ຮອງນາຍົກ ເນັ້ນໃຫ້ ຂະແໜງສ່ວຍສາອາກອນ ປະຕິບັດການເກັບລາຍຮັບໃຫ້ບັນລຸຕາມແຜນ

0
809
ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ

ໃນໂອກາດທີ່ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ ໄດ້ເຂົ້າຮ່ວມ ກອງປະຊຸມລາຍງານ ການຈັດຕັ້ງປະຕິບັດແຜນວຽກຈຸດສຸມ, ສະພາບການເກັບລາຍຮັບ 9 ເດືອນ ຜ່ານມາ ແລະ ແຜນຄາດຄະເນການເກັບລາຍຮັບ 3 ເດືອນ ທ້າຍປີ 2019 ທີ່ຈັດຂຶ້ນໂດຍ ກົມສ່ວຍສາອາກອນ ກະຊວງການເງິນ ໃນຄັ້ງວັນທີ 26 ກັນຍາ 2019, ທ່ານໄດ້ມີທິດຊີ້ນຳໂດຍເນັ້ນໃຫ້ ຂະແໜງສ່ວຍສາອາກອນ ມອບໃຫ້ບຸກຄົນຢ່າງຂາດຕົວ ດ້ວຍຄວາມຮັບຜິດຊອບສູງໃນການຊຸກຍູ້ ແລະ ຕິດຕາມການປະຕິບັດລາຍຮັບ ໃຫ້ບັນລຸຕາມແຜນການທີ່ວາງໄວ້.

ກົມສ່ວຍສາອາກອນ ກະຊວງການເງິນ

ເຊິ່ງ ທ່ານ ສົມດີ ດວງດີ ໄດ້ກ່າວວ່າ:

ໃນປີ 2019, ຂະແໜງສ່ວຍສາອາກອນ ໄດ້ຮັບຕົວເລກແຜນການລາຍຮັບ ຈຳນວນ 12.320 ຕື້ກີບ ທຽບໃສ່ຕົວເລກປະຕິບັດ ສົກປີ 2018 ເພີ່ມຂຶ້ນ 13,6% ແລະ ການຈັດຕັ້ງປະຕິບັດ 9 ເດືອນ ຕົ້ນປີ 2019 ປະຕິບັດໄດ້ 7.430,42 ຕື້ກີບ ເທົ່າກັບ 60,34% ຂອງແຜນການ. ສະນັ້ນ, ເພື່ອໃຫ້ບັນລຸຕາມແຜນການດັ່ງກ່າວ ໃນ 3 ເດືອນ ທ້າຍປີ 2019 ຈະຕ້ອງສູ້ຊົນປະຕິບັດໃຫ້ໄດ້ທັງໝົດ ຈຳນວນ 4.889,58 ຕື້ກີບ, ສະເລ່ຍແຕ່ລະເດືອນ ຕ້ອງປະຕິບັດໃຫ້ໄດ້ 1.629,89 ຕື້ກີບ.

ດ້ວຍເຫດນັ້ນ, ບັນດາພະນັກງານຂັ້ນນຳພາ ໃນຂະແໜງສ່ວຍສາອາກອນ ມອບໃຫ້ບຸກຄົນຢ່າງຂາດຕົວ ດ້ວຍຄວາມຮັບຜິດຊອບສູງໃນການຊຸກຍູ້ ແລະ ຕິດຕາມລາຍຮັບ ໂດຍໃຫ້ກຳນົດເປັນແຕ່ລະຫົວໜ່ວຍທຸລະກິດ ແລະ ໃຫ້ແຍກເປັນຂະແໜງການ ( ການຜະລິດ, ການຄ້າ ແລະ ການບໍລິການ ) ເພື່ອສ່ອງແສງໃຫ້ເຫັນເປົ້າໝາຍ ການເກັບລາຍຮັບແຕ່ລະເດືອນ ຢ່າງຊັດເຈນ ແລະ ທັງເປັນຕົວຊີ້ວັດໃນການປະເມີນຜົນຂອງ ຜູ້ທີ່ຮັບຜິດຊອບນັ້ນເອງ, ພ້ອມທັງເຮັດໜ້າທີ່ໂຄສະນາ ແລະ ຝຶກອົບຮົມໃນການແຈ້ງມອບ ຕາມລະບຽບກົດໝາຍກຳນົດ ແລະ ເພື່ອເປັນການແນໃສ່ໃຫ້ ບັນດາຫົວໜ່ວຍທຸລະກິດ ມາແຈ້ງເສຍພາສີ ຜ່ານລະບົບອີເລັກໂທຼນິກ ແລະ ຜ່ານເວັບໄຊ ໃຫ້ເພີ່ມຂຶ້ນ 1 ເທົ່າຕົວ.

ຄຽງຄູ່ກັນນີ້, ຂະແໜງສ່ວຍສາອາກອນ ຕ້ອງຮີບຮ້ອນເລັ່ງທວງເອົາອາກອນກຳໄລ 1% ຂອງ 2 ໂຄງການ ຈຳນວນ 1,49 ລ້ານໂດລາ ຫຼື ປະມານ 12 ຕື້ກີບ ໃຫ້ມອບເຂົ້າງົບປະມານ ແລະ ລະດົມບໍລິສັດທີ່ເຫັນດີຈ່າຍ ຈຳນວນ 7 ໂຄງການ ຈຳນວນ 7,1 ລ້ານໂດລາ ໃຫ້ມອບເຂົ້າງົບປະມານ ໃນປີ 2019.