ່ເປັນຄົນປະເທດດຽວກັນ ຫຼື ສາວປະເທດຢູເຄຣນ ທີ່ຕ້ອງການຫາເງິນທາງນີ້ ເມື່ອມີຄົນເຫັນດີມາຂາຍບໍລິການ ຜູ້ກ່ຽວຈະຈ່າຍເງິນຊື້ປີ້ຍົນທັງໄປ-ກັບໃຫ້ກ່ອນ ແລະ ຄ່າບໍລິການໃຊ້ຈ່າຍໃນຫວຽດນາມ, ເມື່ອມາເຖິງຫວຽດນາມ ຜູ້ກ່ຽວຍັງໄປຮັບເຖິງສະໜາມບິນສາກົນ ເຕິ້ນເຊີນເຍີດ; ຈາກ ນັ້ນ, ຮັບພວກເຂົາເຂົ້າມາສົ່ງຕາມໂຮງແຮມ ເພື່ອບໍລິການໃຫ້ແຂກ.

ການໃຊ້ຈ່າຍທັງໝົດ ໃນໄລຍະທີ່ດຳລົງຊີວິດຢູ່ຫວຽດນາມ, ລວມທັງຄ່າເຊົ່າຫ້ອງພັກ, ຄ່າຮັບແຂກ ແມ່ນຂຶ້ນກັບ ຜູ້ເປັນຫົວໂປ່ໂຕການທັງໝົດ; ຕາມປົກກະຕິແລ້ວ ຈະມີຍິງສາວງາມ ແຕ່ 5 ຫາ 10 ຄົນ ບໍ່ໄດ້ຂາດ. ເບິ່ງລວມແລ້ວ ບັນດາຍິງສາວເຫຼົ່ານີ້ ແມ່ນບໍ່ຮັບຮູ້ຫຍັງກ່ຽວກັບ ລາຄາການໃຫ້ບໍລິການທີ່ແທ້ຈິງ ແລະ ກໍບໍ່ຮູ້ຂໍ້ມູນໃດໆກ່ຽວກັບ ນາງ Prokoffva Elena ເພາະການສົນທະນາກັນ ກ່ອນໜ້າຈະເດີນທາງມາຫວຽດນາມ ກໍສົນທະນາຜ່ານສື່ອອນລາຍ ໂດຍ ນາງ  Prokoffva Elena ເປັນຜູ້ແນະນຳໃຫ້ເອົາຮູບລົງໃນໜ້າເຟສບຸກ.

ຈາກນັ້ນ, ເມື່ອຜ່ານການໂຄສະນາລົງສື່ ຖ້າໄດ້ຮັບການສົນໃຈ ຫຼື ສັ່ງຈອງເຂົ້າມາ ພວກກ່ຽວຈຶ່ງໄດ້ສົນທະນາຕົກລົງກັນ ແລະ ສັ່ງຈອງປີ້ຍົນເດີນທາງຂ້າມມາຫວຽດນາມ. ເຊິ່ງ ນາງ Prokoffva Elena ບໍ່ໄດ້ເປີດເຜີຍຕົວຕົນ ແລະ ສະຖານທີ່ແທ້ຈິງຂອງຕົນ; ສ່ວນການຄິດໄລ່ເອົາເງິນຄ່າຕິດຕໍ່ ຈາກແຂກທີ່ມາໃຊ້ບໍລິການ ແມ່ນໃຫ້ໂອນເງິນສ່ວນທີ່ໄດ້ຂອງຕົນເຂົ້າບັນຊີ ແລະ ສ່ວນເງິນທີ່ເປັນຄ່າແຮງງານຂອງບັນດາຍິງສາວ ກໍຈະຖືກໂອນເຂົ້າບັນຊີຂອງພວກເຂົາອີກຕ່າງຫາກ.

ນອກຈາກນີ້, ຕໍ່ກັບແຂກທີ່ໃຊ້ບໍລິການເປັນຄົນຫວຽດນາມ, ນາງ Prokoffva Elena ຈະໃຫ້ນຳໃຊ້ແອັບພີເຄຊັນ ແປພາສາລັດເຊຍ ຫຼື ອັງກິດ ມາເປັນສື່ຊ່ວຍແປ.

ຕາມການສອບສວນ ນາງ Prokoffva Elena ໃຫ້ຮູ້ວ່າ:

ຄ່າບໍລິການແມ່ນ 6 ລ້ານດົ່ງຕໍ່ 1 ຊົ່ວໂມງ, ຖ້າໄປ 5 ຊົ່ວໂມງ ແມ່ນ 10 ລ້ານດົ່ງ, 10 ຊົ່ວໂມງ 15 ລ້ານດົ່ງ ແລະ 20 ລ້ານດົ່ງ ໝົດມື້.

ນາງ Prokoffva Elena ມີໜ້າທີ່ຫັກເອົາເງິນເປີເຊັນ ແລະ ຄ່າທຳນຽມ ນຳບັນດາຍິງສາວເຫຼົ່ານັ້ນ; ເມື່ອໄດ້ເງິນມາຕາມທີ່ຜູ້ກ່ຽວໄດ້ວາງໄວ້ແລ້ວ ຜູ້ກ່ຽວຈະຫັກເອົາ ແລ້ວຈະໃຫ້ບັນດາຍິງສາວ ຕາມເງື່ອນໄຂທີ່ກຳນົດກັນໄວ້ລ່ວງໜ້າ ເຊິ່ງການເກັບເງິນລາຍຮັບຂອງຜູ້ກ່ຽວ 1 ເດືອນ ຈະໄດ້ເງິນຢູ່ປະມານ 150 ລ້ານດົ່ງ ໂດຍບໍ່ຕ້ອງອອກແຮງງານ.

ຫ້ອງພັກຫຼູຂອງຜູ້ກ່ຽວ ແມ່ນຢູ່ເຂດ 2 ເຊິ່ງຜູ້ກ່ຽວໄດ້ເຊົ່າຢູ່ກັບແຟນໜຸ່ມ; ເມື່ອຖືກເຈົ້າໜ້າທີ່ເຂົ້າຈັບຕົວ ຜູ້ກ່ຽວເຮັດໜ້າງົງວ່າ: ດ້ວຍເຫດໃດ ເຈົ້າໜ້າທີ່ຕຳຫຼວດ ຈຶ່ງສາມາດຮູ້ເຖິງການເຄື່ອນໄຫວຂອງຕົນໄດ້ຢ່າງໄວວາ ແລະ ສາມາດຮັບຮູ້ໄດ້ເຖິງສະຖານທີ່ພັກເຊົາຂອງຕົນ.

ຢູ່ທີ່ຫ້ອງການຕຳຫຼວດ, ໃນເບື້ອງຕົ້ນ ຜູ້ກ່ຽວບໍ່ໃຫ້ຄວາມຮ່ວມມືກັບ ເຈົ້າໜ້າທີ່ ໂດຍບໍ່ຍອມຮັບກັບການເຄື່ອນໄຫວຄ້າໂສເພນີຂອງຕົນ ແລະ ບໍ່ຍອມບອກລະຫັດປົດລັອກໂທລະສັບ; ພ້ອມນັ້ນ, ຜູ້ກ່ຽວຍັງຫວັງຈະເອົາເງິນປິດປາກເຈົ້າໜ້າທີ່ ເຊິ່ງຜູ້ກ່ຽວໄດ້ສະເໜີມອບເງິນສົດໃຫ້ 500 ລ້ານດົ່ງ ຖ້າເຈົ້າໜ້າທີ່ຕຳຫຼວດປ່ອຍຕົວ ແລະ ສົ່ງຕົວຂຶ້ນເຮືອບິນກັບປະເທດ ແຕ່ຄວາມຫວັງຂອງຜູ້ກ່ຽວກໍບໍ່ສົມຫວັງ ເພາະເຈົ້າໜ້າທີ່ບໍ່ສົນ ແລະ ນຳຕົວຜູ້ກ່ຽວໄປດຳເນີນຕາມຂັ້ນຕອນຂອງກົດໝາຍ.