ດ່ວນ! ປະກາດຫາເຈົ້າຂອງລົດຈັກທີ່ຖືກ ຄົນຮ້າຍ ລັກໄປ ໃຫ້ໄປພົວພັນເອົາຄືນ

0
3818
ລົດຈັກທີ່ຖືກ ຄົນຮ້າຍ ລັກໄປ ໃຫ້ທ່ານໄປພົວພັນເອົາຄືນ
ລົດຈັກທີ່ຖືກ ຄົນຮ້າຍ ລັກໄປ ໃຫ້ທ່ານໄປພົວພັນເອົາຄືນ

ຫ້ອງຕຳຫຼວດ ກອງບັນຊາການ ປກສ ແຂວງຊຽງຂວາງ ໄດ້ອອກແຈ້ງການ ເລກທີ 1345/ຫຕຫຼ. ປະກາດຫາເຈົ້າຂອງ ລົດຈັກ ຈຳນວນ 14 ຄັນ, ເຊິ່ງເຈົ້າໜ້າທີ່ຕຳຫຼວດຢຶດໄດ້ຈາກ ຄົນຮ້າຍ ໃນຄະດີລັກລົດ, ໃຫ້ທ່ານນຳເອົາເອກະສານທີ່ກ່ຽວຂ້ອງກັບລົດ ໄປພົວພັນເອົາລົດຈັກຢູ່ຫ້ອງການຕຳຫຼວດ ປກສ ແຂວງຊຽງຂວາງ ພາຍໃນກຳນົດ ເວລາ 30 ວັນ, ນັບແຕ່ວັນທີ 30 ກັນຍາ 2019 ເຖິງວັນທີ 30 ຕຸລາ 2019 ແລະ ຖ້າກາຍກຳນົດດັ່ງກ່າວ ຈະຖືກຢຶດເປັນຊັບສິນຂອງລັດ.

ລົດຈັກທີ່ຖືກ ຄົນຮ້າຍ ລັກໄປ ໃຫ້ທ່ານໄປພົວພັນເອົາຄືນ
ລົດຈັກທີ່ຖືກ ຄົນຮ້າຍ ລັກໄປ ໃຫ້ທ່ານໄປພົວພັນເອົາຄືນ

ລົດຈັກຈໍານວນ 14 ຄັນ ທີ່ຢຶດໄດ້ຈາກ ຄົນຮ້າຍ ມີຄື:

1. ລົດຈັກ HONDA ສີແດງດໍາ ທະບຽນ ດຂ 7983 ກຳແພງນະຄອນ ອອກຊື່ ນາງ ແພງ ຢູ່ບ້ານຫ້ວຍຫົງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ເລກຈັກ NF100E8348410, ເລກຖັງ NF1008348410

2. ລົດຈັກ HONDA ສີປອນດໍາ ທະບຽນ ຍລ 1182 ກໍາແພງນະຄອນ ອອກຊື່ ນາງ ຈິນດາລັກ ຢູ່ບ້ານວຽງສະຫວັນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເລກຈັກ NF100E8237742, ເລກຖັງ NF1008237742.

3. ລົດຈັກ HONDA ສີຟ້າດໍາ ທະບຽນ ດກ 9384 ກໍາແພງນະຄອນ ອອກຊື່ ທ້າວ ແສງມະນີ ທອງມາລີ ຢູ່ບ້ານໜອງບົວທອງໃຕ້ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເລກຈັກ NF100E8199773, ເລກຖັງ NF1008199773.

4. ລົດຈັກ HONDA ສີແດງດໍາ ທະບຽນ ຍຜ 2480 ກໍາແພງນະຄອນ ອອກຊື່ ທ້າວ ຄໍາສາຍ ລັດສະວົງ ຢູ່ບ້ານອາມອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເລກຈັກ NF100E8190861, ເລກຖັງ NF1008190861.

ລົດຈັກທີ່ຖືກ ຄົນຮ້າຍ ລັກໄປ ໃຫ້ທ່ານໄປພົວພັນເອົາຄືນ
ລົດຈັກທີ່ຖືກ ຄົນຮ້າຍ ລັກໄປ ໃຫ້ທ່ານໄປພົວພັນເອົາຄືນ

5. ລົດຈັກ HONDA ສີປອນດໍາ ທະບຽນ ຍວ 5063 ກໍາແພງນະຄອນ ອອກຊື່ ທ້າວ ທິພະວັນ ຫຼວງລາດ ຢູ່ບ້ານຂາມງອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເລກຈັກ NF100E8245917, ເລກຖັງ NF1008245917

6. ລົດຈັກ HONDA ສີຟ້າດໍາທະບຽນ ຍຫ 3265 ກໍາແພງນະຄອນ ອອກຊື່ ນາງ ແຕ ຢູ່ບ້ານຈອມແຈ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ເລກຈັກ NF100E8262575, ເລກຖັງ NF1008262575.

7. ລົດຈັກ HONDA ສີຂຽວດໍາ ທະບຽນ ຍອ 8784 ກໍາແພງນະຄອນ ອອກຊື່ ນາງ ພິນ ຢູ່ບ້ານວັດໄຕນ້ອຍທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເລກຈັກ NF100E8303989, ເລກຖັງ NF1008303989.

8. ລົດຈັກ HONDA ສີແດງດໍາ ທະບຽນ ດຈ 3138 ກໍາແພງນະຄອນ ອອກຊື່ ນາງ ປີໄຊລັດ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເລກຈັກ NF100E8366 894, ເລກຖັງ NF 1008366894.

9. ລົດຈັກ HONDA ສີແດງ ທະບຽນ ຈຫ 7322 ກໍາແພງນະຄອນ ອອກຊື່ ທ້າວ ມີຊ້າ ຢູ່ບ້ານທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ເລກຈັກ NF100E8124893, ເລກຖັງ NF1008124893.

10. ລົດຈັກ HONDA ສີຂຽວດໍາ ທະບຽນ ຍຫ 2529 ກໍາແພງນະຄອນ ອອກຊື່ ນາງ ບຸດສະດີ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ເລກຈັກ NF10OE8261178, ເລກຖັງ NF1008261178.

11. ລົດຈັກ HONDA ສີຟ້າດໍາ ທະບຽນ ຍຮ 2500 ກໍາແພງນະຄອນ ອອກຊື່ ທ້າວ ພອນໄຊ ຄໍາມະນີວົງ ຢູ່ບ້ານໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເລກຈັກ NF100E8308167, ເລກຖັງ NF1008308167.

12. ລົດຈັກ HONDA ສີຟ້າດໍາ ທະບຽນ ຈນ 5809 ກໍາແພງນະຄອນ ອອກຊື່ ທ້າວ ຄໍາໃບ ຢູ່ບ້ານຄັນເຖິງ ເມືອງປາກເຊ ແຂວງຈໍາປາສັກ, ເລກຈັກ NF100E8199515, ເລກຖັງ NF1008199515.

13. ລົດຈັກ HONDA ສີຟ້າດໍາ ທະບຽນ ຈຄ 0399 ບໍລິຄໍາໄຊ ອອກຊື່ ທ້າວ ເຢັງຢ່າງ ຢູ່ບ້ານໂພນໂຮງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ, ເລກຈັກ NF100E8186438, ເລກຖັງ NF1008186438.

14. ລົດຈັກ HONDA ສີຟ້າປອນດໍາ ທະບຽນ ຈຄ 4228 ຫົວພັນ ອອກຊື່ ທ້າວ ຄໍາໝູນ ຢູ່ບ້ານຊຽງຄໍ້ ເມືອງ ຊຽງຄໍ້ ແຂວງຫົວພັນ, ເລກຈັກ HC12E3154065, ເລກຖັງ RLHHC1200BY353968.

ດັ່ງນັ້ນ, ຫົວໜ້າຫ້ອງຕໍາຫຼວດ ປກສ ແຂວງຊຽງຂວາງ ຈຶ່ງອອກແຈ້ງການສະບັບນີ້ ເພື່ອແຈ້ງໃຫ້ຊາບ.
ເບີໂທຕິດຕໍ່: 020 2886 4999, 020 5424 2455