ກອງປະຊຸມເຜີຍແຜ່ເຊື່ອມຊຶມ ວຽກງານກວດກາໃຫ້ສະມາຊິກພັກ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນ 3 ບ້ານ ຄື: ບ້ານຮ່ອງແກ, ບ້ານທາດຫຼວງເໜືອ ແລະ ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດ ຂຶ້ນໃນ ວັນທີ 25 ກັນຍາ 2019 ທີ່ຫ້ອງການບ້ານຮ່ອງແກ່ ໂດຍການເຂົ້າຮ່ວມ ແລະ ເຜີຍແຜ່ຂອງສະຫາຍ ນາງ ພອນ ວິໄລ ໄຊປັນຍາ ຄະນະພັກເມືອງ ປະທານກວດກາພັກ-ລັດເມືອງ, ມີສະຫາຍ ສິງສຸພົມ ໂຄດປັນຍານາຍບ້ານໆຮ່ອງ ແກເຂົ້າຮ່ວມ.

ສະຫາຍ ນາງ ພອນວິໄລ ໄຊປັນຍາ
ສະຫາຍ ນາງ ພອນວິໄລ ໄຊປັນຍາ

ສະຫາຍ ນາງ ພອນວິໄລ ໄຊປັນຍາ ກ່າວວ່າ:

ການເຜີຍແຜ່ເອກະສານວຽກງານກວດກາຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ສະມາຊິກພັກພາຍໃນ 3 ບ້ານ ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ເນື້ອໃນກົດລະບຽບພັກ, ທີ່ໄດ້ກຳນົດໄວ້ໃນໝວດທີ 10 ກ່ຽວກັບວຽກງານຕິດຕາມກວດກາຂອງພັກ ແລະ ຄະນະກວດກາພັກແຕ່ລະຂັ້ນ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກ, ເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕິດຕາມກວດກາໃຫ້ແກ່ການຈັດຕັ້ງພັກ, ຄະນະກວດກາພັກແຕ່ລະຂັ້ນ ແລະ ສະມາຊິກພັກໃນທົ່ວປະເທດ, ເພີ່ມທະວີຄວາມເປັນເອກະພາບໃນການປັບປຸງກໍ່ສ້າງພັກໃຫ້ປອດໃສເຂັ້ມແຂງ ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ,ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ເປັນເອກະພາບທາງດ້ານແບບແຜນນຳພາຂອງພັກ, ຍົກສູງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດພາລະບົດບາດ,ໜ້າທີ່ ແລະ ສິດໃນການເຄື່ອນໄຫວວຽກງານຕິດຕາມກວດກາຂອງຄະນະ, ຄະນະກວດກາແຕ່ລະຂັ້ນ, ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ການເມືອງຂອງທຸກການຈັດຕັ້ງດຳເນີນໄປຖືກຕ້ອງຕາມແນວທາງ , ມະຕິຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ.

ກອງປະຊຸມເຜີຍແຜ່ເຊື່ອມຊຶມ ວຽກງານກວດກາໃຫ້ສະມາຊິກພັກ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນ 3 ບ້ານ
ກອງປະຊຸມເຜີຍແຜ່ເຊື່ອມຊຶມ ວຽກງານກວດກາໃຫ້ສະມາຊິກພັກ ແລະ ອົງການຈັດຕັ້ງມະຫາຊົນ ພາຍໃນ 3 ບ້ານ

ໂອກາດດຽວກັນນີ້, ສະຫາຍ ນາງ ພອນວິໄລ ໄຊປັນຍາ ຍັງໄດ້ຮຽກຮ້ອງ ມາຍັງສະມາຊິກພັກທັງ 3 ບ້ານ ຈົ່ງນໍາ ເອົາເນື້ອໃນຈິດໃຈຂອງວຽກງານດັ່ງກ່າວໄປເຜີຍແຜ່ຕໍ່ໃຫ້ສະມາຊິກ ແລະ ພໍ່-ແມ່ປະຊາຊົນພາຍໃນບ້ານຂອງຕົນຮັບຮູ້ເຂົ້າໃຈຕໍ່ວຽກງານ ແລະ ອຸດົມການຂອງພັກ; ນອກນີ້ແລ້ວ, ບັນດາສະຫາຍທີ່ເປັນສະມາຊິກພັກ ຕ້ອງກໍາແໜ້ນບັນດາກົດລະບຽບ, ແນວທາງນະໂຍບາຍຕ່າງໆ ຂອງພັກວາງອອກໃຫ້ໄດ້ ແລ້ວນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕ່າງໆ ພາຍໃນບ້ານ ແນໃສ່ຮັບປະກັນບໍ່ໃຫ້ສະມາຊິກພັກເສຍທາດຂາດຄຸນ ແລະ ອອກຈາກພັກ.